ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ໂດຍຕອບສະຫນອງຕາມການເຊື້ອເຊີນ ຂອງ ທ່ານ ປຣັກ ໂສຄົນ (PRAK Sokhonn), ລັດຖະມົນຕີອາວຸ​ໂສ ​ແລະ ລັດຖະມົນຕີ​ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ​ແຫ່ງ ລາຊະ​ອານາຈັກ ກໍາປູເຈຍ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວຈະນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2 ​​ແລະ ກອ​ງປະຊຸມ ທີ່​ກ່ຽວຂ້ອງ, ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 22-23 ທັນວາ 2016 ທີ່ ສຽມຣຽບ, ກໍາປູເຈຍ.

​ໃນ​ໂອກາດ​ເຂົ້າ​ຮ່ວມກອງປະຊຸມຄັ້ງ​ນີ້ ບັນດາ​ທ່ານລັດຖະມົນຕີຕ່າງປະເທດ ຂອບ​ການ​ຮ່ວມ​ມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈະ​ໄດ້​ທົບທວນຄືນຄວາມຄືບໜ້າຂອງ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ ຖະ​ແຫລ​ງການ​ຊານ​ຢາ ຂອງ ກອງ​ປະຊຸມ​ຜູ້ນຳ​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງ​ຄັ້ງ​ທີ 1 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ມີນາ 2016 ທີ່​ຜ່ານ​ມາ ​ແລະ ຈະ​ໄດ້​ປຶກສາ​ຫາລື​ຮ່ວມ​ກັນກ່ຽວ​ກັບແຜນການຮ່ວມມື​ໃນ​ຕໍ່​ໜ້າ, ​ໂດຍ​ສະ​ເພາະ ​ແມ່ນການ​ສ້າງ​ແຜນ​ປະຕິບັດ​ງານ​ສຳລັບ​ໄລຍະຫ້າ​ປີ​ຕໍ່ຫນ້າ​ຂອງ​ຂອບ​ການ​ຮ່ວມ​ມື​ດັ່ງກ່າວ. ໂອກາດນີ້, ກອງປະຊຸມ ຈະຮັບຮອງເອົາ 3 ເອກະສານ ຄື: 1.) ຖະແຫລງການຮ່ວມ ຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 2 (Joint Press Communiqué of the 2nd MLC Foreign Ministers’ Meeting); 2.) ​ເອກະສານຄວາມ​ຄືບ​ຫນ້າຜົນການຈັດຕັ້ງປະຕິບັດຂອງກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ (Matrix of Follow-ups to the Outcomes of the 1st MLC Leaders’ Meeting); 3.) ​ເອກະສານ​ລະບຽບການສຳລັບການສ້າງຕັ້ງຫນ່ວຍງານບູລິມະສິດຂອງຂອບການຮ່ວມມື (General Principles for the Establishment of the Joint Working Groups on the MLC Key Priority Areas)​ເພື່ອ​ນຳ​ໄປ​ຈັດ​ຕັ້ງ​ປະຕິບັດໃຫ້ເປັນຮູບປະທໍາ ​ແລະ ນຳ​ຜົນ​ປະ​ໂຫຍ​ດຕົວ​ຈິງ ມາສູ່ປະຊາຊົນຂອງ​ປະ​ເທດ​ສະມາຊິກ.

ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ​ໄດ້​ສ້າງ​ຕັ້ງ​ຂຶ້ນ ຢູ່ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 1 ໃນເດືອນພະຈິກ 2015, ​ເຊິ່ງປະກອບ​ດ້ວຍ 6 ປະ​ເທດ ສະມາຊິກ ຄື : ກໍາປູເຈຍ, ສປ ຈີນ, ສປປ ລາວ, ສສ. ມຽນມາ, ໄທ ແລະ ສສ ຫວຽດນາມ ​ແລະ ກວມ​ເອົາ 3 ​ເສົາ​ຄ້ຳການຮ່ວມມື ຄື: 1. ການຮ່ວມມືດ້ານການເມືອງ-ຄວາມຫມັ້ນຄົງ, 2. ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາຍືນຍົງ ແລະ 3. ການຮ່ວມມືດ້ານສັງຄົມ-ວັດທະນາທໍາ ແລະ ການແລກປ່ຽນ ລະຫວ່າງ ປະຊາຊົນ, ​ໂດຍ​ມີຈຸດປະສົງ ​ເພື່ອສ້າງພາກພື້ນນີ້ ໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484560
ມື້ນີ້76
ມື້ວານ188
ອາທິດນີ້998
ເດືອນນີ້3865