ຖະແຫຼງການລັດຖະມົນຕີຕ່າງປະເທດອາຊຽນ
ກ່ຽວກັບການຄາດຕະກຳ ເອກອັກຄະລັດຖະທູດ ແຫ່ງ ສະຫະພັນລັດເຊຍ ປະຈຳ ຕວັກກີ
ອາຊຽນ ກ່າວປະນາມຢ່າງຮຸນແຮງ ຕໍ່ການຄາດຕະກຳ ທ່ານ ອັນເດຣ ກາລົບ, ເອກອັກຄະລັດຖະທູດ ແຫ່ງ ສະຫະພັນລັດເຊຍ ປະຈຳ ຕວັກກີ ທີ່ ນະຄອນຫຼວງ ອັງກາລາ ໃນວັນທີ 19 ທັນວາ 2016, ເຊິ່ງບໍ່ສາມາດມີເຫດຜົນໃດໆມາອະທິບາຍການກະທຳດັ່ງກ່າວໄດ້.
ຖະແຫລງການລັດຖະມົນຕີຕ່າງປະເທດອາຊຽນ
ກ່ຽວກັບ ເຫດການແຜ່ນດິນໄຫວໃນແຂວງອາເຈ, ປະເທດອິນໂດເນເຊຍ.
11 ທັນວາ 2016
*****************************
ບັນດາປະເທດມະມາຊິກອາຊຽນ ຮູ້ສຶກເສຍໃຈ ຕໍ່ກັບເຫດການແຜນດິນໄຫວທີ່ເກີດຂຶ້ນ ຢູ່ ຝັ່ງຕາເວັນອອກສ່ຽງເໜືອ ເກາະສຸມາຕາ, ແຂວງອາເຈ, ປະເທດອິນໂດເນເຊຍ, ໃນວັນທີ 7 ທັນວາ 2016, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼາຍຄົນ ແລະ ຊັບສິນຖືກທຳລາຍ.
ໃນຊ່ວງເວລາທີ່ຫຍຸ້ງຍາກນີ້, ອາຊຽນ ສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງ ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ, ໂດຍສະເພາະແມ່ນ ຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ຈາກເຫດການແຜ່ນດິນໄຫວ.
ອາຊຽນ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ການສະໜັບສະໜູນ ໂດຍທຸກວິທີທາງທີ່ ອາຊຽນສາມາດເຮັດໄດ້ ເພື່ອປະກອບສ່ວນໃຫ້ແກ່ຄວາມພະຍາຍາມຂອງລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ຟື້ນຄືນສູ່ສະພາບປົກກະຕິໂດຍໄວ.
ຖະແຫຼງການລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບ ການທົດລອງນິວເຄລຍ ໂດຍ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ
10 ກັນຍາ 2016
ອາຊຽນ ສະແດງຄວາມເປັນຫ່ວງຢ່າງຈິງຈັງ ຕໍ່ການທົດລອງນິວເຄລຍ ຄັ້ງທີ ຫ້າ ຂອງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ (ສປປ ເກົາຫຼີ) ໃນວັນທີ 9 ກັນຍາ 2016 ຊຶ່ງເປັນການລະເມີດບັນດາຍັດຕິທີ່ກ່ຽວຂ້ອງ ຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ.
ອາຊຽນ ຢໍ້າຄືນ ຄວາມສໍາຄັນຂອງສັນຕິພາບ ແລະ ຄວາມໝັ້ນຄົງໃນແຫຼມເກົາຫຼີ ແລະ ຢືນຢັນຄືນ ການສະໜັບສະໜູນຂອງຕົນຢ່າງເຕັມປ່ຽມ ເພື່ອສ້າງແຫຼມເກົາຫຼີ ໃຫ້ເປັນເຂດປອດອາວຸດນິວເຄລຍໂດຍສັນຕິວິທີ. ອາຊຽນ ຮຽກຮ້ອງໃຫ້ ສປປ ເກົາຫຼີ ປະຕິບັດຢ່າງຄົບຖ້ວນ ບັນດາຍັດຕິທີ່ກ່ຽວຂ້ອງ ຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ລວມທັງ ຍັດຕິຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ສະບັບເລກທີ 2270. ອາຊຽນ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ເອົາຄວາມພະຍາຍາມຮ່ວມກັນ ເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນຂົງເຂດດັ່ງກ່າວ.