ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມວິຊາການວຽກງານການຕ່າງປະເທດ

VZaK Mofa1 VZaK Mofa2

ໃນວັນທີ 13-14 ທັນວາ 2016, ຢູ່ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫລວງວຽງຈັນ, ໄດ້ມີການຈັດກອງປະຊຸມວິຊາການວຽກງານການຕ່າງປະເທດຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ; ກອງປະຊຸມຄັ້ງນີ້ ຍັງມີບັນດາຮອງລັດຖະມົນຕີ, ຄະນະກົມ ແລະ ຄະນະພະແນກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ເອກອັກຄະລັດຖະທູດ ແລະ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ຕ່າງປະເທດ ແລະ ຜູ້ຕາງຫນ້າຂະແຫນງການກ່ຽວຂ້ອງ ຈາກບັນດາກະຊວງ, ທະບວງກົມ, ນະຄອນຫລວງ ແລະ ແຂວງ ເຂົ້າຮ່ວມ ຫລາຍກວ່າ 400 ຄົນ.

 

ການປະຊຸມຄັ້ງນີ້ ຈະດຳເນີນໄປເປັນເວລາ 2 ມື້, ເປັນກອງປະຊຸມລະດັບວິຊາການ ເພື່ອສັງເກດຕີລາຄາການຈັດຕັ້ງປະຕິບັດນະໂຍບາຍຕ່າງປະເທດຂອງພັກ-ລັດເຮົາ ແລະ ການເຄື່ອນໄຫວການຕ່າງປະເທດຂອງ ສປປ ລາວ ໃນໄລຍະ 3 ປີ ຜ່ານມາ ນັບແຕ່ກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 12 ກຳນົດອອກ, ທັງກຳນົດທິດທາງແຜນການວຽກງານການຕ່າງປະເທດ ຂອງ ສປປ ລາວ ສຳລັບ 3 ປີ ຕໍ່ຫນ້າ ສົກປີ 2017-2019. ກອງປະຊຸມຄັ້ງນີ້ ຍັງຈະໄດ້ມີການປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ວຽກງານການຕ່າງປະເທດຂອງພັກ-ລັດ ເພື່ອກະກຽມໃຫ້ແກ່ກອງປະຊຸມທາງການວຽກງານການຕ່າງປະເທດ ຄັ້ງທີ 13, ເຊິ່ງຈະຈັດຂຶ້ນຢ່າງເປັນທາງການ ໃນທີ 15-16 ທັນວາ 2016 ໂດຍການຈະເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ, ບັນດາລັດຖະມົນຕີ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫລວງວຽງຈັນ.

 

ກອງປະຊຸມວິຊາການຕ່າງປະເທດຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ແລະ ເຕັມໄປດ້ວຍເນື້ອໃນອັນອຸດົມສົມບູນ ທີ່ບັນດາຜູ້ຕາງຫນ້າຈາກຂະແຫນງການຕ່າງໆໄດ້ຍົກຂຶ້ນ ເພື່ອສັງເກດຕີລາຄາສະພາບການພາກພື້ນ ແລະ ສາກົນ ແລະ ການປະຕິບັດແນວທາງການຕ່າງປະເທດ ໄລຍະເຄິ່ງທ້າຍສະໄຫມການຈັດຕັ້ງຜັນຂະຫຍາຍມະຕິ 9 ຂອງສູນກາງພັກ ແລະ ຈຸດສຸມສຳລັບວຽກງານການຕ່າງປະເທດແຕ່ປີ 2017-2019; ເປັນເຈົ້າການໃນການເຊື່ອມໂຍງກັບພາກພື້ນ, ສາກົນ ແລະ ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການສ້າງປະຊາຄົມອາຊຽນ; ຍົກສູງຄວາມສາມາດ ລັກສະນະນຳຫນ້າ ແລະ ຄວາມເປັນເຈົ້າການຂອງພະນັກງານໃນຂະແຫນງການຕ່າງປະເທດ ຕໍ່ການປະຕິບັດແນວທາງການຕ່າງປະເທດຂອງພັກ.

 

ຕະຫລອດການດຳເນີນກອງປະຊຸມ, ທ່ານປະທານ ໄດ້ຕັ້ງຫລາຍຄຳຖາມເຈາະຈີ້ມຕໍ່ແຕ່ລະວາລະຂອງກອງປະຊຸມ ເພື່ອໃຫ້ໄດ້ຕາມເນື້ອໃນຄຳຂວັນ ແລະ ຫົວຂໍ້ຍ່ອຍຂອງກອງປະຊຸມຄັ້ງນີ້ຄື ການ​ທູດ​ປ້ອງ​ກັນ​ເຫດ ​ແລະ ບຸກທະລຸ ​ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ​ເພີ່ມ​ທະວີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດ​ພາກພື້ນ ​ແລະ ສາກົນແລະ ຍົກ​ສູງ​ຄວາມ​ສາມາດ, ​ລັກສະນະ​ນຳໜ້າ ​ແລະ ຄວາມ​ເປັນ​ເຈົ້າ​ຂອງ​ພະນັກງານ ​ໃນ​ຂະແໜງການ​ຕ່າງປະ​ເທດ, ເຊິ່ງກໍລວມທັງບັນຫາ, ຂໍ້ຫຍຸ້ງຍາກ ແລະ ຂອດການປະສານງານ ທີ່ກອງປະຊຸມຍັງເຫັນວ່າ ຄວນຈະໄດ້ຮັບການປັບປຸງແກ້ໄຂໃຫ້ດີຂຶ້ນ ເພື່ອໃຫ້ສອດຄ່ອງກັບສະພາບແວດລ້ອມໃຫມ່ ແລະ ທັນກັບສະພາບການປ່ຽນແປງຢ່າງວ່ອງໄວຂອງໂລກໃນປະຈຸບັນ.

 

ຂະນະດຽວກັນ, ຜູ້ແທນກອງປະຊຸມ ກໍໄດ້ເອົາໃຈໃສ່ປະກອບຄໍາເຫັນ ແລະ ແລກປ່ຽນບົດຮຽນ ພ້ອມສະເຫນີຫາທາງອອກຢ່າງກົງໄປກົງມາ, ເຊິ່ງໄດ້ເຮັດໃຫ້ການປະຊຸມປຶກສາຫາລືຄັ້ງນີ້ ດຳເນີນໄປຢ່າງມີບັນຍາກາດ ແລະ ມີຄວາມຫມາຍສຳຄັນຫລາຍທີ່ສຸດ ຕໍ່ການກະກຽມທາງດ້ານເນື້ອໃນໃສ່ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13 ຕໍ່ໄປ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486415
ມື້ນີ້111
ມື້ວານ220
ອາທິດນີ້77
ເດືອນນີ້5720