ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIII

SLX Mofa151 SLX Mofa152

ໃນວັນທີ 15 ທັນວາ 2016, ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIII ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ. ໃນກອງປະຊຸມຄັ້ງນີ້ ຍັງມີການເຂົ້າຮ່ວມຂອງ ອະດີດກົມການເມືອງສູນກາງພັກ, ກຳມະການສູນກາງພັກ, ການນຳຂອງບັນດາອົງການຂອງພັກ, ລັດຖະບານ, ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ລັດຖະມົນຕີ, ຮອງລັດຖະມົນຕີ, ການນຳບັນດາກະຊວງ, ອົງການທຽບເທົ່າ ແລະ ການນຳນະຄອນຫລວງວຽງຈັນ, ເຈົ້າແຂວງ, ຮອງເຈົ້າແຂວງຈາກທົ່ວປະເທດ ພ້ອມດ້ວຍພະນັກງານຫລັກແຫລ່ງຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຂະແຫນງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມຫລາຍກວ່າ 500 ຄົນ.

 

ການຈັດກອງປະຊຸມວຽກງານການຕ່າງປະເທດຄັ້ງນີ້ ຈະໄດ້ທົບທວນຄືນຜົນການເຄື່ອນໄຫວວຽກງານການຕ່າງປະເທດ ໃນໄລຍະທ້າຍຂອງການຈັດຕັ້ງຜັນຂະຫຍາຍມະຕິ IX ຂອງພັກ, ກໍຄືການປະຕິບັດຜົນຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 12 ໃນໄລຍະປີ 2013-2016 ແລະ ຈະໄດ້ປຶກສາຫາລື ແລະ ກໍານົດແຜນການ, ແຜນງານ ແລະ ໂຄງການ ສຳລັບການເຄື່ອນໄຫວວຽກງານການຕ່າງປະເທດ ໃນໄລຍະປີ 2017-2019 ເພື່ອແນ່ໃສ່ເຮັດໃຫ້ການເຄື່ອນໄຫວຕ່າງປະເທດ ໃນທ່າມກາງສະພາບແວດລ້ອມສາກົນ ແລະ ພາກພື້ນ ທີ່ມີການຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນນີ້ ນຳມາຊຶ່ງຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ເພື່ອເປັນການສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດເຮົາ.

 

ນອກນັ້ນ, ປະທານກອງປະຊຸມ ຍັງໄດ້ແຈ້ງຜົນຂອງກອງປະຊຸມລະດັບວິຊາການເປີດກວ້າງ ທີ່ໄດ້ດໍາເນີນມາແຕ່ວັນທີ 13-14 ທັນວາ 2016, ພາຍຫຼັງກອງປະຊຸມພາຍໃນສະເພາະກະຊວງການຕ່າງປະເທດ ທີ່ໄດ້ຈັດຂຶ້ນໃນວັນທີ 8-9 ທັນວາ 2016, ເພື່ອຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຕ່າງປະເທດ ໃນໄລຍະ 3 ປີຜ່ານມາ ແລະ ສະເໜີແຜນການເຄື່ອນໄຫວໃນຕໍ່ໜ້າ, ໂດຍບັນດາຜູ້ແທນກອງປະຊຸມທີ່ມາຈາກຂະແຫນງການກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ມີການແລກປ່ຽນຄວາມຄິດຄວາມເຫັນ ແລະ ປຶກສາຫາລືກັນຢ່າງສ້າງສັນ, ກົງໄປກົງມາ ແລະ ມີຊີວິດຊີວາ ບົນພື້ນຖານຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ.

