ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນໍາຂັ້ນສູງຂອງ ສປປ ລາວ ກັບຈາກການເຂົ້າຮ່ວມໄຫ້ວອາໄລເຖິງດວງວິນຍານ ຂອງສະຫາຍ ຟີເເດນ ກາສໂຕຼ ຣຸດສ (Fidel Castro Ruz)

ສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກປະຊາຊົນ ປະຕິວັດລາວ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນທາງໄປຮ່ວມພິທີໄຫ້ວອາໄລເຖິງດວງວິນຍານຂອງສະຫາຍ    ຟີເເດນ ກາສໂຕຼ ຣຸດສ ແຕ່ວັນທີ 30 ພະຈິກ 2016 ຢູ່ທີ່ເມືອງ ແຊນເຕນໂກ ເດ ກູບາ (Santiago de Cuba), ສ.ກູບາ ເຊຶ່ງເປັນຖິ່ນກໍາເນີດນັກປະຕິວັດຕໍ່ສູ້ເພື່ອປົດປ່ອຍປະເທດໃນເດືອນ ມັງກອນ 1959 ແລະ ໄດ້ສະຖາປະນາເປັນສາທາລະນະລັດ ກູບາ ມາເຖິງປະຈຸບັນ. ຄະນະຜູ້ແທນໄດ້ກັບຄືນເຖິງນະຄອນຫລວງວຽງຈັນ ດ້ວຍຄວາມສະຫວັດດີພາບ ໃນຕອນສວຍຂອງວັນທີ 07 ທັນວາ 2016.

ໂດຍໄດ້ຮັບການມອບຫມາຍຈາກ ພັກ-ລັດຖະບານ ສປປ ລາວ ຄະນະຜູ້ແທນຂັ້ນສູງດັ່ງກ່າວໄດ້ ນໍາເອົາຄວາມໂສກເສົ້າເສຍດາຍຂອງສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ກໍຄື ພັກ-ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງ ຕໍ່ການສູນເສຍສະຫາຍ ຟີເເດນກາສໂຕຼຣຸດສຜູ້ນໍາການປະຕິວັດທີ່ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນ ກູບາ ອ້າຍນ້ອງ ທັງເປັນເພື່ອນມິດສະຫາຍຮ່ວມອຸດົມການຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ໄປເຖິງການນໍາພັກ-ລັດຖະບານ ແລະ ປະຊາຊົນ ສ.ກູບາ ອ້າຍນ້ອງ.

ການເດີນທາງໄປ ສ.ກູບາ ຄັ້ງນີ້ ສະຫາຍ ພັນຄໍາ ວິພາວັນ ແລະ ຄະນະຜູ້ແທນກໍ່ໄດ້ຖືກຕ້ອນຮັບອັນອົບອຸ່ນດ້ວຍໄມຕີຈິດມິດຕະພາບຈາກການນໍາ ສ.ກູບາ ນັບແຕ່ມື້ໄປຮອດຈົນເຖິງມື້ກັບຄືນປະເທດ. ໃນໂອກາດດັ່ງກ່າວນີ້, ຄະນະຜູ້ແທນ ສປປ ລາວ ກໍ່ໄດ້ເຂົ້າພົບປະສະຫາຍ ຊານວາດໍຣ ບານເດສ ເມຊາ (Salvador Valdés Mesa), ກໍາມະການກົມການເມືອງສູນກາງພັກ, ຄະນະບໍລິຫານງານສູນກາງພັກ, ຮອງປະທານສະພາແຫ່ງລັດ ແຫ່ງ ສ.ກູບາ ທີ່ຫ້ອງວ່າການສູນກາງພັກຄອມມູນິດ ກູບາ ທີ່ ລາຮາວານ, ສ.ກູບາ.

ການພົບປະເຮັດວຽກຮ່ວມກັນສອງຝ່າຍຂອງຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ແລະ ສ.ກູບາ ຄັ້ງນີ້, ນອກຈາກສອງຝ່າຍໄດ້ສະແດງຄວາມໂສກເສົ້າເສຍດາຍຕໍ່ການມໍລະນະກໍາຂອງສະຫາຍ ຟີເເດນກາສໂຕຼຣຸດສແລ້ວ. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ສະພາບພາຍໃນປະເທດຕົນ, ໄດ້ທົບທວນຄືນການພົວພັນສອງຝ່າຍລະຫວ່າງ ສປປ ລາວ ແລະ ສ.ກູບາ, ເຊິ່ງແມ່ນປະເທດເພື່ອນມິດຍຸດທະສາດທີ່ມີມູນເຊື້ອການພົວພັນ, ຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນແລະກັນເປັນຢ່າງດີຕະຫລອດໄລຍະ, ນັບແຕ່ສະໄຫມຕໍ່ສູ້ປົດປ່ອຍຊາດເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດປະຈຸບັນ ບົນພື້ນຖານອຸດົມການສ້າງສັງຄົມນິຍົມ. ສອງຝ່າຍຈະສືບຕໍ່ຮັດແຫນ້ນສາຍພົວພັນໃຫ້ເຂົ້າສູ້ລ່ວງເລິກດ້ວຍການຮ່ວມມື, ຊ່ວຍເຫລືອກັນໃນການສ້າງສາພັດທະນາເສດ ຖະກິດ-ສັງຄົມຂອງແຕ່ລະປະເທດ ໃນຂະແຫນ່ງການທີ່ສອງຝ່າຍມີທ່າແຮງ ເປັນຕົ້ນ: ດ້ານສາທາລະນະສຸກ ແລະ ການສຶກສາ ແລະ ກິລາ ແລະ ສະຫນັບສະຫນູນເຊິ່ງກັນແລະກັນໃນເວທີພາກພື້ນ ແລະ ສາກົນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486414
ມື້ນີ້110
ມື້ວານ220
ອາທິດນີ້76
ເດືອນນີ້5719