ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ຂອງການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ I ໄດ້ຈັດຂຶ້ນໃນວັນທີ 21 ເມສາ 2024, ທີ່ ຂົວມິດຕະພາບ ລາວ-ໄທ ແຫ່ງທີ I, ຈັງຫວັດໜອງຄາຍ, ປະເທດໄທ, ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ; ທ່ານ ປານປຣີ ພະຫິດທານຸກອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ; ແລະ ທ່ານ ນາງ ໂຣບິນ ມູດີ (Robyn MUDIE), ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ, ຮັບຜິດຊອບວຽກງານຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແຫ່ງ ອົດສະຕຣາລີ; ມີ ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ວ່າຈັງຫວັດໜອງຄາຍ, ບັນດາຮອງລັດຖະມົນຕີ, ທູຕານຸທູດ ແລະ ພະນັກງານທີ່ກ່ຽວຂ້ອງຂອງທັງສາມຝ່າຍເຂົ້າຮ່ວມ.
ໃນພິທີ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສໍາຄັນຂອງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ I ແຫ່ງນີ້, ເຊິ່ງເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການ ທີ່ມີມາແຕ່ດົນນານຂອງປະຊາຊົນສອງຊາດ ລາວ-ໄທ ທັງສອດຄ່ອງກັບທ່າອ່ຽງຂອງການຂະຫຍາຍຕົວຂອງການຮ່ວມມືເພື່ອການພັດທະນາໃນພາກພື້ນ ກໍ່ຄື ການນໍາໃຊ້ທີ່ຕັ້ງຍຸດທະສາດອັນສໍາຄັນຂອງສອງປະເທດ ຢູ່ອະນຸພາກພື້ນລຸ່ມແມ່ນໍ້າຂອງ ແລະ ອາຊີຕາເວັນອອກສ່ຽງໃຕ້ ໃນການເຊື່ອມໂຍງ-ເຊື່ອມຈອດພື້ນຖານໂຄງລ່າງ, ການຄົມມະນາຄົມ-ຂົນສົ່ງ, ການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ລາວ-ໄທກໍ່ຄື ກັບບັນດາປະເທດໃນອະນຸພາກພື້ນ ໃຫ້ເກີດຜົນປະໂຫຍດສູງສຸດຮ່ວມກັນ, ທັງເປັນການສອດຄ່ອງກັບນະໂຍບາຍຂອງລັດຖະບານ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ເປັນປະເທດເຊື່ອມຈອດໃນພາກພື້ນ ແລະ ເປັນໜຶ່ງໃນບູລິມະສິດຂອງແຜນແມ່ບົດອາຊຽນ ໃນການເຊື່ອມໂຍງ-ເຊື່ອມຈອດ 2025. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນຕື່ມວ່າ ຜົນສໍາເລັດຂອງການກໍ່ສ້າງຂົວມິດຕະພາບຂ້າມນໍ້າຂອງແຫ່ງທໍາອິດນີ້ ໄດ້ກາຍເປັນປະຕູ ຫຼື ດ່ານສາກົນແຫ່ງທໍາອິດ ທີ່ເຊື່ອມຕໍ່ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ແລະ ໄດ້ເປັນຕົ້ນແບບ ໃນການສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ II, III, IV ແລະ ຂົວແຫ່ງທີ V ທີ່ການກໍ່ສ້າງໄກ້ຈະສໍາເລັດ ແລະ ມີແຜນຈະເປີດນໍາໃຊ້ ໃນທ້າຍປີ 2024 ນີ້. ນອກຈາກນີ້, ຂົວມິດຕະພາບ ລາວ-ໄທ ແຫ່ງນີ້ ຍັງເປັນສັນຍາລັກອັນສໍາຄັນທາງປະຫວັດສາດ ແຫ່ງການຮ່ວມມືຢ່າງມີປະສິດທິຜົນ ລະຫວ່າງ ລັດຖະບານ ລາວ, ໄທ ແລະ ອົດສະຕຣາລີ. ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຖືໂອກາດອັນທີ່ມີຄວາມຫມາຍສຳຄັນນີ້ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ຕໍ່ການຊ່ວຍເຫຼືອສະໜັບສະໜູນຂອງລັດຖະບານ ແລະ ປະຊາຊົນອົດສະຕຣາລີ ຕະຫຼອດໄລຍະທີ່ຜ່ານມາ ກໍຄື ທຶນຮອນໃນການສ້າງຂົວມິດຕະພາບແຫ່ງນີ້.
ໃນຕອນເຊົ້າຂອງວັນດຽວກັນ, ກໍ່ໄດ້ມີພິທີທາງສາສະໜາ ໂດຍມີການນໍາຂັ້ນສູງຂອງ ນະຄອນຫຼວງວຽງຈັນ, ຈັງຫວັດໜອງຄາຍ ແລະ ຄະນະຜູ້ແທນຂອງອົດສະຕຣາລີ ພ້ອມດ້ວຍພໍ່ແມ່ພີ່ນ້ອງທັງຊາວລາວ ແລະ ໄທ ເຂົ້າຮ່ວມພິທີຕັກບາດ ເພື່ອເປັນສີຣິມຸງຄຸນ ໃນໂອກາດອັນສະຫງ່າລາສີນີ້.
ຂົວມິດຕະພາບ ລາວ-ໄທ ແຫ່ງທີ I (ນະຄອນຫຼວງວຽງຈັນ-ຈັງຫວັດໜອງຄາຍ) ໄດ້ເລີ່ມຕົ້ນກໍ່ສ້າງ ໃນເດືອນພະຈິກ 1991 ແລະ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນເດືອນເມສາ 1994 ໂດຍໄດ້ຮັບການຊ່ວຍເຫຼືອສະໜັບສະໜູນດ້ານທຶນຮອນໃນການກໍ່ສ້າງຈາກ ລັດຖະບານ ອົດສະຕຣາລີ ໃຫ້ແກ່ ປະຊາຊົນລາວ ແລະ ປະຊາຊົນໄທ, ເຊິ່ງນັບແຕ່ປີ 1994-2023 ມີຜູ້ໂດຍສານປະມານ 80 ລ້ານກວ່າເທື່ອຄົນ ແລະ ມີພາຫະນະປະມານ 11 ລ້ານກວ່າຄັນ ທີ່ໄດ້ຜ່ານຂົວມິດຕະພາບ ລາວ-ໄທ ແຫ່ງນີ້.
****************************