ຖະແຫຼງການຂອງກະຊວງການຕ່າງປະເທດ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ
ໃນຖານະປະເທດທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດຈາກລະເບີດລູກຫວ່ານ ແລະ ໃນຖານະທີ່ເປັນລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ, ສປປ ລາວ ສະແດງຄວາມເປັນຫ່ວງຕໍ່ກັບການປະກາດ ແລະ ຄວາມສ່ຽງທີ່ລະເບີດລູກຫວ່ານຈະຖືກນຳໃຊ້.
ຕະຫຼອດໄລຍະຫລາຍກວ່າຫ້າທົດສະວັດທີ່ຜ່ານມາ, ປະຊາຊົນລາວ ໄດ້ຮັບເຄາະຮ້າຍຈາກລະເບີດລູກຫວ່ານ ທີ່ອັນຕະລາຍຮ້າຍແຮງ ແລະ ມາຮອດປັດຈຸບັນ ປະຊາຊົນລາວຍັງສືບຕໍ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ຊຶ່ງເປັນໄພຂົ່ມຂູ່ຕໍ່ຊີວິດ ແລະ ການເປັນຢູ່ຂອງປະຊາຊົນຂອງພວກເຮົາ.
ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
ນະຄອນຫລວງວຽງຈັນ, 3 ສິງຫາ 2022
ສປປ ລາວ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ສະແດງຄວາມເປັນຫ່ວງ ຕໍ່ສະພາບການຢູ່ຊ່ອງແຄບ ໄຕ້ຫວັນ, ລວມທັງການກະທຳທີ່ເປັນການຍຸແຍ່ ຊຶ່ງອາດຈະນໍາໄປສູ່ຄວາມເຄັັ່ງຕຶງໃນພາກພື້ນ.
ສປປ ລາວ ເວລາໃດກໍຖືວ່າ ສັນຕິພາບ ແລະ ສະຖຽນລະພາບຢູ່ທຸກພາກພື້ນໃນໂລກ ລວມທັງ ພາກພື້ນ ອາຊີ -ປາຊີຟິກ ເປັນເງື່ອນໄຂຕັດສິນ ແລະ ພື້ນຖານຕົ້ນຕໍ ໃຫ້ແກ່ການຮ່ວມມື ແລະ ການພັດທະນາຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ.
ສປປ ລາວ ຢືນຢັນຄືນນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງຕົນໃນການສະໜັບສະໜູນ ນະໂຍບາຍຈີນດຽວ ແລະ ຖືວ່າໄຕ້ຫວັນ ເປັນສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ຂອງ ສປ ຈີນ, ຄັດຄ້ານ ທຸກເຈດຈໍານົງທີ່ມຸ່ງຫວັງສ້າງສະຖານະການເພື່ອສ້າງ “ສອງປະເທດຈີນ” ຫຼື “ໜຶ່ງຈີນ, ໜຶ່ງໄຕ້ຫວັນ”. ສປປ ລາວ ຢ້ຳຄືນການສະໜັບສະໜູນນະໂຍບາຍຂອງລັດຖະບານ ສປ ຈີນ ໃນການທ້ອນໂຮມ ປະເທດຊາດໂດຍສັນຕິວິທີ.
---------------------------------------//----------------------------------------
Statement of the Spokesperson
of the Ministry of Foreign Affairs of the Lao PDR
Vientiane, 3 August 2022
The Lao PDR has been following and is concerned over the development in the Taiwan strait, including a provocative action, which may lead to a tension in the region.
The Lao PDR, as always, is of the view that peace and stability in all regions in the world, including the Asia-Pacific region is a decisive prerequisite and fundamental foundation for cooperation and development of countries in the region and the world.
The Lao PDR reaffirms its consistent policy of supporting “One China Policy” and that Taiwan is an inalienable part of China, and opposes any intention aiming at creating a situation for “two China” or “one China, one Taiwan”. The Lao PDR reiterates its support for the policy of the Government of the People’s Republic of China on the national reunification by peaceful means.