ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ເປີດນຳໃຊ້ຢ່າງເປັນທາງການ

PM Dan1 PM Dan2

PM Dan3 PM Dan4

ໃນວັນທີ 10 ມັງກອນ 2017, ທີ່ແຂວງຈຳປາສັກ, ໄດ້ມີພິທີເປີດດ່ານສາກົນ ໜອງນົກຂຽນ-ຣາປຽງຣຽນ, ໂດຍ​​ເປັນກຽດ​​ເຂົ້າຮ່ວມຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ລາວ ແລະ ພະນະທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ; ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີຂອງສອງຝ່າຍ; ຄະນະພັກ, ຄະນະນຳແຂວງຈຳປາສັກ, ແຂວງຊຽງແຕງ, ເອກອັກຄະລັດຖະທູດ, ກົງສູນໃຫ່ແຫ່ງ ລາວ ປະຈຳຣາຊະອານາຈັກກຳປູເຈຍ ແລະ ຣາຊະອານາຈັກກຳປູເຈຍ ປະຈຳລາວ ແລະ ປະຊາຊົນຂອງສອງປະເທດ ເຂົ້າຮ່ວມ.

 

ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ເປັນປະເທດບ້ານໃກ້ເຮືອນຄຽງ, ບ້ານພີ່ເມືອງນ້ອງ, ທີ່ມີຊາຍແດນ ແລະ ແມ່ນໍ້າລໍາເຊຕິດຈອດກັນ 535 ກິໂລແມັດ. ປະຊາຊົນລາວ ແລະ ກໍາປູເຈຍ ມີສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ມີຄວາມສາມັກຄີຮັກແພງ, ມີການຮ່ວມມືທີ່ດີງາມ ແລະ ໄປມາຫາສູ່ກັນ ແລະ ຊ່ວຍເຫຼືອກັນມາແຕ່ບູຮານນະການ. ການພົວພັນຮ່ວມມືລະຫວ່າງສອງປະເທດ ໃນປະຈຸບັນ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ໃຫ້ແໜ້ນແຟ້ນ ແລະ ກ້າວເຂົ້າສູ່ລວງເລິກ ແລະ ລວງກວ້າງເປັນລຳດັບ.

 

ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ເປັນດ່ານສາກົນແຫ່ງທໍາອິດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ, ຊຶ່ງກ່ອນໜ້ານີ້ ເຄີຍເປັນດ່ານທ້ອງຖິ່ນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນແຂວງຈຳປາສັກ ແລະ ແຂວງຊຽງແຕງ. ມາຮອດວັນທີ 9 ເມສາ 2009, ສອງປະເທດ ໄດ້ເຫັນດີຍົກລະດັບໃຫ້ເປັນດ່ານສາກົນ ແລະ ໄດ້ທຸ້ມເທທຸກຄວາມພະຍາຍາມ ລວມທັງວັດຖຸ ແລະ ປັດໃຈ ເພື່ອສ້າງດ່ານແຫ່ງນີ້ ຈົນສຳເລັດ. ການ​ເປີດດ່ານສາກົນ​ນີ້ ແມ່ນມີຄວາມໝາຍຄວາມສໍາຄັນສູງ ເພາະແມ່ນເຫດການປະຫວັດສາດໜຶ່ງທີ່ສໍາຄັນ ທີ່ເກີດຂື້ນໃນທ່າມກາງບັນຍາກາດທີ່ສອງປະເທດ ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດສອງປະເທດ ລາວ-ກໍາປູເຈຍ; ກໍາປູເຈຍ-ລາວ ຄົບຮອບ 60 ປີ ແລະ ທັງເປັນການຕອບສະໜອງຄວາມມຸ້ງມາດປາດຖະໜາຂອງປະຊາຊົນສອງປະເທດ ທີ່ຢາກຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືອັນດີ ລະຫວ່າງ ປະຊາຊົນສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂື້ນ ໂດຍຜ່ານການໄປມາຫາສູ່ກັນຕາມບໍລິເວນຊາຍແດນ ແລະ ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວ ລະຫວ່າງປະຊາຊົນສອງຊາດ ກໍຄືຕ່າງປະເທດ.

 

