ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງປີໃຫມ່ລາວ ພ.ສ 2567 ທີ່ ສະຖານທູດລາວ ປະຈຳ ບາງກອກ

 

LaoThaiNewyear2024 1LaoThaiNewyear2024 2

LaoThaiNewyear2024 3LaoThaiNewyear2024 4

 

ໃນຕອນຄໍ່າຂອງວັນທີ 24 ເມສາ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ປະຈໍາປີ 2024, ເຊິ່ງປີນີ້ ໄດ້ຮັບພະມະຫາກະລຸນາທິຄຸນ ຈາກ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາລີ ສະເດັດເປັນອົງປະທານ ໃນພິທີພາສີສູ່ຂວັນປີໃໝ່ ອັນມີຄວາມໝາຍຄວາມສໍາຄັນ, ເປັນຮິດສິບສອງຄອງສິບສີ່ ແລະ ເປັນປະເພນີອັນດີງາມທີ່ປະຕິ ບັດສືບທອດມາແຕ່ບູຮານນະການ ໂດຍຕາງໜ້າໃຫ້ ສະຖານທູດລາວ ປະຈໍາ ຣາຊະອານາຈັກໄທ ແລະ ບັນດາແຂກທີ່ເຂົ້າຮ່ວມງານບຸນ, ພະນະທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ກ່າວຖວາຍພະພອນໄຊຍະມຸງຄຸນອັນປະເສີດ ເນື່ອງໃນໂອກາດປີໃໝ່ ແລະ ວັນຄ້າຍວັນພຣະຣາຊະສົມພົບ ຄົບຮອບ 69 ພັນສາ ແດ່ ກົມສົມເດັດພະເທບ ຈົ່ງມີພະກະເສມສໍາລານຍິ່ງຍືນນານ ແລະ ສືບຕໍ່ເປັນຮົ່ມໂພຮົ່ມໄຊ ໃຫ້ແກ່ການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ໄທ ໃຫ້ຫມັ້ນຄົງທະນົງແກ່ນໄປຊົ່ວການລະນານ.

 

LaoThaiNewyear2024 6LaoThaiNewyear2024 7

 

ໃນວັນທີ 25 ເມສາ 2024, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ສືບຕໍ່ເດີນທາງ ໄປຈັງຫວັດສຸພັນບູລີ ເພື່ອເປັນປະທານໃນພິທີເປີດນໍາໃຊ້ ຫໍວັດທະນະທໍາພີ່ນ້ອງໄທເຊື້ອສາຍລາວຄັ່ງ ທີ່ ວັດພຸນໍ້າຮ້ອນ, ອໍາເພີດ່ານຊ້າງ, ຈັງຫວັດສຸພັນບູລີ, ຣາຊະອານາ ຈັກໄທ. ຫໍວັດທະນະທໍາ ແຫ່ງນີ້ ແມ່ນເລີ່ມມາຈາກການທອດຜ້າປ່າສາມັກຄີ ຂອງສະມາຄົມ ລາວ-ໄທ, ໄທ-ລາວ ເພື່ອມິດຕະພາບ ທີ່ ນະຄອນຫຼວງວຽງຈັນ ໃນປີ 2019 ໂດຍແມ່ນ ທ່ານ ນາງ ນາລີ ສີສຸລິດ, ພັນລະຍາທ່ານປະທານປະເທດ ເປັນເຈົ້າສັດທາລະດົມຈະຕຸປັດໃຈ ເພື່ອຮ່ວມສົມທົບທຶນຮອນທອດຜ້າປ່າສາມັກຄິ ຮ່ວມກັບ ສະມາຄົມ ລາວ-ໄທ, ໄທ-ລາວ ເພື່ອມິດຕະພາບ. ພາຍຫຼັງກໍ່ສ້າງສໍາເລັດ, ຫໍວັດທະນະທໍາ ແຫ່ງນີ້ ຈະເປັນສູນລວມ ອະນຸລັກປົກປັກຮັກສາ ແລະ ເປັນສູນຮຽນຮູ້ດ້ານສິລະປະວັດທະນະທໍາອັນດີງາມທີ່ເປັນເອກະລັກສະເພາະລາວຄັ່ງ, ເປັນບ່ອນເຕົ້າຮ່ວມຄວາມສາມັກຄີ ແລະ ເປັນມູນມໍລະດົກໃຫ້ລູກຫຼານຂອງພີ່ນ້ອງຊາວໄທເຊື້ອສາຍລາວ. ພ້ອມທັງເປັນສັນຍາລັກ ແຫ່ງ ເສີມຂະຫຍາຍການພົວພັນ ແລະ ຮ່ວມມື ລະຫວ່າງ ປະຊາຊົນສອງຊາດລາວ ແລະ ໄທ ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີວັດທະນະທໍາ, ຮີດຄອງປະເພນີ, ພາສາປາກເວົ້າເຂົ້າໃຈກັນ ໃນຖານະຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ.

 

LaoThaiNewyear2024 9

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487355
ມື້ນີ້23
ມື້ວານ167
ອາທິດນີ້1017
ເດືອນນີ້748