ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີເປີດຫໍວັດທະນະທຳຄົນໄທເຊື້ອສາຍລາວຄັ່ງ

 

OpeningLaoThaiCulturalCenter 1OpeningLaoThaiCulturalCenter 2

 

ໃນວັນທີ 25 ເມສາ 2024 ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ຈັດພິທີເປີດຫໍວັດທະນະທໍາຄົນໄທເຊື້ອສາຍລາວຄັ່ງ ທີ່ວັດພູນໍ້າຮ້ອນ, ເມືອງດ່ານຊ້າງ, ຈັງຫວັດສຸພັນບູລີ, ຣາຊະອານາຈັກໄທ. ໃຫ້ກຽດເຂົ້າຮ່ວມພິທີມີ: ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ; ທ່ານ ຈອງໄຊ ທ່ຽງທໍາ, ອະດີດລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຣາຊະອານາຈັກໄທ; ທ່ານ ນັດທະພັດ ສຸວັນປະທີບ, ຜູ້ວ່າຈັງຫວັດສຸພັນບູລີ; ທ່ານ ຫຼີ ບຸນຄໍ້າ, ປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ; ທ່ານ ກຽດຕິຄຸນ ຊາດປະເສີດ, ປະທານສະມາຄົມ ໄທ-ລາວ ເພື່ອມິດຕະພາບ; ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ; ທ່ານ ນາງ ມໍລະກົດ ສີສະຫວັດ, ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ປະຈໍາ ລາວ ແລະ ພາກສ່ວນກ່ຽວຂ້ອງຂອງ ລາວ ແລະ ໄທ ເຂົ້າຮ່ວມ.

 

OpeningLaoThaiCulturalCenter 4OpeningLaoThaiCulturalCenter 5

 

ຫໍວັດທະນະທຳຄົນໄທເຊື້ອສາຍລາວຄັ່ງ ລິເລີ່ມສ້າງແຕ່ປີ 2019 ເປັນຕົ້ນມາ, ເຊິ່ງໄດ້ຮັບການສົມທົບທຶນກໍ່ສ້າງຈາກປະຊາຊົນລາວ ແລະ ໄທ ດ້ວຍການທອດຜ້າປ່າ ຂອງ ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຕັ້ງກອງຜ້າປ່າຢູ່ວັດທາດຝຸຸ່ນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ແລະ ໄປທອດຖວາຍ ທີ່ວັດພຸນໍ້າຮ້ອນ, ແຂວງສຸພັນບູລີ, ຣາຊະອານາຈັກໄທ ໃນວັນທີ 18 ເມສາ 2019 ໂດຍແມ່ນ ທ່ານ ນາງ ນາລີ ສີສຸລິດ, ພັນລະຍາ ຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ໃນເວລານັ້ນ) ໄດ້ຕາງໜ້າສະມາຄົມ ລາວ-ໄທ ເພື່ອມິດຕະພາບ ເປັນເຈົ້າສັດທາຕັ້ງກອງຜ້າປ່າດັ່ງກ່າວ. ຫຼັງຈາກນັ້ນ ວັນທີ 6 ພະຈິກ 2022 ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ໄດ້ເປັນປະທານຮ່ວມໃນການທອດຜ້າປ່າສາມັກຄີ ຢູ່ວັດພຸນໍ້າຮ້ອນ, ເມືອງດ່ານຊ້າງ, ແຂວງສຸພັນບູລີ, ຣາຊະອານາຈັກໄທ ເພື່ອນຳເອົາປັດໃຈດັ່ງກ່າວສືບຕໍ່ສົມທົບທຶນກໍ່ສ້າງຫໍວັດທະນະທໍາຄົນໄທເຊື້ອສາຍລາວຄັ່ງ ຈົນສໍາເລັດ.

 

OpeningLaoThaiCulturalCenter 6OpeningLaoThaiCulturalCenter 7

 

ຄົນໄທເຊື້ອສາຍລາວຄັ່ງມີບັນພະບູລຸດຍົກຍ້າຍມາຈາກແຂວງຫຼວງພະບາງ ພາກເໜືອຂອງລາວ ແລະ ເຂົ້າໄປຢູ່ດິນແດນສະຫຍາມ ຫຼື ຣາຊະອານາຈັກໄທ ໃນປັດຈຸບັນ ນັບແຕ່ຣາຊະການທີ 2, ໄດ້ດໍາລົງຊີວິດຢູ່ພາກເໜືອຕອນລຸ່ມ ແລະ ພາກກາງຕອນເທິງ, ມີປະຊາກອນປະມານ 3 ແສນກ່ວາຄົນເຊິ່ງຍັງຮັກສາຮີດຄອງປະເພນີ ແລະ ປົກປັກຮັກສາວັດທະນະທຳອັນດີງາມຂອງບັນພະບູລຸດໄດ້ດີ ເປັນຕົ້ນແມ່ນສໍານຽງການປາກເວົ້າ, ການນຸ່ງຖືດ້ວຍຜ້າຝ້າຍສີຄາມ ຫຼື ສີຂີ້ຄັ່ງ, ມີວັດທະນະທໍາ, ຮີດປະເພນີ ແລະ ສີໄມ້ລາຍມືການຕໍ່າຜ້າແພໄໝຕ່າງໆ. ຈຸດປະສົງການສ້າງຫໍວັດທະນະທຳດັ່ງກ່າວນີ້ ເພື່ອເປັນສັນຍາລັກແຫ່ງຄວາມຜູກພັນ ຂອງ ສອງປະເທດລາວ ແລະ ໄທ ເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ເປັນບ່ອນສຶກສາຫາຂໍ້ມູນ ຄວາມເປັນມາໃນການຕໍ່າຜ້າໄຫມຂອງຊຸມຊົນລາວຄັ່ງ, ເປັນບ່ອນອະນຸລັກ ແລະ ສົ່ງເສີມວັດທະນະທຳ ເປັນບ່ອນວາງສະແດງຮູບພາບ ແລະ ຜ້າໄໝ ທີ່ເປັນເອກະລັກ ເພື່ອໃຫ້ປະຊາຊົນລາວ ແລະ ໄທ ໂດຍສະເພາະຄົນລຸ່ນໃໝ່ຮັບຮູ້ປະຫວັດຄວາມເປັນມາ, ສິລະປະວັດທະນະທໍາ ແລະ ວິຖີຊິວິດທີ່ເປັນເອກະລັກຂອງຄົນລາວຄັ່ງ, ທັງເປັນການປະກອບສ່ວນສໍາຄັນໃນການສົ່ງເສີມການຮ່ວມມືດ້ານວັດທະນະທໍາ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງ ປະຊາຊົນລາວ ແລະ ໄທ ໃຫ້ມີການໄປມາຫາສູ່ ແລະ ສ້າງກິດຈະກຳສົ່ງເສີມວັດທະນະທຳ, ຮີດຄອງປະເພນີຮ່ວມກັນຂອງປະຊາຊົນສອງປະເທດ ໂດຍສະເພາະແມ່ນສອງສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ໃຫ້ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຂຶ້ນໄປເລື້ອຍໆ.

 

OpeningLaoThaiCulturalCenter 8OpeningLaoThaiCulturalCenter 9OpeningLaoThaiCulturalCenter 10

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487567
ມື້ນີ້7
ມື້ວານ228
ອາທິດນີ້1229
ເດືອນນີ້960