ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ

PM Donsahong1

 

PM Donsahong2

 

PM Donsahong3

 

ໃນ​ວັນ​ທີ 10 ມັງກອນ 2017, ພະນະທ່ານ​ ທອງ​ລຸນ​ ສີສຸ​ລິດ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ແລະ ພະນະທ່ານ ສົມ​ເດັດ ອັກ​ຄະ​ມະ​ຫາ​ເສ​ນາ​ບໍ​ດີ ເຕ​ໂຈ ຮຸນ​ແຊນ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ຣາ​ຊະ​ອາ​ນາ​ຈັກກຳ​ປູ​ເຈຍ ພ້ອມ​ດ້ວຍ​ຄະນະ ​ຢ້ຽມ​ຢາມໂຄງການກໍ່ສ້າງ​ເຂື່ອນໄຟຟ້າດອນ​ສະ​ໂຮງ, ຢູ່ ເມືອງໂຂງ, ແຂວງຈໍາປາສັກ. ​ ​ໃນ​ໂອ​ກາດທີ່​ເດີນທາງ​ມາ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ດ່ານ​ສາ​ກົນ  ໜອງນົກຂຽນ-ຕຣາປຽງກຣຽນ ລະຫວ່າງສອງປະເທດ ລາວ ​ແລະ ກຳ​ປູ​ເຈຍ ​​ໂດຍ​​ໃຫ້​ກຽດ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນຈາກ​ການ​ນຳ​ຂັ້ນ​ແຂວງ ແລະ ເມືອງທີ່​ກ່ຽວຂ້​ອງ.

ອ່ານເພີ່ມເຕີມ... 

ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ເປີດນຳໃຊ້ຢ່າງເປັນທາງການ

PM Dan1 PM Dan2

PM Dan3 PM Dan4

ໃນວັນທີ 10 ມັງກອນ 2017, ທີ່ແຂວງຈຳປາສັກ, ໄດ້ມີພິທີເປີດດ່ານສາກົນ ໜອງນົກຂຽນ-ຣາປຽງຣຽນ, ໂດຍ​​ເປັນກຽດ​​ເຂົ້າຮ່ວມຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ລາວ ແລະ ພະນະທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ; ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີຂອງສອງຝ່າຍ; ຄະນະພັກ, ຄະນະນຳແຂວງຈຳປາສັກ, ແຂວງຊຽງແຕງ, ເອກອັກຄະລັດຖະທູດ, ກົງສູນໃຫ່ແຫ່ງ ລາວ ປະຈຳຣາຊະອານາຈັກກຳປູເຈຍ ແລະ ຣາຊະອານາຈັກກຳປູເຈຍ ປະຈຳລາວ ແລະ ປະຊາຊົນຂອງສອງປະເທດ ເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ກອງປະຊຸມສາມັນປະຈຳປີ ຄັ້ງທີ XXVI ຄະນະຜູ້ແທນຊາຍແດນລາວ-ຫວຽດນາມ

lv area 1

lv area 2

ກອງປະຊຸມສາມັນປະຈຳປີ ຄັ້ງທີ XXVI ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມໄດ້ຈັດຂຶ້ນຢາງ​ເປັນ​ທາງ​ການ ​ໃນ​ລະຫວ່າງວັນທີ 5 - 6 ມັງກອນ 2017, ທີ່ ນະຄອນຫຼວງ​ວຽງ​ຈັນ, ສປປ ລາວ. ຄະນະຜູ້ແທນຊາຍແດນຝ່າຍລາວນຳໂດຍທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມແລະ ຝ່າຍຫວຽດນາມນຳໂດຍທ່ານເລ ຮວ່າຈູງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້​​ແທນຊາຍແດນຫວຽດນາມ-ລາວ. ​ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການທີ່​ກ່ຽວຂ້ອງຈາກ​ສູນ​ກາງແລະ ຮອງ​ເຈົ້າ​ແຂວງຈາກບັນດາແຂວງຊາຍແດນຕິດ​ຈອດ​ກັນຂອງສອງປະເທດ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486360
ມື້ນີ້56
ມື້ວານ220
ອາທິດນີ້22
ເດືອນນີ້5665