ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມພາຍໃນກະກຽມໃຫ້ແກ່ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13

13 meeting

     ກອງ​ປະຊຸມ​ພາຍ​ໃນກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ວຽກງານ​ການ​ຕ່າງປະ​ເທດ ຄັ້ງ​ທີ 13, ​​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 8-9 ທັນວາ 2016, ທີ່​ ກະຊວງ​ການ​ຕ່າງປະ​ເທດ, ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ,ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ກະຊວງ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ມີຄະນະ​ພັກ​ຄະນະ​ນຳ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າຫ້ອງການ, ​ເອກ​ອັກຄະ​ລັດຖະທູດ, ​ຜູ້ຕາງໜ້າຖາ​ວອນ, ​ກົງ​ສູນ​ໃຫຍ່​ລາວ​ທີ່​ຕ່າງປະ​ເທດ, ທູດ​ອາວຸ​ໂສ​, ຫົວໜ້າ​ກົມ, ຮອງ​ກົມ ​ແລະ ຄະນະ​ພະ​ແນ​ກ ພາຍ​ໃນກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.

          ກອງ​ປະຊຸມ​ດັ່ງກ່າວ, ​ແມ່ນ​ຈະ​ໄດ້​ມີ​ການສະຫຼຸບຕີ​ລາ​ຄາ​ຄືນ​ຜົນ​ການຈັດ​ຕັ້ງປະຕິບັດ​ແນວທາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ​ທີ່​ກຳ​ນົດ​ອອກ​ໃນ​ມະຕິ 9 ຂອງ​ພັກ, ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ກະຊວງ​ການ​ຕ່າງປະ​ເທດ, ທັງ​ພາກສ່ວນ​ທີ່ຢູ່​ພາຍ​ໃນ​ປະ​ເທດ ​ແລະ ສຳນັກງານ​ຕາງໜ້າການ​ທູດ​ລາວທີ່​ຕ່າງປະ​ເທດ, ນັບ​ແຕ່​ກອງ​ປະຊຸມ​ວຽກ​ງານ​ການ​ຕ່າງປະ​ເທດ ຄັ້ງທີ 12 ​ໃນ​ປີ 2013 ຈົນ​ເຖິງ​ປັດຈຸ​ບັນ, ຊຶ່ງ​ຈະ​ໄດ້​ລົງ​ເລີກ​ໃນ​ວຽກງານ​ການຈັດ​ຕັ້ງ​ພັກ ​ແລະ ພະນັກງານ,​ວຽກງານ​ວິຊາ​ສະ​ເພາະ, ​ວຽກງານ​ບໍລິຫານ ​ແລະ ການ​ເງິນ ​ແຕ່​ກອງ​ປະຊຸມ​ວຽກງານ​ການ​ຕ່າງປະ​ເທດ ຄັ້ງ​ທີ 12 ຮອດ​ປັດຈຸບັນ ​ແລະ ທິດ​ທາງ​ແຜນການ​ແຕ່​ນີ້ຮອດ​ປີ 2019. ກອງ​ປະຊຸມ​ດັ່ງກ່າວ​ແມ່ນ​ເຫດການ​ຊີວິດ​ການ​ເມືອງພາຍ​ໃນ​ຂອງກະຊວງ​ການ​ຕ່າງປະ​ເທດ ກໍ​ຄື​ຂະ​ແໜງ​ການ​ຕ່າງປະ​ເທດ ​ທີ່​ຜູ້​ເຂົ້າ​ຮ່ວມກອງ​ປະຊຸມຄັ້ງ​ນີ້ ຈະ​ໄດ້​ພ້ອມ​ກັນ​ສຸມ​ໃສ່​ສັງ​ເກດ​ຕີ​ລາຄາ, ປະກອບ​ຄຳ​ຄິດ​ຄຳ​ເຫັນ ດ້ວຍ​ຄວາມ​ຮັບຜິດຊອບ​ຢ່າງ​ສູງ ​ເພື່ອ​ຊອກ​ເຫັນ​ບັນ​ຫາ ​ແລະ ຫາ​ວິທີ​ແກ້​ໄຂ​ບັນຫາ ​ແນ່​ໃສ່​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ເຮົາມີ​ຄວາມຄືບໜ້າ​ໃໝ່ ມີ​ຜົນສຳ​ເລັດ​ໃໝ່​ໃນ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ​ທີ່​ກຳ​ນົດ​ອອກ​ໃນ​ມະຕິ 10 ຂອງ​ພັກ.

ກອງ​ປະຊຸມ​ດັ່ງກ່າວ ດຳ​ເນີນ​ໄປ​ພາຍ​ໃຕ້ຄຳ​ຂວັນ​ “ການ​ທູດ​ປ້ອງ​ກັນ​ເຫດ ​ແລະ ບຸກທະລຸ ​ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ​ເພີ່ມ​ທະວີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດ​ພາກພື້ນ ​ແລະ ສາກົນ” ​​ໂດຍ​ມີ​ຫົວ​ຂໍ້​ລົງ​ເລິກ​ຄື: “ຍົກ​ສູງ​ຄວາມ​ສາມາດ​ລັກສະນະ​ນຳໜ້າ ​ແລະ ຄວາມ​ເປັນ​ເຈົ້າ​ຂອງ​ພະນັກງານ ​ໃນ​ຂະ ແໜງການ​ຕ່າງປະ​ເທດ”.

          ກອງປະຊຸມຄັ້ງນີ້ ຈະເປັນກອງປະຊຸມເລີ່ມຕົ້ນ ກະກຽມໃຫ້ແກ່ກອງປະຊຸມຂັ້ນວິຊາການທີ່ຈະໄຂຂຶ້ນໃນວັນທີ 13-14 ທັນວາ 2016 ແລະ ກອງປະຊຸມທາງການ ທີ່ຈະຈັດຂຶ້ນໃນວັນທີ 15-16 ທັນວາ 2016, ທີ່ ສູນການຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC), ນະຄອນຫຼວງວຽງຈັນ ໃນຕໍ່ໜ້ານີ້.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486443
ມື້ນີ້139
ມື້ວານ220
ອາທິດນີ້105
ເດືອນນີ້5748