ໃນວັນທີ 14 ກຸມພາ 2017, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ Gruia Jacota, ເອກອັກຄະລັດຖະທູດ ຣູມານີ ໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ດຣ. ວິວຽນ ບາລາຄຣິສນັນ (Dr. Vivian Balakrishnan), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ສາທາລະນະລັດ ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 12-13 ກຸມພາ 2017, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ ແລະ ສິງກະໂປ ແລະ ເພື່ອເປັນການຜັນຂະຫຍາຍຜົນຂອງການຢ້ຽມຢາມ ສປປ ລາວ ທາງລັດຖະກິດຂອງ ພະນະທ່ານ ໂທນີ ທັນ ເກັງ ຢຳ, ປະທານາທິບໍດີ ແຫ່ງ ສ. ສິງກະໂປ ໃນເດືອນມັງກອນ 2017 ທີ່ຜ່ານມາ.
ໃນວັນທີ 8 ກຸມພາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພາໂບຼ ອັນໂຕນິໂອ ໂລດຣິເກັສ໌ ວິດາວ, ໃນໂອກາດທີ່ໄດ້ຮັບແຕ່ງຕັ້ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ກູບາປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຜູ້ໃໝ່.
ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ພາໂບຼ ອັນໂຕນິໂອ ໂລດຣິເກັສ໌ ວິດາວ ທີ່ໄດ້ຮັບແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສ. ກູບາ ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍໃນໄລຍະເວລາທີ່ທ່ານປະຕິບັດໜ້າທີ່ວຽກງານການທູດຂອງຕົນຢູ່ ສປປ ລາວ ນີ້, ທ່ານຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືດ້ານຕ່າງໆ ລະຫວ່າງ ສອງປະເທດລາວ-ກູບາ ໃຫ້ນັບມື້ແໜ້ນແຟ້ນມີປະສິດທິຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະໃຫ້ການຮ່ວມມືຢ່າງເຕັມທີ່ ເພື່ອໃຫ້ ທ່ານເອກອັກຄະລັດຖະທູດ ສໍາເລັດໜ້າທີ່ອັນສູງສົ່ງ ທີ່ໄດ້ຮັບມອບໝາຍຂອງຕົນ.
ໃນໂອກາດດຽວກັນ, ທ່ານທູດ ພາໂບຼ ອັນໂຕນິໂອ ໂລດຣິເກັສ໌ ວິດາວ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສະເຫຼີມໄຊ ກົມມະສິດ, ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຕະຫຼອດໄລຍະປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ, ຈະເຮັດສຸດຄວາມສາມາດ ເພື່ອເສີມຂະຫຍາຍ ແລະ ເພີ່ມທະວີການພົວພັນຮ່ວມມືອັນດີທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດພວກເຮົາ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ.