ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

          ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຊອກຊີ (Georgia) ທີ່ໄດ້ຮັບການລົງນາມ ໃນວັນທີ 31 ພຶດສະພາ 2022 ທີ່ ກົວລາລໍາເປີ, ຈະມີຜົນບັງຄັບໃຊ້ ນັບແຕ່ວັນທີ 01 ຕຸລາ 2022 ເປັນຕົ້ນໄປ, ເຊິ່ງມີເນື້ອໃນສໍາຄັນດັ່ງລຸ່ມນີ້:

 

1. ຄົນສັນຊາດຂອງພາຄີຝ່າຍໜຶ່ງ ທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ທີ່ມີອາຍຸການນໍາໃຊ້ຢ່າງໜ້ອຍ 06 ເດືອນ ສາມາດເດີນທາງເຂົ້າ-ອອກ, ຜ່ານ ແລະ ພັກເຊົາ ໃນດິນແດນຂອງຄູ່ພາຄີອີກຝ່າຍໜຶ່ງ ໂດຍບໍ່ຈໍາເປັນຂໍວີຊາ ພາຍໃນໄລຍະເວລາບໍ່ເກີນ 90 ວັນ ໃນໄລຍະ 180 ວັນ ນັບແຕ່ວັນທີເດີນທາງເຂົ້າ, ຊຶ່ງໄລຍະເວລາ 180 ວັນ ແມ່ນນັບລວມຈາກການພັກເຊົາແຕ່ລະຄັ້ງກ່ອນໜ້ານັ້ນ.

 

2. ຄົນສັນຊາດຂອງພາຄີຝ່າຍໜຶ່ງ ທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ທີ່ມີອາຍຸນໍາໃຊ້ຢ່າງໜ້ອຍ 06 ເດືອນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ຢູ່ສໍານັກງານຜູ້ຕາງໜ້າການທູດ, ສໍານັກງານຜູ້ຕາງໜ້າກົງສຸນ ແລະ ອົງການຈັດຕັ້ງສາກົນ ຢູ່ໃນດິນແດນຂອງພາຄີຝ່າຍໜຶ່ງ ລວມທັງສະມາຊິກຄອບຄົວທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ທີ່ມີອາຍຸການນໍາໃຊ້ຢ່າງໜ້ອຍ 06 ເດືອນ, ໃນຄັ້ງທໍາອິດ ແມ່ນຈະຕ້ອງໄດ້ຂໍວີຊາ ກ່ອນເດີນທາງເຂົ້າດິນແດນຂອງພາຄີຝ່າຍໜຶ່ງ. ບຸກຄົນທີ່ກ່າວໄວ້ຂ້າງເທິງ ແມ່ນຈະຕ້ອງໄດ້ຮັບອະນຸມັດທີ່ຈໍາເປັນຕ່າງໆ ພາຍໃນ 30 ວັນ ຈາກມື້ເດີນທາງເຂົ້າ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485499
ມື້ນີ້4
ມື້ວານ196
ອາທິດນີ້535
ເດືອນນີ້4804