ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດລາວ ແລະ ພະມະຫາກະສັດ ກໍາປູເຈຍ ພົບປະປຶກສາຫາລື ເພື່ອເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

   

  

  

20240423 2 Lao Pr visit CBD 1

   

  

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະບາດ ສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ ໃນວັນທີ 23 ເມສາ 2024, ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

  

ພິທີຕ້ອນຮັບ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ, ໃນຕອນເຊົ້າຂອງວັນທີ 23 ເມສາ 2024, ທີ່ ພະຣາຊະວັງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ໂດຍການໃຫ້ກຽດຕ້ອນຮັບຂອງ ພະບາດ ສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ.

  

  

  

20240423 2 Lao Pr visit CBD 3

  

  

ພາຍຫຼັງສໍາເລັດພີທີຕ້ອນຮັບ, ໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ ແລະ ພະບາດ ສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ. ໃນໂອກາດນີ້, ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ພ້ອມທັງຕີລາຄາສູງ ຕໍ່ການຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້. ຂະນະດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ທີ່ເຕັມປ່ຽມໄປດ້ວຍໄມຕີຈິດມິດຕະພາບ ຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍຄື ລັດຖະບານ ແລະ ປະຊາຊົນກໍາປູເຈຍ. ການຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຄັ້ງນີ້ ຂອງ ພະນະທ່ານ ທອງລຸນ ສີສຸລິດ ຖືເປັນການຢ້ຽມຢາມທາງລັດຖະກິດ ຄັ້ງທີ 2 ໃນຖານະເປັນປະທານປະເທດ ແຫ່ງ ສປປ ລາວ, ຊຶ່ງມີຄວາມໝາຍສໍາຄັນ ຕໍ່ການເສີມຂະຫຍາຍສາຍພົວພັນສອງຝ່າຍ ລະຫວ່າງ ລາວ-ກຳປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ, ເປັນບ້ານໃກ້ເຮືອນຄຽງ ບ້ານແກ່ວເມືອງດອງ ທີ່ມີຮີດຄອງປະເພນີຄ້າຍຄືກັນ ມີມູນເຊື້ອແຫ່ງການພົວພັນອັນດີມາແຕ່ບູຮານນະການ.

  

  

 

20240423 2 Lao Pr visit CBD 4

  

  

  

ໃນການພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ. ໃນປີ 2019 ສອງປະເທດກໍ່ໄດ້ຍົກລະດັບການພົວພັນ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ສອງປະເທດສືບຕໍ່ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ການນໍາຂັ້ນສູງສຸດຂອງສອງປະເທດ ມີຄວາມໃກ້ຊິດ ແລະ ສະໜິດສະໜົມກັນ ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

  

ນັບແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນປີ 1956  ມາເຖິງປະຈຸບັນ ເປັນເວລາເກືອບ 68 ປີ, ສປປ ລາວ ຖືວ່າ ຣາຊະອານາຈັກ ກໍາປູເຈຍ ເປັນເພື່ອນບ້ານໃກ້ຄຽງທີ່ດີ, ບ້ານແກ່ວເມືອງດອງ, ມີສາຍພົວພັນທີ່ມີມູນເຊື້ອອັນຍາວນານ. ໃນອະດີດທີ່ຜ່ານມາ ພະມະຫາກະສັດ ໂນໂຣດົມ ສີຫານຸ, ສົມເດັດ ພະບິດາ ຂອງພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍ່ໄດ້ສະເດັດໄປຢ້ຽມຢາມ ເມືອງວຽງໄຊ, ເຂດປົດປ່ອຍຂອງລາວ ອັນໄດ້ເປັນກຳລັງໃຈອັນຍິ່ງໃຫຍ່ແກ່ປະຊາຊົນລາວ ໃນການຕໍ່ສູ້ປົກປ້ອງອະທິປະໄຕຂອງຕົນ ໃນເມື່ອກ່ອນ, ພາຍຫຼັງສະຖາປະນາ ສປປ ລາວ ແລະ ຟື້ນຟູ ຣາຊະອານາຈັກ ກຳປູເຈຍ, ພະບາດ ສົມເດັດ ໂນໂຣດົມ ສີຫານຸ ກໍ່ໄດ້ໄປຢ້ຽມຢາມ ສປປ ລາວ ອີກດ້ວຍ, ຊຶ່ງ ສປປ ລາວ ຖືວ່າ ພະອົງແມ່ນໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການເສີມຂະຫຍາຍສາຍພົວພັນສອງຝ່າຍ ລາວ-ກຳປູເຈຍ ຍ້ອນການພົວພັນລະດັບສູງສຸດດັ່ງກ່າວນີ້ ຈຶ່ງເຮັດໃຫ້ສອງປະເທດ ລາວ-ກໍາປູເຈຍ ມີມິດຕະພາບ ແລະ ການພົວພັນທີ່ດູດດື່ມຕະຫຼອດມາ ທັງໄດ້ເພິ່ງພາອາໃສເຊິ່ງກັນ ແລະ ກັນ ສະເໝີມາ. ສະນັ້ນ, ເພື່ອເປັນສັນຍາລັກແຫ່ງຄວາມສຳພັນທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ, ລັດຖະບານ ແລະ ປະຊາຊົນລາວ ຈຶ່ງໄດ້ມອບຊ້າງ ຈຳນວນ 2 ເຊືອກ ຄື ທ້າວ ຈໍາປາ ແລະ ນາງ ລໍາດວນ ໃຫ້ແກ່ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍ່ຄືປະຊາຊົນກຳປູເຈຍ ໃນໂອກາດມາຢ້ຽມຢາມໃນຄັ້ງນີ້.

