ໃນວັນທີ 2 ມິຖຸນາ 2023, ທີ່ ສູນຝຶກອົບຮົມ ແລະ ການຮ່ວມມືສາກົົນ (ICTC), ກະຊວງການຕ່າງປະເທດໄດ້ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 43 ປີ (ວັນທີ 1 ມິຖຸນາ 1980- 1 ມິຖຸນາ 2023). ເປັນກຽດເຂົ້າຮ່ວມ ແລະ ນໍາພາປູກຕົ້ນໄມ້ຄັ້ງນີ້ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາທ່ານຮອງລັດຖະມົນຕີ, ຄະນະພັກ-ຄະນະນຳ ແລະ ບັນດາຄະນະກົມ ພ້ອມດ້ວຍພະນັກງານ ຈໍານວນໜຶ່ງຂອງກະຊວງການຕ່າງປະເທດ.
ຈຸດປະສົງຂອງການປູກຕົ້ນໄມ້ໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2023 ພ້ອມທັງເປັນການປະຕິບັດຄຳຂັວນ ສ ສີຂຽວ ຂອງນະຄອນຫຼວງວຽງຈັນທີ່ໄດ້ວາງອອກ, ເພື່ອສ້າງສະພາບແວດລ້ອມຢູ່ຂອບເຂດນະຄອນຫຼວງວຽງຈັນ ກໍຄືຂອບເຂດທົ່ວປະເທດໃຫ້ເປັນພື້ນທີ່ສີຂຽວ ເຮັດໃຫ້ມີອາກາດທີ່ສົດຊື່ນ ແລະ ສ້າງຄວາມຮົ່ມເຢັນ, ທັງເປັນການປູກຈິດສໍານຶກໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ມີຈິດໃຈມັກຮັກໃນການປູກຕົ້ນໄມ້ ເພື່ອປົກປັກຮັກສາສິ່ງແວດລ້ອມທີ່ດີ ແລະ ເປັນການກະກຽມຕ້ອນຮັບ ກອງປະຊຸມອາຊຽນທີ່ ສປປ ລາວ ຈະເປັນເຈົ້າພາບ ໃນປີ 2024. ການຈັດກິດຈະກໍາປູກຕົ້ນໄມ້ຂອງກະຊວງການຕ່າງປະເທດ ແມ່ນໄດ້ຈັດຂື້ນທຸກໆປີຢ່າງເປັນຂະບວນການຟົດຟື້ນ ແລະ ພ້ອມພຽງສາມັກຄີ.
ນະຄອນຫຼວງວຽງຈັນ, ວັນທີ 2 ມິຖຸນາ 2023
ໃນຕອນເຊົ້າຂອງວັນທີ 01 ມິຖຸນາ 2023 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Michael W. Michalak, ຮອງປະທານອາວຸໂສສະພາທຸລະກິດອາຊຽນ-ອາເມລິກາ, ຮັບຜິດຊອບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໂດຍມີສຳນັກງານຕັ້ງຢູ່ປະທດສິງກະໂປ ພ້ອມດ້ວຍບັນດາຜູ້ບໍລິຫານບໍລິສັດທີ່ມີຊື່ສຽງຈາກ ສ. ອາເມລິກາ ຕັ້ງຢູ່ ສປປ ລາວ ເຊັ່ນ: ບໍລິສັດ RMA ນຳເຂົ້້າລົດ Ford, ບໍລິສັດ Coca-Cola, Visa, ບໍລິສັດທາງກົດໝາຍ, ບໍລິສັດການຢາ ແລະ ອື່ນໆ ຈາກຂະແໜງການຜະລິດສິນຄ້າ, ດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ດ້ານການບໍລິການການເງິນ, ດ້ານກົດໝາຍ ແລະ ດ້ານສາທາລະນະສຸກ.
ໃນວັນທີ 01 ມິຖຸນາ 2023, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມາການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ເປັນປະທານກອງປະຊຸມການກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍການເຂົ້າຮ່ວມຂອງບັນດາ [ຮອງນາຍົກລັດຖະມົນຕີ], ລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າຄອງນະຄອນຫຼວງ, ຄະນະກົມ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາກະຊວງຂະແໜງການຕ່າງໆ ທີ່ຂຶ້ນກັບ 14 ອະນຸກໍາມະການ ຮັບຜິດຊອບວຽກສະເພາະ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ໃນປີ 2024.