ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວອື່ນໆ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ວ່າດ້ວຍປະຊາກອນໃນພາກພື້ນອາຊີ-ປາຊີຟິກ ຄັ້ງທີ 7 ທີ່ ບາງກ໋ອກ, ປະເທດໄທ

   

  

20231117 APPC

  

  

ທ່ານ ນ. ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ນຳພາຄະນະຜູ້ແທນທາງການ ຂອງ ສປປ ລາວ ປະກອບມີ ຜູ້ຕາງໜ້າຈາກ ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສູນກາງສະຫະພັນແມ່ຍິງ ແລະ ສະຖານທູດລາວ ປະຈໍາ ບາງກອກ, ປະເທດໄທ ເຂົ້າຮ່ວມກອງປະຊຸມ ວ່າດ້ວຍປະຊາກອນໃນພາກພື້ນອາຊີ-ປາຊີຟິກ ຄັ້ງທີ 7 ໃນລະຫວ່າງວັນທີ 15-17 ພະຈິກ 2023 ທີ່ ບາງກ໋ອກ, ປະເທດໄທ, ເຊິ່ງມີບັນດາປະເທດສະມາຊິກ ຄະນະກຳມາທິການເສດຖະກິດ-ສັງຄົມ ອົງການ ສປຊ ສຳລັບພາກພື້ນອາຊີ-ປາຊີຟິກ ເຂົ້າຮ່ວມຫຼາຍກວ່າ 40 ປະເທດ ແລະ ມີອົງການຈັດຕັ້ງສາກົນ, ອົງການຈັດຕັ້ງບໍສັງກັດລັດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ປະທານສະມາຄົມມິດຕະພາບ ລາວ-ມົງໂກລີ ເຂົ້າຢ້ຽມຂໍ່ານັບ ປະທານາທິບໍດີ ມົງໂກລີ ທີ່ ນະຄອນຫຼວງວຽງຈັນ

 

20231105 LaoMongoliaAssociation PresidentMongolia 01

ໃນຕອນບ່າຍຂອງວັນທີ 5 ພະຈິກ 2023, ທີ່ ນະຄອນຫຼວງວຽງຈັນ, ທ່ານ ດຣ ບຸນຂວາງ ຄໍາບຸນເຮືອງ, ອະດີດຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ປະທານສະມາຄົມມິດຕະພາບ ລາວ-ມົງໂກລີ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ, ປະທານາທິບໍດີ ແຫ່ງ ມົງໂກລີ, ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ມົງໂກລີ ເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 5-6 ພະຈິກ 2023.

ອ່ານເພີ່ມເຕີມ... 

10 ປີ BRI ນໍາຜົນປະໂຫຍດມາສູ່ ລາວ-ຈີນ ຢ່າງແທ້ຈິງ

 

ປີ 2023, ຖືເປັນວັນຄົບຮອບ 10 ປີ ແຫ່ງການສະເໜີແນວຄວາມຄິດຂໍ້ລິເລີ່ມໂຄງການ ໜຶ່ງແລວ ໜຶ່ງເສັ້ນທາງ ຫຼື Belt and Road Initiative (BRI) ໃນເດືອນ ກັນຍາ ແລະ ຕຸລາ 2013, ໃນເວລາທີ່ ເລຂາທິການໃຫຍ່ ສີ ຈິ້ນຜີງ ໄດ້ຢ້ຽມຢາມ ກາຊັກສະຖານ (Kazakhstan) ແລະ ອິນໂດເນເຊຍ (Indonesia), ເຊິ່ງທ່ານໄດ້ຍົກຄວາມຄິດລິເລີ່ມດັ່ງກ່າວຕໍ່ປະຊາຄົມໂລກເພື່ອຮ່ວມກັນສ້າງ ແລວເສດຖະກິດເສັ້ນທາງສາຍໄໝ “Silk Road Economic Belt” ແລະ ເສັ້ນທາງສາຍໄໝທາງທະເລ ແຫ່ງສະວັດທີ 21 “21st Century Maritime Silk Road”. ຂໍ້ລິເລີ່ມໂຄງການ ໜຶ່ງແລວ ໜຶ່ງເສັ້ນທາງ ມີຕົ້ນກຳເນີດໃນ ສາທາລະນະລັດ ປະຊາຊົນ ຈີນ (ສປ ຈີນ), ແຕ່ເປັນຂອງໂລກ, ໂດຍມີຮາກຖານມາຈາກປະຫວັດສາດທີ່ຍາວນານ ແລະ ມີເປົ້າໝາຍເນັ້ນໄປສູ່ອະນາຄົດ ເພື່ອເຊື່ອມໂຍງພາກພື້ນ ອາຊີ, ເອີຣົບ ແລະ ອາຟຼິກາ ແລະ ເປີດກວ້າງສໍາລັບທຸກປະເທດ. BRI ໄດ້ຍຶດຖືຫຼັກການຂອງການຮ່ວມມື, ການປຶກສາຫາລືເຊິ່ງກັນແລະກັນ, ການສະໜັບສະໜູນຢ່າງກວ້າງຂວາງ ແລະ ໂດຍໃຫ້ຜົນປະໂຫຍດຮ່ວມກັນ ທີ່ເຕັມໄປດ້ວຍສັນຕິພາບ ແລະ ຄວາມຮ່ວມມື, ການເປີດກວ້າງ ແລະ ການບໍ່ແບ່ງແຍກ, ການຮຽນຮູ້ຮ່ວມກັນ ແລະ ມີຜົນປະໂຫຍດຮ່ວມກັນ. ການສົ່ງເສີມການປະສານງານດ້ານນະໂຍບາຍ,​ ການເຊື່ອມຈອດໂຄງລ່າງພື້ນຖານ, ການຄ້າທີ່ບໍ່ມີອຸປະສັກ,​ ການຮ່ວມກຸ່ມທາງດ້ານການເງິນ ແລະ ຊຸກຍູ້ການພົວພັນລະຫວ່າງປະຊາຊົນກັບປະຊາຊົນໃຫ້ມີຄວາມໃກ້ຊິດກັນຍິ່ງຂຶ້ນ.

ອ່ານເພີ່ມເຕີມ... 

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
456074
ມື້ນີ້79
ມື້ວານ214
ອາທິດນີ້1111
ເດືອນນີ້79