ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ກອງປະຊຸມພາຍໃນກະກຽມໃຫ້ແກ່ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13

13 meeting

     ກອງ​ປະຊຸມ​ພາຍ​ໃນກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ວຽກງານ​ການ​ຕ່າງປະ​ເທດ ຄັ້ງ​ທີ 13, ​​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 8-9 ທັນວາ 2016, ທີ່​ ກະຊວງ​ການ​ຕ່າງປະ​ເທດ, ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ,ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ກະຊວງ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ມີຄະນະ​ພັກ​ຄະນະ​ນຳ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າຫ້ອງການ, ​ເອກ​ອັກຄະ​ລັດຖະທູດ, ​ຜູ້ຕາງໜ້າຖາ​ວອນ, ​ກົງ​ສູນ​ໃຫຍ່​ລາວ​ທີ່​ຕ່າງປະ​ເທດ, ທູດ​ອາວຸ​ໂສ​, ຫົວໜ້າ​ກົມ, ຮອງ​ກົມ ​ແລະ ຄະນະ​ພະ​ແນ​ກ ພາຍ​ໃນກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.

ອ່ານເພີ່ມເຕີມ... 

ການນໍາຂັ້ນສູງຂອງ ສປປ ລາວ ກັບຈາກການເຂົ້າຮ່ວມໄຫ້ວອາໄລເຖິງດວງວິນຍານ ຂອງສະຫາຍ ຟີເເດນ ກາສໂຕຼ ຣຸດສ (Fidel Castro Ruz)

ສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກປະຊາຊົນ ປະຕິວັດລາວ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນທາງໄປຮ່ວມພິທີໄຫ້ວອາໄລເຖິງດວງວິນຍານຂອງສະຫາຍ    ຟີເເດນ ກາສໂຕຼ ຣຸດສ ແຕ່ວັນທີ 30 ພະຈິກ 2016 ຢູ່ທີ່ເມືອງ ແຊນເຕນໂກ ເດ ກູບາ (Santiago de Cuba), ສ.ກູບາ ເຊຶ່ງເປັນຖິ່ນກໍາເນີດນັກປະຕິວັດຕໍ່ສູ້ເພື່ອປົດປ່ອຍປະເທດໃນເດືອນ ມັງກອນ 1959 ແລະ ໄດ້ສະຖາປະນາເປັນສາທາລະນະລັດ ກູບາ ມາເຖິງປະຈຸບັນ. ຄະນະຜູ້ແທນໄດ້ກັບຄືນເຖິງນະຄອນຫລວງວຽງຈັນ ດ້ວຍຄວາມສະຫວັດດີພາບ ໃນຕອນສວຍຂອງວັນທີ 07 ທັນວາ 2016.

ອ່ານເພີ່ມເຕີມ... 

ຜູ້ນຳລາວ ຕ້ອນຮັບການເຂົ້າອວຍພອນ ຂອງບັນດາທູຕານຸທູດ ໃນໂອກາດ ວັນຊາດທີ 2 ທັນວາ

em congrate 1

em congrate 2

ໃນ​ຕອນ​ເຊົ້າ​​ວັນ​ທີ 2 ​ທັນວາ 2016, ທີ່​ທຳນຽບປະທານ​ປະ​ເທດ, ການ​ນຳ​ພັກ-ລັດ ປະກອບ​ມີ​ ​ທ່ານ ​ບຸນ​ຍັງ ວໍລະ​ຈິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ, ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມພັນລະຍາ, ທ່ານ​ນາງ ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ ພ້ອມ​ສາມີ ​ແລະ ບັນດາ​ທ່ານລັດຖະມົນຕີ, ຮອງ​ລັດຖະມົນຕີ, ພ້ອມພັນລະຍາ ໄດ້ເປັນກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບອວຍພອນ ຂອງບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈຳລາວ ນຳໂດຍ ທ່ານ ດາ​ໂຕະ ທັນໄຕ​ຮິງ, ເອກອັກຄະລັດຖະທູດອາວຸໂສ ແຫ່ງ ປະ​ເທດ​ມາ​ເລ​ເຊຍ ປະຈຳລາວ. ໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 41 ປີ (2/12/1975​-2/12/2016) ແລະ ປີໃໝ່ສາກົນ 2017.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
489068
ມື້ນີ້142
ມື້ວານ203
ອາທິດນີ້267
ເດືອນນີ້2461