  

  

  

  

20240423 2 Lao Pr visit CBD 6

20240423 2 Lao Pr visit CBD 7

  

  

  

ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຮ່ວມກັນຊຸກຍູ້ ໃຫ້ລັດຖະບານທັງສອງປະເທດສືບຕໍ່ຈັດຕັ້ງປະຕິບັດບັນດາຜົນການຕົກລົງຮ່ວມກັນ ລະຫວ່າງ ສອງລັດຖະບານ ລາວ ແລະ ກໍາປູເຈຍ ໃຫ້ເປັນຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະເທດຊາດ ກໍ່ຄືປະຊາຊົນສອງຊາດ ລາວ-ກໍາປູເຈຍ, ໂດຍສະເພາະບັນດາຜົນການຕົກລົງ ແລະ ເອກະສານທີ່ລົງນາມຮ່ວມກັນ ໃນໂອກາດທີ່ ສົມເດັດ ມະຫາ ບໍວໍ ທິບໍດີຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເດືອນມີນາ 2024 ຜ່ານມາ, ທັງຍັງເຫັນດີຈະສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທີ່ແໜ້ນແຟ້ນ ເພື່ອສືບຕໍ່ຮັກສາມູນເຊື້ອສາຍສໍາພັນລະດັບສູງສຸດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໄວ້ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

  

ການພົບປະສອງຝ່າຍ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ ແລະ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ໄດ້ນໍາເນີນໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ, ໂດຍສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນ ເຊິ່ງກັນ ແລະ ກັນ ຢ່າງເລິກເຊິ່ງ ແລະ ຈິງໃຈ, ຊຶ່ງຈະເປັນພື້ນຖານອັນໜັກແໜ້ນ ຕໍ່ການເພີ່ມທະວີສາຍພົວພັນ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ກໍ່ຄືປະຊາຊົນສອງຊາດ ລາວ ແລະ ກໍາປູເຈຍ. ໃນໂອກາດດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ເຊື້ອເຊີນ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ສະເດັດ ໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເຫັນວ່າສະດວກ ເພື່ອເປັນການສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງປະເທດ ໃນໄລຍະໃໝ່, ຊຶ່ງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍ່ໄດ້ສະແດງຄວາມຍິນດີຕອບຮັບການເຊື້ອເຊີນດັ່ງກ່າວ ແລະ ຈະຈັດຫາເວລາອັນເໝາະສົມ ໄປຢ້ຽມຢາມ ສປປ ລາວ.

  

  

  

20240423 2 Lao Pr visit CBD 8

    

   

ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກໍາປູເຈຍ ຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ໄປວາງພວງມາລາ ທີ່ ອານຸສາວະລີ ພະບາດ ສົມເດັດ ໂນໂຣດົມ ສີຫານຸ ແລະ ອານຸສາວະລີ ເອກະລາດ ອີກດ້ວຍ.

  

  

 

  

  

  

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487295
ມື້ນີ້130
ມື້ວານ191
ອາທິດນີ້957
ເດືອນນີ້688