ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດມາເລເຊຍ ປະຈຳລາວ ເຂົ້າຢ້ຽມອຳລາ

em malaysia1

em malaysia2

ໃນວັນທີ 27 ທັນວາ 2016, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງ ພະນະທ່ານ ດາໂຕະ ທັນ ໄຕ ຫິງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ, ໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ວຽກງານການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານເອກອັກຄະລັດຖະທູດ ທີ່ໄດ້ປະຕິບັດໜ້າທີ່ຢ່າງມີຜົນສຳເລັດ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ. ໃນໄລຍະປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ທ່ານເອກອັກຄະລັດຖະທູດ ຍັງໄດ້ເຮັດໜ້າທີ່ເປັນຫົວໜ້າຄະນະທູຕານຸທູດ (Dean) ປະຈຳ ສປປ ລາວ ຢ່າງມີຜົນສຳເລັດດີ;ພ້ອມນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ     ມາເລເຊຍ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ, ຊຶ່ງສະແດງອອກໃນປະກອບສ່ວນຊຸກຍູ້ບັນດາໂຄງການຊ່ວຍເຫຼືອລ້າ, ໂຄງການຮ່ວມມືດ້ານວິຊາການ ແລະ ໂຄງການອື່ນໆອີກຈຳນວນຫຼວງຫຼາຍ, ການຄ້າ-ການລົງທຶນຂອງສອງຝ່າຍ ມີເຖິງ 21,6 ລ້ານໂດລາສະຫະລັດ ແລະ ການລົງທຶນຂອງມາເລເຊຍ ຢູ່ ສປປ ລາວ ມີເຖິງ 89 ໂຄງການ ລວມມູນຄ່າ 995 ລ້ານໂດລາສະຫະລັດ ຈັດຢູ່ໃນອັນດັບ 5 ຂອງນັກລົງທຶນຕ່າງປະເທດຢູ່ ສປປ ລາວ ແລະ ໄດ້ເປີດສາຍການບິນໂດຍກົງ ລະຫວ່າງ ກົວລາລຳເປີ ຫາ ຫຼວງພະບາງ ເພື່ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ. ນອກນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ໃຫ້ການສະໜັບສະໜູນໃນການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ໄດ້ປະກອບສ່ວນຊຸກຍູ້ໃນຂະ       ແໜງການປ້ອງກັນຊາດ ລະຫວ່າງ ສອງປະເທດ, ເຮັດໃຫ້ສາມາດເປີດຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດຢູ່ສອງປະເທດ, ຊຸກຍູ້ການຈັດກິດຈະກຳ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ມາເລເຊຍ ຄົບຮອບ 50 ປີ ແລະ ອື່ນໆ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນໃໝ່. ທ່ານເອກອັກຄະລັດຖະທູດ ກໍ​ໄດ້ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສູງ ຕໍ່​ລັດຖະບານ ກໍ​ຄືກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສປປ ລາວ ທີ່​ໄດ້​ໃຫ້​ການ​ຮ່ວມ​ມື, ສະໜັບສະໜູນ​ຊ່ວຍ​ເຫຼືອ ​ແລະ ອຳນວຍ​ຄວາມ​ສະດວກ​ຕະຫຼອດ​ໄລຍະການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ການ​ທູດ ຢູ່ ສປປ ລາວ ຈົນປະສົບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ.

ເພື່ອເປັນການຍ້ອງຍໍສັນລະເສີນຜົນງານອັນພົ້ນເດັ່ນດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ພະນະທ່ານ ດາໂຕະ ທັນ ໄຕ ຫິງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484510
ມື້ນີ້26
ມື້ວານ188
ອາທິດນີ້948
ເດືອນນີ້3815