ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພ.ສ 2566 ແລະ ຕ້ອນຮັບປີໃໝ່ລາວ ພ.ສ 2567 ທີ່ຈະມາເຖິງນີ້, ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວມກັບ ບັນດາທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ໄດ້ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວຂຶ້ນ ໃນວັນທີ 12 ເມສາ 2024, ທີ່ ສະໂມສອນກິລາ TPC, ບ້ານອີໄລໃຕ້, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ ແລະ ມີຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາອະດີດການນຳ, ພະນັກງານອາວຸໂສບຳນານ, ບັນດາຄະນະຫ້ອງການ-ຄະນະກົມ ແລະ ພະນັກງານທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ. ພ້ອມດຽວກັນນັ້ນ, ກໍ່ມີບັນດາທູຕານຸທູດ, ກົງສູນກິດຕິມະສັກຕ່າງປະເທດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ແລະ ແຂກທີ່ຖືກເຊີນຈຳນວນໜຶ່ງ ເຂົ້າຮ່ວມ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນຳ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຂຶ້ນກ່າວຄຳເຫັນ ແລະ ອວຍພອນໄຊອັນປະເສີດເນື່ອງໃນໂອກາດປີໃໝ່ລາວ ໃຫ້ແກ່ບັນດາພະນັກງານ ແລະ ບັນດາແຂກທີ່ເຂົ້າຮ່ວມງານ ມີສຸຂະພາບເຂັ້ມແຂງ, ມີພະລະນາໄມສົມບູນ, ມີຜົນສໍາເລັດອັນໃໝ່ໃນໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ທຸກປະການຕະຫຼອດປີ ພ.ສ 2567 ນີ້ ແລະ ຕະຫຼອດໄປ ເພື່ອສືບຕໍ່ຮ່ວມກັນປະຕິບັດຫນ້າທີ່ດ້ວຍຜົນສຳເລັດ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ແລະ ປະຊາຊົນຂອງຕົນ. ການຈັດພິທີສະເຫຼີມສະຫຼອງໃນຄັ້ງນີ້ ກໍຖືເປັນອີກຫນຶ່ງເວທີໃນການເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງລາວເຮົາ ທີ່ມີມາແຕ່ດົນນານອອກສູ່ສາຍຕາສາກົນ ແລະ ເຊີນຊວນບັນດານັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາຢ້ຽມຢາມ ສປປ ລາວ ນັບມື້ຫຼາຍຂຶ້ນ ໂດຍສະເພາະໃນໂອກາດປີທ່ອງທ່ຽວລາວ 2024 ນີ້.
ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ຖືໂອກາດສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ທຸກໆທ່ານ ໃນໄມຕີຈິດມິດຕະພາບອັນແໜ້ນແຟ້ນ, ການສະໜັບສະໜູນອັນລໍ້າຄ່າ ແລະ ການຮ່ວມມືຢ່າງຕໍ່ເນື່ອງ ທີ່ມີຕໍ່ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ກໍ່ຄືຕໍ່ ສປປ ລາວ ຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຕະຫຼອດມາ, ລວມເຖິິງການສືບຕໍ່ ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອແກ່ ສປປ ລາວ ໃນຕໍ່ໜ້າ, ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເຄື່ອນໄຫວການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ຢ່າງຄ່ອງຕົວ ແລະ ປະສົບຜົນສໍາເລັດ, ພ້ອມທັງເປັນການປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມື ທັງໃນຂອບ ສອງຝ່າຍ ແລະ ຫຼາຍຝ່າຍ ລວມເຖິງການຮ່ວມມືໃນເວທີພາກພື້ນ ແລະ ສາກົນ.
ຈາກນັ້ນ, ກໍໄດ້ມີພິທີບາສີສູ່ຂວັນ ແລະ ຫົດນໍ້າ ອວຍພອນປີໃໝ່ເຊິ່ງກັນ ແລະ ກັນ ຕາມຮີດຄອງປະເພນີອັນດີງາມທີ່ສືບທອດກັນມາແຕ່ບູຮານນະການຂອງລາວເຮົາ, ຮ່ວມພາເຂົ້າສາມັກຄີ, ຊົມການສະແດງສິນລະປະ ແລະ ປະກອບສ່ວນມ່ວນຊື່ນຮ່ວມກັນ ດ້ວຍຄວາມສະໜິດສະໜົມ, ຄວາມຮັກແພງ ແລະ ຄວາມສາມັກຄີອັນດີງາມ, ເຊິ່ງເຮັດໃຫ້ພິທີສະຫຼອງສົ່ງທ້າຍປີເກົ່າ ພ.ສ 2566 ແລະ ຕ້ອນຮັບປີໃໝ່ລາວ ພ.ສ 2567 ຄັ້ງນີ້ ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ.
****************