ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ພິທີມອບ-ຮັບຕຳແໜ່ງຂັ້ນຫົວໜ້າກົມ ກະຊວງການຕ່າງປະເທດ

 

NewandOldDG1 NewandOldDG2 NewandOldDG3

 

ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ເຮັດໃຫ້ກົມຈັກການຈັດຕັ້ງມີຄວາມໜັກແໜ້ນເຂັ້ມແຂງ ແລະ ເປັນການເພີ່ມທະວີກຳລັງແຮງຂອງກະຊວງການຕ່າງປະເທດ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ການຕ່າງປະເທດໃນໄລຍະໃໝ່ ແລະ ອີງໃສ່ດຳລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ ສະບັບເລກທີ 331, 332, 333/ນຍ, ລົງວັນທີ 09 ກັນຍາ 2016.

ໃນວັນທີ 4 ມັງກອນ 2017, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບ-ຮັບໜ້າທີ່ຕຳແໜ່ງຫົວໜ້າກົມ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາທ່ານຄະນະນຳກະຊວງ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ແຂກຖືກເຊີນ ເຂົ້າຮ່ວມຈຳນວນ 25 ທ່ານ. ພິທີໃນຄັ້ງນີ້ ໄດ້ມີການມອບ-ຮັບຕຳແໜ່ງຂັ້ນກົມ ຈຳນວນ 3 ກົມຄື:

  1. ສະຖາບັນການຕ່າງປະເທດ: ລະຫວ່າງ ທ່ານ ຢົງ ຈັນທະລັງສີ, ຫົວໜ້າສະຖາບັນການຕ່າງປະເທດ ຜູ້ເກົ່າ ກັບ ທ່ານ ທ່ຽງ ບຸບຜາ, ຫົວໜ້າສະຖາບັນການຕ່າງປະເທດຜູ້ໃໝ່.
  2. ກົມອາຊີ-ປາຊີຟິກ ແລະ ອາຟຣິກາ: ລະຫວ່າງ ທ່ານ ວິໂຣດ ສູນດາລາ, ຫົວໜ້າກົມ ຜູ້ເກົ່າ ກັບ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຫົວໜ້າກົມ ຜູ້ໃໝ່.
  3. ກົມອົງການຈັດຕັ້ງສາກົນ: ລະຫວ່າງ ທ່ານ ຄຳອິນ ຄິດຈະເດດ, ຫົວໜ້າກົມ ຜູ້ເກົ່າ ກັບ ທ່ານ ອານຸພາບ ວົງໜໍ່ແກ້ວ, ຫົວໜ້າກົມ ຜູ້ໃໝ່.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາທ່ານຫົວໜ້າກົມ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ແລະ ຕໍ່ຫົວໜ້າກົມ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ, ພ້ອມທັງເນັ້ນໜັກໃຫ້ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານທິດສະດີ, ແນວທາງນະໂຍບາຍຂອງພັກ-ລັດ, ການຊີ້ນຳ-ນຳພາດ້ານວຽກງານວິຊາສະເພາະ, ວຽກງານຄົ້ນຄວ້າໃຫ້ມີລັກສະນະເລິກເຊິ່ງ ໃນການເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ໃຫ້ບັນລຸຜົນສຳເລັດ ໂດຍສະເພາະແມ່ນການບຸກທະລຸ ການທູດປ້ອງກັນເຫດ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອການເຊື່ອມໂຍງພາກພື້ນ ແລະ ສາກົນຂອງປະເທດເຮົາໃນໄລຍະໃໝ່.

 

ກອງປະຊຸມສະຫລຸບການເຄື່ອນໄຫວວຽກງານການຕ່າງປະເທດ ປະຈໍາປີ 2016 ຂອງກະຊວງການຕ່າງປະເທດ

sumarize1 2016

sumarize2 2016

ໃນວັນທີ 28 ທັນວາ 2016, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2016, ທີ່ ກະຊວງການຕ່າງປະເທດ, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາຮອງລັດຖະມົນຕີ, ຄະນະກົມ, ພະນັກງານອາວຸໂສບໍານານ ພ້ອມດ້ວຍພະນັກງານພາຍໃນກະຊວງການຕ່າງປະເທດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ ທ່າອ່ຽງ ແລະ ທ່າຂະຫຍາຍຕົວ ຂອງສະພາບການພາກພື້ນ ແລະ ສາກົນໃນສະພາບການໃໝ່

ssv1

ssv2

    ໃນວັນທີ 27 ທັນວາ 2016, ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້ ທ່າອ່ຽງ ແລະ ທ່າຂະຫຍາຍຕົວ ຂອງສະພາບການພາກພື້ນ ແລະສາກົນໃນສະພາບການໃໝ່. ໃຫ້ກຽດເຂົ້າຮ່ວມບັນຍາຍ ແລະ ເປັນປະທານກອງປະຊຸມສຳມະນາວິທະຍາສາດ ຄັ້ງນີ້ມີທ່ານ ສົມສະຫວາດ ເລັງສະຫວັດ, ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ທີ່ປຶກສາຄະນະບໍລິຫານງານສູນກາງພັກ ດ້ານວຽກງານພຶດຕິກຳທິດສະດີ ແລະ ແນວຄິດໄກສອນພົມວິຫານ; ທ່ານ ສະເຫລີມໄຊ ກົມມະສິດ,​ ລັດຖະມົນຕີກະຊວງການຕ່າງປະເທດ, ຄະນະພັກຄະນະນຳກະຊວງການຕ່າງປະເທດ; ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກ; ທ່ານ ພົງສະຫວັດບຸບຜາ, ອະດີດລັດຖະມົນຕີປະຈຳສຳນັກງານປະທານປະເທດ; ເອກອັກຄະລັດຖະທູດ, ກົງສຸນໃຫຍ່, ຄະນະກົມພາຍໃນກະຊວງ, ບັນດາຫົວໜ້າສຳນັກງານການທູດລາວທີ່ຕ່າງປະເທດເຂົ້າຮ່ວມຮັບຟັງ ແລະ ປະກອບຄຳເຫັນ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486444
ມື້ນີ້140
ມື້ວານ220
ອາທິດນີ້106
ເດືອນນີ້5749