ດ່ານດັ່ງກ່າວ ຈະເປັນເສັ້ນທາງເຊື່ອມຕໍ່່ ລະຫວ່າງ ແຂວງຈຳປາສັກ ກັບ ແຂວງຊຽງແຕງ ແລະ ບັນດາແຂວງ ຂອງຣາຊະອານາຈັກກຳປູເຈຍ, ຊຶ່ງຈະຊ່ວຍອຳນວຍຄວາມສະດວກໃນການຄ້າຂາຍ ຢູ່ຕາມບໍລິເວນຊາຍແດນ, ສົ່ງເສີມການທ່ອງທ່ຽວຂອງແຂວງຈຳປາສັກ ແລະ ການລົງທືນໃນຂົງເຂດຕ່າງໆ ທີ່ແຂວງມີທ່າແຮງ, ຊຶ່ງຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຈຳປາສັກ ໃຫ້ມີຜົນສຳເລັດຕົວຈິງ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບດີຂື້ນເທື່ອລະກ້າວ. ນອກນີ້, ຍັງຈະຊ່ວຍຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ລະຫວ່າງ​​ ສອງປະເທດ ລາວ-ກຳປູເຈຍ, ໂດຍສະເພາະ ແຂວງຈຳປາສັກ ກັບ ແຂວງຊຽງແຕງ, ປະກອບສ່ວນເຂົ້າໃນ​ການ​ສົ່ງ​ເສີມ​ມູນ​ຄ່າ​ການ​ຄ້າ ແລະ ການໄປມາຫາສູ່ກັນຂອງນັກທ່ອງທ່ຽວ ກໍຄືປະຊາຊົນສອງຊາດ ຢູ່ຕາມ​ບໍລິ​ເວນ​ຊາຍ​ແດນ ລາວ-ກຳປູເຈຍ ໃຫ້ມີຈໍານວນເພີ່ມຂຶ້ນ ທັງມີຄວາມສະດວກ, ວ່ອງໄວ, ຂະຫຍາຍຕົວ ແລະ ເປັນລະບົບຍິ່ງຂື້ນ.

 

ນອກຈາກນີ້, ດ່ານແຫ່ງນີ້ ຍັງຈະປະກອບສ່ວນອັນສຳຄັນເຂົ້າໃນການເຊື່ອມໂຍງພາຍໃນພາກພື້ນ, ສົ່ງເສີມການເຊື່ອມຈອດ ກັບແລວທາງ​ເສດຖະກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ ອັນຈະເປັນການປະກອບສ່ວນເຂົ້າໃນການປະຕິບັດສັນຍາ ວ່າດ້ວຍການສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານການຄ້າ ຢູ່ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ກໍຄືການ​​ເຊື່ອມ​ຈອດອາ​ຊຽນ ແລະ ພາກພື້ນອື່ນ.

 

ພິທີເປີດ​ດ່ານ​ສາກົນ ໜອງນົກຂຽນ-ຕຣາປຽງກຣຽນ​ ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ພາຍ​ໃຕ້​ບັນຍາກາດອັນ​ເບີກບານມ່ວນ​ຊື່ນ​ ໃນ​ຂະນະທີ່​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນສອງ​ຊາດ​ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຍິນ​ດີ​ຢ່າງ​ສູງ​ ທີ່ເຫັນວ່າ ການ​ຮ່ວມ​ມື​ດ້ານວຽກງານປັກຫຼັກໝາຍຊາຍແດນ ລະຫວ່າງ ສອງປະເທດ ມີຄວາມຄືບໜ້າຢ່າງ​ຕໍ່​ເນື່ອ​ງ. ນັບແຕ່ປີ 2000 ມາເຖິງປະຈຸບັນ, ສອງປະເທດ ສາມາດສຳຫລວດ ແລະ ປັກຫຼັກໝາຍ ໄດ້ທັງໝົດ126 ຫຼັກ, ລວມມີ​ຄວາມ​ຍາວ​ 465 ກິ​ໂລ​ແມັດ, ກວມເອົາ 87% ຂອງຄາດໝາຍທີ່ວາງໄວ້. ຜົນສໍາເລັດ​ອັນ​ມີ​ຄວາມ​ໝາຍ​ທາງປະຫວັດສາດ​ນີ້ ແມ່ນ​ໄດ້​ຕອບ​ສະໜອງຕາມ​ຄວາມ​ມຸ້ງ​ມາດ​ປາດ​ຖະໝາ ແລະ ເຈດຕະນາລົມອັນແຮງກ້າ ຂອງການນຳຂອງສອງພັກ, ສອງລັດ ກໍຄືຂອງ​ປະຊາຊົນ​ສອງຊາດ ລາວ-ກໍາປູເຈຍ ທີ່​ຢາກເຮັດໃຫ້​ເສັ້ນ​ຊາຍ​ແດນຂອງສອງປະ​ເທດ ເປັນ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​ຄວາມ​ສົມບູນ-​ພູນ​ສຸກ ​ແລະ ໃຫ້​ກາຍ​ເປັນ​ມູນ​ມໍລະດົກ​ອັນ​ລໍ້າ​ຄ່າ​ ໃຫ້​ແກ່ອະນຸຊົນ​ລຸ້ນຫຼັງຂອງສອງ​ປະ​ເທດ ໄດ້​ສືບ​ທອດ ​ແລະ ​ດຳ​ລົງ​ຄົງ​ຕົວຢູ່​ຮ່ວມກັນ​ຢ່າງ​ມີສັນຕິພາບ ແລະ ສັນຕິ​ສຸກ​ໄປ​ຊົ່ວ​ກາລະ​ນານ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484572
ມື້ນີ້88
ມື້ວານ188
ອາທິດນີ້1010
ເດືອນນີ້3877