ຕອນເຊົ້າຂອງວັນທີ 16 ມັງກອນ 2023 ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ປັກກິ່ງ ສປ ຈີນ ໄດ້ຈັດພິທີມອບຮັບເຄື່ອງ ຊ່ວຍເຫຼືອ ລະຫວ່າງສະຖານທູດລາວ ແລະ ມູນນິທິຈຸງຮວາຊືຊານ, ສປ ຈີນ. ເຄື່ອງຊ່ວຍເຫຼືອ ດັ່ງກ່າວມີອຸປະກອນການຮຽນ, ເຄື່ອງນຸ່ງຫົ່ມ, ເກີບ ແລະ ກະເປົານັກຮຽນ ລວມມູນຄ່າທັງໝົດ 1,3 ລ້ານຢວນ ຫຼື ປະມານ 195, 488 ໂດລາສະຫະລັດ. ເຄື່ອງຊ່ວຍເຫຼືອຈຳນວນຫຼາຍໄດ້ສົ່ງມາຮອດ ສປປ ລາວ ແລ້ວ ແລະ ໄດ້ມອບຕໍ່ໃຫ້ແກ່ມູນນິທິຫັດຖະກຳຈິດອາສາ ເພື່ອສືບຕໍ່ນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວໄປມອບໃຫ້ເດັກນ້ອຍ ແລະ ຜູ້ທຸກຍາກຢູ່ເຂດຫ່າງໄກສອກຫຼີກ ຂອງ ສປປ ລາວ.
ໃນຕອນເຊົ້າຂອງວັນທີ 20 ມັງກອນ 2023, ທີ່ ທໍານຽບຜູ້ສໍາເລັດຣາຊະການ ແລະ ຜູ້ບັນຊາການທະຫານສູງສຸດ ແຫ່ງ ການາດາ ຫຼື Rideau Hall, ນະຄອນຫຼວງໂອຕາວາ, ປະເທດການາດາ, ທ່ານ ສີສະຫວາດ ອິນພະຈັນ ໄດ້ຍື່ນສານ ຕາຕັ້ງຂອງພະນະ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ພະນະທ່ານ ນາງ ແມຣີ ເຈ ໄຊມອນ (Mary J. May Simon) ຜູ້ສໍາເລັດຣາຊະການ ແລະ ຜູ້ບັນຊາການທະຫານສູງສຸດ ແຫ່ງ ການາດາ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳການາດາ, ເຊິ່ງມີສຳນັກງານຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ, ດີຊີ, ສ. ອາເມລິກາ.
ໃນວັນທີ 17 ມັງກອນ 2023, ທີ່ ສຳນັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ (Schloss Bellevue), ທ່ານ ໄມບົວ ໄຊຍະວົງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ຟຣັງ-ວານເຕີ ສະຕາຍມາຍເອີ (Frank-Walter STEINMEIER), ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ເພື່ອດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສສ ເຢຍລະມັນ.