ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ ທ່າອ່ຽງ ແລະ ທ່າຂະຫຍາຍຕົວ ຂອງສະພາບການພາກພື້ນ ແລະ ສາກົນໃນສະພາບການໃໝ່

ssv1

ssv2

    ໃນວັນທີ 27 ທັນວາ 2016, ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້ ທ່າອ່ຽງ ແລະ ທ່າຂະຫຍາຍຕົວ ຂອງສະພາບການພາກພື້ນ ແລະສາກົນໃນສະພາບການໃໝ່. ໃຫ້ກຽດເຂົ້າຮ່ວມບັນຍາຍ ແລະ ເປັນປະທານກອງປະຊຸມສຳມະນາວິທະຍາສາດ ຄັ້ງນີ້ມີທ່ານ ສົມສະຫວາດ ເລັງສະຫວັດ, ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ທີ່ປຶກສາຄະນະບໍລິຫານງານສູນກາງພັກ ດ້ານວຽກງານພຶດຕິກຳທິດສະດີ ແລະ ແນວຄິດໄກສອນພົມວິຫານ; ທ່ານ ສະເຫລີມໄຊ ກົມມະສິດ,​ ລັດຖະມົນຕີກະຊວງການຕ່າງປະເທດ, ຄະນະພັກຄະນະນຳກະຊວງການຕ່າງປະເທດ; ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກ; ທ່ານ ພົງສະຫວັດບຸບຜາ, ອະດີດລັດຖະມົນຕີປະຈຳສຳນັກງານປະທານປະເທດ; ເອກອັກຄະລັດຖະທູດ, ກົງສຸນໃຫຍ່, ຄະນະກົມພາຍໃນກະຊວງ, ບັນດາຫົວໜ້າສຳນັກງານການທູດລາວທີ່ຕ່າງປະເທດເຂົ້າຮ່ວມຮັບຟັງ ແລະ ປະກອບຄຳເຫັນ.

 ໃນກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລກປ່ຽນຄຳຄິດເຫັນ ຕໍ່ສະພາບການພາກພື້ນແລະສາກົນໃນສະພາບການໃໝ່ ແລະ ທ່າຂະຫຍາຍຕົວຂອງສະພາບການໃນຊຸມປີຕໍ່ໜ້າ. ພາຍຫລັງທີ່ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ມີຄຳເຫັນ ທີ່ເປັນທິດຊີ້ນຳ ແລະ ທັງເປັນຄຳຖາມເຈາະຈີ້ມຕໍ່ກອງປະຊຸມແລ້ວ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄຳຄິດເຫັນ ທີ່ມີລັກສະນະສັງລວມ, ວິໄຈ ແລະ ລົງເລິກໃນບາງບັນຫາ ທີ່ຈະເປັນພື້ນຖານ ແລະ ເປັນປະໂຫຍດໃຫ້ແກ່ວຽກງານຄົ້ນຄວ້າວິໄຈສະພາບການພາກພື້ນ ແລະ ສາກົນ ຂອງຂະແໜງການຕ່າງປະເທດ ທີ່ເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນວຽກງານການຕ່າງປະເທດ ໃນຕໍ່ໄປ.

          ກອງປະຊຸມສຳມະນາຄັ້ງນີ້ ແມ່ນມີຄວາມໝາຍ, ມີຜົນດີ ແລະ ທັງເປັນການລະດົມມັນສະໝອງ ຕໍ່ຫົວຂໍ້ສະເພາະ ທີ່ເປັນທີ່ສົນໃຈໃນເວລານີ້.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486903
ມື້ນີ້139
ມື້ວານ157
ອາທິດນີ້565
ເດືອນນີ້296