ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສໍາເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2

mk mkk

ໃນວັນທີ 22-23 ທັນວາ 2016, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບ ການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ທີ່ ສຽມຣຽບ, ລາຊະອານາຈັກ ກໍາປູເຈຍ, ພາຍໃຕ້ການເປັນ ປະທານຮ່ວມ ຂອງ ທ່ານ ປຣາກ ໂຊຄົນ (PRAK Sokhonn), ລັດຖະມົນຕີອາວຸໂສ, ລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ລາຊອານາຈັກກໍາປູເຈຍ ແລະ ທ່ານ ຫວາງ ອີ້ (Wang Yi), ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ​ແລະ ມີບັນດາລັດຖະມົນຕີຕ່າງປະເທດ ແລະ ຄະນະຜູ້ແທນ ຂອງ 6 ປະເທດສະມາຊິກ ຄື: ກຳປູ​ເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທ ແລະ ສສ. ຫວຽດນາມ ເຂົ້າຮ່ວມຢ່າງ​ພ້ອມພຽງ.

ກອງປະຊຸມຄັ້ງ​ນີ້ ໄດ້ຕີລາຄາສູງຕໍ່ຄວາມຄືບຫນ້າ ຂອງການຈັດຕັ້ງຜັນຂະຫຍາຍຖະແຫລງການຊານຢາ ຂອງກອງປະຊຸມຜູ້ນໍຳຂອບ​ການ​ຮ່ວມ​ມື ​ແມ່​ນໍ້າຂອງ-​ແມ່​ນໍ້າ​ລ້ານ​ຊ້າງ ຄັ້ງທີ 1 ໂດຍສະເພາະ ໄດ້ມີການກຳໜົດກົນໄກ ແລະ ສ້າງຕັ້ງກອງປະຊຸມຫນ່ວຍງານ ຂອງ 5 ຂະແຫນງການຮ່ວມມື ຄື: ການເຊື່ອມຈອດ, ການສ້າງຄວາມອາດ ສາມາດໃນການຜະລິດ, ຊັບພະຍາກອນນໍ້າ, ເຂດເສດຖະກິດຊາຍແດນ, ກະສິກໍາ ແລະ ການຫລຸດຜ່ອນຄວາມທຸກຍາກ; ໂຄງການເຫັນຜົນໄວ ໄດ້ຖືກຈັດຕັ້ງປະຕິບັດ ແລະ ມີຄວາມຄືບຫນ້າ ເປັນຢ່າງດີ. ສໍາລັບໂຄງການເຫັນຜົນໄວ ຂອງສປປ ລາວ ກໍໄດ້ຖືກຈັດຕັ້ງປະຕິບັດ ຈໍານວນ 2 ໂຄງການ ຄື: ໂຄງການເຄື່ອນໄຫວແສງສະຫວ່າງ (ໂຄງການປິ່ນປົວແກ່ນຕາຂຸ້ນ) ແລະ ໂຄງການຫລຸດຜ່ອນຄວາມທຸກຍາກ.

         ກອງປະຊຸມ ໄດ້ສະແດງຄວາມຍິນດີ ທີ່ ສປ ຈີນ ໄດ້ສ້າງຕັ້ງກອງທຶນພິເສດ ຂອງ ຂອບ ການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພ້ອມຍັງໄດ້ກໍານົດລະບຽບການຂຶ້ນແຜນໂຄງການ ແລະ ນໍາໃຊ້ກອງທຶນດັ່ງກ່າວ. ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາ 3 ເອກະສານສໍາຄັນ ຄື: (1) ຖະແຫລງຂ່າວຮ່ວມ ຂອງ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບ ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 (Joint Press Communiqué of the 2nd MLC Foreign Ministers’ Meeting), (2). ເອກະສານຕິດຕາມຜົນໄດ້ຮັບຂອງກອງປະຊຸມຜູ້ນໍາຂອບ​ການ​ຮ່ວມ​ມື ​ແມ່​ນໍ້າຂອງ-​ແມ່​ນໍ້າ​ລ້ານ​ຊ້າງ ຄັ້ງທີ 1 (Matrix of Follow-ups to the Outcomes of the 1st LMC Leaders’ Meeting) (3) ຫລັກການທົ່ວໄປຂອງການສ້າງຕັ້ງ ຫນ່ວຍງານຂົງເຂດບູລິມະສິດ (General Principle for the Establishment of the Joint Working Groups on the MLC Key Priority Areas) ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຮ່ວມມື​ຕໍ່​ຫນ້າ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນລາວ ​ກໍໄດ້ປະກອບ​ຄໍາ​ເຫັນຢ່າງ​ສ້າງສັນ ​ແລະ ​ໄດ້ນໍາສະ ເຫນີແຜນການຮ່ວມມືໃນຕໍ່ຫນ້າເພື່ອສ້າງເປັນແຜນປະຕິບັດງານຂອງຂອບການຮ່ວມມືດັ່ງກ່າວ ໃນໄລຍະຫ້າປີຕໍ່ຫນ້າ, ໂດຍສຸມໃສ່ການພັດ ທະນາພື້ນຖານໂຄງລ່າງການເຊື່ອມຈອດ, ການພັດທະນາ ແລະ ກໍ່ສ້າງສິ່ງອຳນວຍຄວາມສະດວກ ຕ່າງໆ ເພື່ອຊຸກຍູ້ການຜະລິດເປັນສິນຄ້າ; ການກໍ່ສ້າງ ແລະ ຊັບພະຍາກອນມະນຸດ, ການຝືກອົບຮົມ ເພື່ອສ້າງແຮງ ງານທີ່ມີສີມືທັງຈຳນວນ ແລະ ຄຸນນະພາບ ເພື່ອຮອງຮັບ ແລະ ສະຫນອງ ໃຫ້ແກ່ໂຄງການລົງທຶນໃນຂົງເຂດດັ່ງກ່າວ ທັງນີ້ກໍເພື່ອບັນລຸເປົ້າ ໝາຍການຫລຸດຜ່ອນຄວາມທຸກຍາກ ຂອງບັນດາປະເທດສະມາຊິກ ລວມທັງ ສປປລາວ ໃນປີ 2020 ໃຫ້ປະກົດຜົນເປັນຈິງ.

ໃນໂອກາດດັ່ງກ່າວນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ປຣາກ ໂຊຄົນ, ລັດຖະມົນຕີອາວຸໂສ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ; ທ່ານ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ; ແລະ ທ່ານ ທ່ານ ຫວາງ ອີ້, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຕາມລໍາດັບ ຊຶ່ງໄດ້ປຶກສາຫາລືເຖິງຄວາມຄືບຫນ້າ ຂອງການຮ່ວມມື ລະຫວ່າງ ລາວ-ກໍາປູເຈຍ, ລາວ-ຫວຽດນາມ ແລະ ລາວ-ຈີນ ຕາມລໍາດັບ ພ້ອມທັງໄດ້ແລກປ່ຽນ ຄໍາຄິດຄໍາເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສົນໃຈຮ່ວມກັນ ແລະ ດໍາເນີນການຕໍ່ໄປ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ, ກົງໄປກົງມາ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ກອງ​ປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ຈະຈັດຂຶ້ນໃນປີ 2017 ທີ່ ສປ ຈີນ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484332
ມື້ນີ້36
ມື້ວານ273
ອາທິດນີ້770
ເດືອນນີ້3637