ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະເຫຼີມສະຫຼອງວັນສາກົນ ວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫຼືອວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ຄົບຮອບ 19 ປີ

   

  

  

20240408 UXO LPB 1

  

  

ໃນຕອນເຊົ້າຂອງວັນທີ 08 ເມສາ 2024, ທີ່ ສູນວາງສະແດງ ໂຄງການເກັບກູ້ລະເບີດແຫ່ງຊາດ ແຂວງຫຼວງພະບາງ,  ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ເປັນປະທານງານສະເຫຼີມສະຫຼອງ ວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫຼືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຄົບຮອບ 19 ປີ  (ວັນທີ 4 ເມສາ 2005 ຫາ ວັນທີ 4 ເມສາ 2024) ແລະ ມີບັນດາຄະນະກຳມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ທຸຕານຸທູດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ, ພ້ອມທັງໄດ້ເຂົ້າຢ້ຽມຊົມຫ້ອງວາງສະແດງທີ່ໄດ້ຮັບການປັງປຸງ ແລະ ການຮັບຊົມວິດິໂອສັັ້ນທີ່ສະທ້ອນໃຫ້ເຫັນເຖິງຜົນກະທົບຂອງລະເບີດບໍ່ທັນແຕກໃນ ສປປ ລາວ, ເຊິ່ງມີຄົນເຂົ້າຮ່ວມທັງໝົດ 78 ຄົນ.

  

  

  

20240408 UXO LPB 2

20240408 UXO LPB 3

     

      

ພິທີ​ສະ​ເຫຼີມ​ສະ​ຫຼອງ ວັນ​ສາ​ກົນ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ຄວາມ​ຮັບ​ຮູ້ ແລະ ການ​ຊ່ວຍ​ເຫລືອ​ວຽກ​ງານ​ແກ້​ໄຂ​ບັນ​ຫາ​ລະ​ເບີດ​ບໍ່​ທັນ​ແຕກ ວັນທີ 4 ເມສາ ໃນປີນີ້ ແມ່ນພາຍ​ໃຕ້​ຄຳ​ຂວັນ “ປົກ​ປ້ອງ​ຊີ​ວິດ ສ້າງ​ສັນ​ຕິ​ພາບ (Protecting Lives. Building Peace)”. ວັນສາກົນນີ້ເປັນ​ວັນທີ່ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ ສຳລັບວົງຄະນາຍາດສາກົນ ລວມທັງ ສ​ປ​ປ ລາວ. ຈຸດ​ປະ​ສົງຕົ້ນ​ຕໍ​ຂອງງານ​​ໃນ​ມື້​ນີ້ ​ນອກຈາກຈະເພື່ອ​ລະ​ນຶກ​ເຖິງ​ຜົນ​ກະ​ທົບ​ອັນ​ໂຫດ​ຮ້າຍ ແລະ ຍາວ​ນານ​ຂອງ​ລະ​ເບີດ​ບໍ່​ທັນ​ແຕກແລ້ວ ມັນຍັງເປັນການສະ​ແດງ​ໃຫ້ເຫັນເຖິງຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຜູ້​ຖືກ​ເຄາະ​ຮ້າຍ ແລະ ປະ​ຊາ​ຊົນ​ທີ່​ຍັງ​ດຳ​ລົງ​ຊີ​ວິດ​ແບບ​​ສ່ຽງ​ໄພ​ກັບ​ລະ​ເບີດ​ບໍ່​ທັນ​ແຕກໃນ​ແຕ່​ລະ​ວັນ ເພື່ອຮຽກ​ຮ້ອງ​ໃຫ້​​ມີ​ການ​ເພີ່ມ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ແກ້ໄຂ​ບັນ​ຫ​າ​ດັ່ງ​ກ່າວ​ນີ້ ເພື່ອ​ປົກ​ປ້ອງ​ຊີ​ວິດ ແລະ ປົກ​ປ້ອງ​ການ​ດຳ​ລົງ​ຊີ​ວິດ​ທີ່​ຜາ​ສຸກ​ຂອງ​ປະຊາຊົນລາວ ພ້ອມທັງເປັນການປູກຈິດສຳນຶກໃຫ້ທົ່ວສັງຄົມ ໃຫ້ຮັບຮູ້ເຖິງຄວາມສ່ຽງ ແລະ ໄພອັນຕະລາຍ ຂອງລະເບີດທີ່ບໍ່ທັນແຕກທີ່ຍັງຕົກຄ້າງຢູ່ ສປປ ລາວ. ​ໃນ​ຊຸ່ມ​ປີ​ຜ່ານ​ມາ 50 % ຂອງ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ ແມ່ນ​ເດັກ​ນ້ອຍ ໂດຍສະເພາະ ໃນ​ຕົ້ນອາທິດຂອງ ປີ 2024 ນີ້​ ໄດ້​ເກີດມີ​ອຸ​ບັດ​ຕິ​ເຫດ​ ຈາກລະ​ເບີດ​ບໍ່​ທັນ​ແຕກ​ຈຳ​ນວນ 10 ຄັ້ງ, ມີຜູ້​ຖືກ​ເຄາະ​ຮ້າຍ​ຈຳ​ນວນ 21 ຄົນ ໃນ​ນັ້ນເປັນ​ເ​ດັກ​ນ້ອຍ​ ຈໍຳ​ນວນ 12 ຄົນ,ມີ​ອາ​ຍຸ​ລະ​ຫວ່າງ 5 ປີ – 16 ປີ, ເຊິ່ງສິ່ງທີ່ເກີດຂື້ນນັ້ນ​ເປັນ​ເລື່ອງ​ທີ່ໜ້າໂສກ​ເສົ້າເສຍ​ໃຈ​ທີ່​ສຸດສຳ​ລັບ ​ສປປ ລາວ.

   

ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ປະສານສົມທົບ ກັບບັນດາຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການຈັດຕັ້ງສາກົນ ສ້າງແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເປັນອັນສະເພາະ ເຊິ່ງເອີ້ນວ່າ: ຍຸດທະສາດແຫ່ງຊາດ ວ່າດ້ວຍ “ເສັ້ນທາງກ້າວສູ່ຄວາມປອດໄພ III” ໄລຍະປີ 2021-2030 ແມ່ນສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແຕ່ປີ 2021 - 2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງ ປີ 2030 ໂດຍສະເພາະແມ່ນເປົ້າໝາຍທີ 18 ເຊິ່ງເປັນເປົ້າໝາຍທີ່ຕິດພັນກັບບັນດາ 17 ເປົ້າໝາຍ.

  

  

  20240408 UXO LPB 5

 

   

         

ລະເບີດບໍ່ທັນແຕກທີ່ຕົກຄ້າງຈໍານວນໜຶ່ງໄດ້ຖືກເກັບກູ້ອອກຈາກພື້ນທີ່ ເຊີ່ງເຮັດໃຫ້ການນໍາໃຊ້ທີ່ດີນມີຄວາມປອດໄພສໍາລັບເນື້ອທີ່ກະສິກໍາ ແລະ ເນື້ອທີ່ພັດທະນາ, ນັບແຕ່ 1996 ເຖິງ 26 ມີນາ 2024 ໄດ້ກວດກູ້ເນື້ອທີ່ດິນທັງໜົດ 87,323 ກ່ວາເຮັກຕາ ແລະ ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຈໍານວນ 1,915,780 ກວ່າໜ່ວຍ. ສໍາລັບວຽກງານການໂຄສະນາສຶກສາຄວາມສ່ຽງໄພຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແມ່ນສາມາດເຄື່ອນໄຫວໂຄສະນາໄດ້ຈໍານວນ 4,231 ກວ່າບ້ານ; ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແຕ່ປີ 2015 ຫາ ປີ 2024 ຈໍານວນ 2,846 ກວ່າຄົນ; ການສຳຫຼວດບໍ່ແມ່ນວິຊາການ ແຕ່ປີ 2011 ຫາປີ 2024 ຈໍານວນ  2,872 ກວ່າບ້ານ; ການສຳຫຼວດທາງດ້ານວິຊາການ ແຕ່ປີ 2010 ຫາ ປີ 2024 ຈໍານວນ 1,877 ກວ່າບ້ານ ແລະ ເນື້ອທີ່ຢືນຢັນວ່າມີຜົນກະທົບຈາກລະເບີດລູກຫວ່ານ ແຕ່ປີ 2010 – 2024 ຈໍານວນ 200,589 ກວ່າເຮັກຕ້າ.

      

ບັນດາຜົນສໍາເລັດ ທີ່ກ່າວມານີ້ ເປັນຄວາມພະຍາຍາມຂອງ ລັດຖະບານ ທີ່ໃຫ້ການຊີ້ນໍາ-ນໍາພາ ແລະ ການປະກອບສ່ວນດ້ານທຶນຮອນ, ເຕັກນິກ ແລະ ວິຊາການ ຈາກ ພາຍໃນ ແລະ ສາກົນ ເປັນຕົ້ນແມ່ນ ການາດາ, ອຽກລັງ, ຍີ່ປຸ່ນ, ລຸກຊໍາບວກ, ນູແວນເຊລັງ, ນອກແວ, ສ. ເກົາຫລີ, ສະຫະລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ສະຫະລັດ ອາເມລິກາ, ອົງການ ສປຊ ເພື່ອການພັດທະນາ ແລະ ບັນ​ດາ​ອົງ​ການ​ຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ.​ ແຕ່ເຖີງຢ່າງໃດກໍຕາມ, ພາລະການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໃນ ສປປ ລາວ ຍັງຕ້ອງການສະໜັບສະໜູນຈາກສາກົນ ເພື່ອເລັ່ງລັດການແກ້ໄຂບັນຫາດັ່ງກ່າວ.

  

ພິທີສະເຫຼີມສະຫຼອງຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກ ປະເທດອຽກລັງ ແລະ ອົງການກອຍກາ ປະຈຳ ສປປ ລາວ ໂດຍຜ່ານອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ.

   

   

   

20240408 UXO LPB 6

20240408 UXO LPB 7

   

   

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ປະກອບມີ ຄະນະກຳມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ທຸຕານຸທູດ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຢ້ຽມຢາມສະໜາມກວດກູ້ລະເບີດທີ່ບໍ່ທັນແຕກ ຢູ່ບ້ານພິກໃຫຍ່, ແຂວງຫຼວງພະບາງ.

  

  

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486554
ມື້ນີ້108
ມື້ວານ142
ອາທິດນີ້216
ເດືອນນີ້5859