ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

 

ໃບຄຳຮ້ອງຂໍໜັງສືຜ່ານແດນ

 

    ອີງຕາມແຈ້ງການຫ້ອງວ່າການສຳນັກງານນາຍົກລັດຖະມົນຕິ, ສະບັບເລກທີ 785 /ຫສນຍ.ກສມ.3, ສະບັບເລກທີ 6 ມິຖຸນາ 2016 " ເຫັນດີໃຫ້ກະຊວງການຕ່າງປະເທດ ນຳໃຊ້ແບບຟອມຄຳຮ້ອງຂໍໜັງສືຜ່ານແດນແບບໃໝ່ ໂດຍໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນ ມິຖຸນາ 2016 ເປັນຕົ້ນໄປ".

 

    ກົມກົງສູນ, ກະຊວງການຕ່າງປະເທດ ຂໍແຈ້ງໃຫ້ຊາບວ່າ: ໃບຄຳຮ້ອງຂໍໜັງສືຜ່ານແດນສະບັບໃໝ່ນີ້ ແມ່ນສາມາດນຳໃຊ້ຂໍໜັງສືຜ່ານແດນທັງແບບປະຈຸບັນ ແລະ ໜັງສືຜ່ານແດນເອເລັກໂທຮນິກ (E-passport) ເຊິ່ງຈະເລິ່ມນຳໃຊ້ນັບແຕ່ວັນທີ 30 ມິຖຸນາ 2016 ເປັນຕົ້ນໄປ. ທ່ານສາມາດເອົາ (download) ໃບຄຳຮ້ອງຂໍໜັງສືຜ່ານແດນ ທີ່ທ່ານຕ້ອງການໄດ້ ດັ່ງລຸ່ມນີ້:

1. ໃບຄຳຮ້ອງຂໍໜັງສືຜ່ານແດນເອເລັກໂທຣນິກການທູດ ແລະ ລັດຖະການ.

2. ໃບຄຳຮ້ອງຂໍໜັງສືຜ່ານແດນເອເລັກໂທຣນິກ ທຳມະດາ.

3. ໃບຄຳຮ້ອງຂໍໜັງສືຜ່ານແດນ ການທູດ ແລະ ລັດຖະການ.

4. ໃບຄຳຮ້ອງຂໍໜັງສືຜ່ານແດນ ທຳມະດາ.

5. ໃບອະນຸຍາດຜູ້ປົກຄອງ.

 

    ໝາຍເຫດ: ນັບແຕ່ວັນທີ 05 ກັນຍາ 2016 ເປັນຕົ້ນໄປ ປະຊາຊົນຜູ້ທີ່ມີຈຸດປະສົງມາຂໍໜັງສືຜ່ານແດນຫົວໃໝ່ ຫຼື ປ່ຽນໜັງສືຜ່ານແດນ ຢູ່ທີ່ກົມກົງສຸນ ແລະ ສູນຮັບຄຳຮ້ອງໜັງສືຜ່ານແດນແຂວງ ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ ຈະຕ້ອງໄດ້ມາຍື່ນດ້ວຍຕົນເອງ, ເນື່ອງຈາກວ່າ ພວກເຮົາຈຳເປັນຕ້ອງ ໄດ້ເກັບຂໍ້ມູນສ່ວນບຸກຄົນ ແລະ ລາຍນິ້ວມື ເຂົ້າໄວ້ໃນຖານຂໍ້ມູນການອອກໜັງສືຜ່ານແດນ.

ແຈ້ງການ

 

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404669
ມື້ນີ້145
ມື້ວານ171
ອາທິດນີ້1080
ເດືອນນີ້6709