ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີໂອ້ລົມຕໍ່ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13

ThL MOF1 ThL MOF2

ໃນວັນທີ 16 ທັນວາ 2016, ເຊິ່ງເປັນມື້ສຸດທ້າຍຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 13, ທີ່ໄດ້ດຳເນີນມາແຕ່ວັນທີ 13 ທັນວາ 2016 ທີ່ສູນICTC, ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມເພື່ອພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ກ່ຽວກັບທິດທາງການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນຕໍ່ຫນ້າ, ເຊິ່ງໄດ້ເຮັດໃຫ້ຜູ້ເຂົ້າຮ່ວມ ແລະ ຄະນະຜູ້ແທນກອງປະຊຸມ ຫລາຍກວ່າ 500 ຄົນ ໄດ້ເຂົ້າໃຈ ແລະ ເຊື່ອມຊືມເລິກເຊິ່ງຂຶ້ນຕື່ມ ຕໍ່ແນວທາງນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຖະບານ ສປປ ລາວ ທັງໃນອະດີດ, ປະຈຸບັນ ແລະ ອະນາຄົດ.

ພາຍຫລັງທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໃນຖານະປະທານກອງປະຊຸມວຽກງານການຕ່າງປະເທດຄັ້ງນີ້ ຂຶ້ນກ່າວລາຍງານກ່ຽວກັບຜົນການດຳເນີນກອງປະຊຸມໃນ 3 ວັນຜ່ານມາ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ໃນນາມຕາງຫນ້າໃຫ້ພັກ ແລະ ລັດຖະບານ, ໄດ້ຂຶ້ນກ່າວຍ້ອງຍໍຊົມເຊີຍຕໍ່ບັ້ນການດຳເນີນກອງປະຊຸມວຽກງານການຕ່າງປະເທດຄັ້ງນີ້, ເຊິ່ງຖືວ່າເປັນກອງປະຊຸມໃຫຍ່ທົ່ວປະເທດຂອງຂະແຫນງການຕ່າງປະເທດຂອງ ສປປ ລາວ, ທີ່ມີຄະນະຜູ້ແທນເຂົ້າຮ່ວມທັງຈາກພາຍໃນປະເທດ ແລະ ຕ່າງປະເທດ, ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຮູ້ບຸນຄຸນຕໍ່ອະດີດການນຳໃນຂົງເຂດວຽກງານການຕ່າງປະເທດ, ເຊິ່ງເປັນຜູ້ບຸກເບີກວຽກງານການທູດຂອງລາວເຮົາໃນໄລຍະຜ່ານມາ.ພ້ອມດຽວກັນນີ້, ທ່ານທອງລຸນ ສີສຸລິດ ກໍໄດ້ກ່າວຍ້ອງຍໍສັນລະເສີນ ຕໍ່ຜົນງານດີເດັ່ນຂອງບັນດາຂະແຫນງການກ່ຽວຂ້ອງຕ່າງໆ ໃນການເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະຜ່ານມາ, ເຊິ່ງເຫັນວ່າໄດ້ສ້າງຊື່ສຽງ ແລະ ຊ່ວຍຍົກສູງພາລະບົດບາດຂອງ ສປປ ລາວ ໃຫ້ພົ້ນເດັ່ນຂຶ້ນໃນຫລາຍດ້ານໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະຜົນສໍາເລັດອັນສະຫງ່າງາມໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016.

ທ່ານນາຍົກຍັງໃຫ້ຄວາມສຳຄັນ ແລະ ຕີຄາລາຄວາມຫມາຍສູງຕໍ່ຄຳຂວັນ ແລະ ຫົວຂໍ້ກອງປະຊຸມຄັ້ງນີ້ວ່າ ໄດ້ຕິດພັນກັບແນວທາງການຕ່າງປະເທດຂອງພັກ ແລະ ລັດຖະບານ; ພ້ອມທັງມີຄວາມກົມກືນກັບເນື້ອໃນກອງປະຊຸມລະດັບວິຊາການ ເພື່ອຍົກໃຫ້ເຫັນເຖິງຄວາສຳຄັນໃນຍົກສູງຄວາມຮູ້ຄວາມສາມາດ ແລະ ທັດສະນະນຳຫນ້າ ແລະ ເປັນເຈົ້າການຂອງພະນັກງານໃນຂະແຫນງການຕ່າງປະເທດ. ນອກນັ້ນ, ທ່ານຍັງໄດ້ແນະນໍາເຖິງການດໍາເນີນວຽກງານການທູດໃຫ້ຄ່ອງແຄ້ວ ແລະ ນີ້ມນວນ ແຕ່ເຕັມໄປດ້ວຍຫລັກການ ແລະ ທັດສະນະອັນຫນັກແຫນ້ນຂອງພັກ ແລະ ລັດເຮົາ ບົນພື້ນຖານການປົກປ້ອງ ແລະ ປົກປັກຮັກສາຜົນປະໂຫຍດຂອງຊາດ, ສິດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ.

ຕໍ່ສະພາບການສາກົນ, ທ່ານນາຍົກທອງລຸນ ເຫັນວ່າ ຍັງຈະສືບຕໍ່ປ່ຽນແປງໄປຢ່າງສະລັບສັບຊ້ອນ ແຕ່ກໍມີທ່າອ່ຽງດີຂຶ້ນໃນການຮ່ວມມືທາງດ້ານເສດຖະກິດ. ສປປ ລາວ ຍຶດຫມັ້ນໃນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເຫມີຕົ້ນສະເຫມີປາຍ, ເພາະສະນັ້ນ ຈຶ່ງຈຳເປັນຕ້ອງມີການພົວພັນຮ່ວມມືກັບສາກົນ ແລະ ການເຊື່ອມໂຍງເສດຖະກິດໃນພາກພື້ນ ແລະ ສາກົນ ໃຫ້ຫລາຍຂຶ້ນກວ່າເກົ່າ.

ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາຫລາຍບັນຫາຕໍ່ກອງປະຊຸມ ກ່ຽວກັບ ທິດທາງການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນຂອງກອງປະຊຸມຄັ້ງນີ້ ໃຫ້ບັນລຸເປົ້າຫມາຍ ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ແລະ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ຫລຸດພົ້ນອອກຈາກຄວາມດ້ວຍພັດທະນາ ໃນປີ 2020.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486448
ມື້ນີ້2
ມື້ວານ142
ອາທິດນີ້110
ເດືອນນີ້5753