ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ.ຫວຽດນາມ ຢ້ຽມຢາມທາງການ ສປປ ລາວ

Viet Lao1 Viet Lao2

Viet Lao4 Viet Lao3

 

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ສະເຫລີມ ໄຊກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຈາກກະຊວງການຕ່າງປະເທດ ໄດ້ເດີນທາງມາຢ້ຽມຢາມສປປລາວຢ່າງເປັນທາງການ ໃນລະຫວ່າງວັນທີ 24-26 ທັນວາ 2016.

 

ໃນຕອນບ່າຍຂອງວັນທີ 26 ທັນວາ 2016, ພິທີຕ້ອນຮັບທາງການໄດ້ຈັດຂຶ້ນທີ່ກະຊວງການຕ່າງປະເທດ ໂດຍການຕ້ອນຮັບຂອງ ທ່ານ ສະເຫລີມ ໄຊກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຫລັງຈາກນັ້ນ ກໍໄດ້ມີພິທີພົບປະສອງຝ່າຍ ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ. ໃນການພົບປະສອງຝ່າຍ ໄດ້ທົບທວນຄືນ ກ່ຽວກັບ ການພົວພັນຮ່ວມມືຂອງສອງປະ​ເທດ ລາວ-ຫວຽດນາມ ​ແລະ ຂອງ​ສອງກະຊວງການຕ່າງປະເທດ ໃນຊຸມປີຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຊຸມປີຕໍ່ໜ້າ​ ໂດຍ​ສະ​ເພາະ​ໃນ​ດ້ານການພົວພັນການເມືອງ, ການພົວພັນຮ່ວມມືດ້ານເສດຖະກິດ, ວຽກງານປ້ອງກັນຄວາມສະຫງົບ-ປ້ອງກັນຊາດ, ​ວຽກງານຊາຍແດນ ​ແລະ ສະ​​ເພາະ​ຂອງ​ສອງ​ກະຊວງ​ການ​ຕ່າງປະ​ເທດ ລາວ-ຫວຽດນາມ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ສົນ​ໃຈ ​ແລະ ​ໃນ​ປີ 2017 ທີ່​ຈະ​ມາ​ເຖິງ​ນີ້ ສອງ​ປະ​ເທດ ລາ​ວ-ຫວຽດນາມ ຈະ​ຈັດ​ກິດຈະກຳ​ສະ​ເຫລີ​ມສະຫລອງ​ສອງ​ວັນ​ປະຫວັດ​ສາດ​ຄື ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລາວ-ຫວຽດນາມ ຄົບຮອບ 55 ປີ ​ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ຄົບຮອບ 40 ປີ.

 

ພາຍຫລັງສຳເລັດການພົບປະດັ່ງກ່າວ, ກໍໄດ້ມີພິທີມອບໃບປະກາດປະລິນຍາເອກກິດຕິມະສັກດ້ານ​ການ​ພົວພັນ​ຕ່າງປະ​ເທດ ໃຫ້ແກ່ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຊິ່ງມອບໂດຍ ທ່ານ ຫງວຽນ ຫວູ ຕຸ່ງ, ຫົວໜ້າສະຖາບັນການຕ່າງປະເທດຂອງຫວຽດນາມ, ໂດຍການເຂົ້າຮ່ວມຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສສ. ຫວຽດນາມ, ພ້ອມດ້ວຍຄະນະທາງການຂອງສອງກະຊວງການຕ່າງປະເທດ.

 

ໃນວັນດຽວກັນ, ທ່ານຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ກໍໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ທີ່ ທໍານຽບປະທານປະເທດ ແລະ ເຂົ້າຢ້ຽມຂ່ຳນັບ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ສໍານັກງານນາຍົກລັດຖະມົນຕີ, ຊຶ່ງ​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ມີ​ຄວາມ​ຍິນ​ດີ ​ແລະ ຊົມ​ເຊີຍ ​ຕໍ່​ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ພົວພັນ​ຮ່ວມ​ມື​​ຮອບດ້ານ ລະຫວ່າງ ສອງ​ພັກ-​ສອງ​ລັດ ກໍ​ຄື​ ປະຊາຊົນ​ສອງ​ຊາດ ລາວ-​ຫວຽດນາມ ທີ່​ນັບ​ມື້​ນັບ​ຂະຫຍາຍ​ໂຕ​ຍິ່ງ​ຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485753
ມື້ນີ້52
ມື້ວານ206
ອາທິດນີ້789
ເດືອນນີ້5058