ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ໂດຍຕອບສະຫນອງຕາມການເຊື້ອເຊີນ ຂອງ ທ່ານ ປຣັກ ໂສຄົນ (PRAK Sokhonn), ລັດຖະມົນຕີອາວຸ​ໂສ ​ແລະ ລັດຖະມົນຕີ​ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ​ແຫ່ງ ລາຊະ​ອານາຈັກ ກໍາປູເຈຍ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວຈະນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ​​ແລະ ກອ​ງປະຊຸມ ທີ່​ກ່ຽວຂ້ອງ, ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 22-23 ທັນວາ 2016 ທີ່ ສຽມຣຽບ, ກໍາປູເຈຍ.

ອ່ານເພີ່ມເຕີມ... 

ທ່ານ ສະເຫລີມໄຊ ກົມມະສິດ ເປັນປະທານກອງປະຊຸມ ວົງແຄບຂອງ ລັດຖະມົນຕີຕ່າງປະເທດອາຊຽນ ທີ່ ມຽນມາ

vong kheap

ສາທາລະນະລັດ ສະຫະພາບ ມຽນມາ ໄດ້ເປັນເຈົ້າພາບຈັດ ກອງປະຊຸມວົງແຄບຂອງລັດຖະມົນຕີຕ່າງປະເທດອາຊຽນ ໃນວັນທີ 19 ທັນວາ 2016 ທີ່ ຢ້າງກຸງ. ທ່ານ ສະເຫລີມໄຊ  ກົມມະສິດ ໃນນາມປະທານອາຊຽນ ໄດ້ເປັນປະທານກອງປະຊຸມບໍ່ເປັນທາງການດັ່ງກ່າວ. ໃນໂອກາດນີ້ ທ່ານ ນາງ ອອງ ຊານ ຊູ ຈີ, ທີ່ປຶກສາສາແຫ່ງລັດ, ລັດຖະມົນຕີການຕ່າງປະເທດ ຂອງ ສະທາລະນະລັດ ສະຫະພາບ ມຽນມາ ໄດ້ແຈ້ງໃຫ້ບັນດາລັດຖະມົນຕີຕ່າງປະເທດອາຊຽນຊາບ ກ່ຽວກັບສະພາບການທີ່ເກີດຂື້ນ ຢູ່ ລັດລະຄາຍ ແລະ ຄວາມພະຍາຍາມຂອງ ລັດຖະບານມຽນມາໃນການແກ້ໄຂຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆຢູ່ລັດດັງກ່າວ, ລວມທັງ ການຮ່ວມມືຂອງມຽນມາກັບວົງຄະນາຍາດສາດກົນ ໂດຍສະເພາະແມ່ນກັບອົງການສະຫະປະຊາຊາດ ເຊັ່ນໄດ້ມີການສ້າງຕັ້ງ ຄະນະກໍາມະການສູນກາງກ່ຽວກັບການສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຢູ່ ລັດລະຄາຍ ແລະ ຄະນະກໍາມາທິການ ທີ່ປຶກສາ ຊຶ່ງນໍາໂດຍ ທ່ານ ໂກຟີອານັນ, ອາດີດເລຂາທິການໃຫຍ່ ຂອງ ອົງການ ສປຊ.

ອ່ານເພີ່ມເຕີມ... 

ນາຍົກລັດຖະມົນຕີໂອ້ລົມຕໍ່ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13

ThL MOF1 ThL MOF2

ໃນວັນທີ 16 ທັນວາ 2016, ເຊິ່ງເປັນມື້ສຸດທ້າຍຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 13, ທີ່ໄດ້ດຳເນີນມາແຕ່ວັນທີ 13 ທັນວາ 2016 ທີ່ສູນICTC, ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມເພື່ອພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ກ່ຽວກັບທິດທາງການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນຕໍ່ຫນ້າ, ເຊິ່ງໄດ້ເຮັດໃຫ້ຜູ້ເຂົ້າຮ່ວມ ແລະ ຄະນະຜູ້ແທນກອງປະຊຸມ ຫລາຍກວ່າ 500 ຄົນ ໄດ້ເຂົ້າໃຈ ແລະ ເຊື່ອມຊືມເລິກເຊິ່ງຂຶ້ນຕື່ມ ຕໍ່ແນວທາງນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຖະບານ ສປປ ລາວ ທັງໃນອະດີດ, ປະຈຸບັນ ແລະ ອະນາຄົດ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486396
ມື້ນີ້92
ມື້ວານ220
ອາທິດນີ້58
ເດືອນນີ້5701