ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ສະເຫລີມໄຊ ກົມມະສິດ ເປັນປະທານກອງປະຊຸມ ວົງແຄບຂອງ ລັດຖະມົນຕີຕ່າງປະເທດອາຊຽນ ທີ່ ມຽນມາ

vong kheap

ສາທາລະນະລັດ ສະຫະພາບ ມຽນມາ ໄດ້ເປັນເຈົ້າພາບຈັດ ກອງປະຊຸມວົງແຄບຂອງລັດຖະມົນຕີຕ່າງປະເທດອາຊຽນ ໃນວັນທີ 19 ທັນວາ 2016 ທີ່ ຢ້າງກຸງ. ທ່ານ ສະເຫລີມໄຊ  ກົມມະສິດ ໃນນາມປະທານອາຊຽນ ໄດ້ເປັນປະທານກອງປະຊຸມບໍ່ເປັນທາງການດັ່ງກ່າວ. ໃນໂອກາດນີ້ ທ່ານ ນາງ ອອງ ຊານ ຊູ ຈີ, ທີ່ປຶກສາສາແຫ່ງລັດ, ລັດຖະມົນຕີການຕ່າງປະເທດ ຂອງ ສະທາລະນະລັດ ສະຫະພາບ ມຽນມາ ໄດ້ແຈ້ງໃຫ້ບັນດາລັດຖະມົນຕີຕ່າງປະເທດອາຊຽນຊາບ ກ່ຽວກັບສະພາບການທີ່ເກີດຂື້ນ ຢູ່ ລັດລະຄາຍ ແລະ ຄວາມພະຍາຍາມຂອງ ລັດຖະບານມຽນມາໃນການແກ້ໄຂຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆຢູ່ລັດດັງກ່າວ, ລວມທັງ ການຮ່ວມມືຂອງມຽນມາກັບວົງຄະນາຍາດສາດກົນ ໂດຍສະເພາະແມ່ນກັບອົງການສະຫະປະຊາຊາດ ເຊັ່ນໄດ້ມີການສ້າງຕັ້ງ ຄະນະກໍາມະການສູນກາງກ່ຽວກັບການສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຢູ່ ລັດລະຄາຍ ແລະ ຄະນະກໍາມາທິການ ທີ່ປຶກສາ ຊຶ່ງນໍາໂດຍ ທ່ານ ໂກຟີອານັນ, ອາດີດເລຂາທິການໃຫຍ່ ຂອງ ອົງການ ສປຊ.

ພ້ອມນີ້, ທ່ານ ນາງ ອອງ ຊານ ຊູ ຈີ ກໍໄດ້ແຈ້ງຄວາມຄືບຫນ້າ ຂອງການແກ້ໄຂສະພາບການຢູ່ລັດລະຄາຍ. ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຮັບຊາບຂໍ້ມູນດັ່ງກ່າວ ແລະ ໄດ້ປຶກສາຫາລື ວິທີທາງ ເພື່ອຊ່ວຍເຫລືອມຽນມາ, ລວມທັງການໃຫ້ການຊ່ວຍເຫລືອທາງດ້ານມະນຸດສະທໍາ ແລະ ໄດ້ສະແດງຄວາມກຽມພ້ອມໃຫ້ການຊ່ວຍເຫລືອແບບສອງຝ່າຍ ຫລື ຜ່ານຊ່ອງທາງທີ່ເຫມາະສົມ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈບັນດາປະເທດສະມາຊິກອາຊຽນ ທີ່ໄດ້ໃຫ້ການຮ່ວມມື, ສະຫນັບສະຫນູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ຕະຫລອດການເປັນປະທານອາຊຽນ ຂອງ ສປປລາວ ໃນປີ 2016 ດ້ວຍຜົນສໍາເລັດອັນຈົບງາມ. ການເປັນປະທານອາຊຽນຂອງ ສປປ ລາວ ຈະສິ້ນສຸດລົງ ໃນວັນທີ 31 ທັນວາ 2016 ນີ້ ແລະ ສປປ ລາວຈະເປັນປະທານອາຊຽນ ຄັ້ງຕໍ່ໄປໃນປີ 2024.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484474
ມື້ນີ້178
ມື້ວານ273
ອາທິດນີ້912
ເດືອນນີ້3779