 

ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນໄລຍະ 3 ປີ ຜ່ານມາ ໃນການພົວພັນຮ່ວມມືກັບຕ່າງປະເທດໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍໄດ້ສືບຕໍ່ປະຕິບັດນະໂຍບາຍຕ່າງປະເທດຂອງພັກຢ່າງຄ່ອງແຄ້ວ, ນິ້ມນວນ ແລະ ມີຈຸດສູມ, ໄດ້ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດອ້ອມຂ້າງ, ປະເທດອາຊຽນ ແລະ ປະເທດອື່ນໆໃຫ້ມີບາດກ້າວໃໝ່, ເປັນຕົ້ນແມ່ນກັບ ສສ. ຫວຽດນາມ, ສປ ຈີນ, ຍີ່ປຸ່ນ, ສ. ເກົາຫລີ. ໃນນັ້ນໃນປີ 2016 ນີ້, ການພົວພັນກັບ ອາເມຣິກາ, ໄດ້ຖືກຍົກລະດັບການຮ່ວມມືສອງຝ່າຍເປັນການຮ່ວມມືແບບກວມລວມ.

 

ປັດຈຸບັນ, ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 139 ປະເທດ, ມີການພົວພັນກັບເກືອບ 130 ພັກການເມືອງໃນທົ່ວໂລກ, ມີສຳນັກງານຕາງໜ້າການທູດ ສປປ ລາວ ຢູ່ຕ່າງປະເທດ 39 ແຫ່ງ, ໃນນັ້ນ ມີສະຖານທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ກົງສຸນໃຫຍ່ 9 ແຫ່ງ ແລະ ຫ້ອງການກົງສູນ 1 ແຫ່ງ.

 

ພ້ອມກັນນັ້ນ, ປະທານກອງປະຊຸມ ໄດ້ຊີ້ໃຫ້ເຫັນຜົນສຳເລັດໃນການປະຕິບັດວຽກງານວິຊາສະເພາະ ທີ່ຕິດພັນກັບວຽກງານການຕ່າງປະເທດ ຕາມທິດທາງນະໂຍບາຍການຕ່າງປະເທດຂອງພັກຢ່າງມີຈຸດສຸມ, ເປັນລະບົບ ແລະ ຕໍ່ເນື່ອງ, ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍແຜນງານ ແລະ ໂຄງການຕ່າງໆ ຕາມຜົນຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 12 ທີ່ຜ່ານມາໄດ້ເປັນຢ່າງດີ.

 

ໃນນັ້ນ, ໄດ້ປັບປຸງແກ້ໄຂແບບແຜນການປະສານງານ ລະຫວ່າງ ກະຊວງການຕ່າງປະເທດ ກັບ ບັນດາຂະແໜງການ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອແນ່ໃສ່ການເຄື່ອນໄຫວວຽກງານການຕ່າງປະເທດ ໃຫ້ຜ່ານປະຕູດຽວ, ລວມທັງການຍົກສູງຄວາມສາມາດໃນຄຸ້ມຄອງ, ກວດກາ ແລະ ຕິດຕາມໄດ້, ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານຕ່າງປະເທດຢູ່ຂອບເຂດທົ່ວປະເທດ ມີຄວາມຄ່ອງຕົວ, ໂລ່ງລຽນ ແລະ ກົມກຽວກັນຂຶ້ນເລື່ອຍໆ.

 

ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ມື້ (15-16/12/2016), ເຊິ່ງຈະໄດ້ປຶກສາຫາລືໃນຫົວຂໍ້ຄື: 1) ສັງເກດຕີລາຄາສະພາບແວດລ້ອມພາກພື້ນ ແລະ ສາກົນ, 2) ປຶກສາຫາລືການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ, ແລະ 3) ຍົກສູງຄວາມສາມາດ, ລັກສະນະນໍາຫນ້າ ແລະ ຄວາມເປັນເຈົ້າການຂອງພະນັກງານໃນຂະແຫນງການຕ່າງປະເທດ. ໃນມື້ສຸດທ້າຍ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ໃນນາມຕາງຫນ້າພັກ-ລັດ ຈະໃຫ້ກຽດເຂົ້າຮ່ວມ ເພື່ອໂອ້ລົມ ແລະ ໃຫ້ຄໍາແນະນໍາສໍາຄັນຕໍ່ກອງປະຊຸມ ກ່ຽວກັບ ທິດທາງການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ຕໍ່ໄປ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486359
ມື້ນີ້55
ມື້ວານ220
ອາທິດນີ້21
ເດືອນນີ້5664