ໃນວັນທີ 10 ມັງກອນ 2017, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ, ຢູ່ ເມືອງໂຂງ, ແຂວງຈໍາປາສັກ. ໃນໂອກາດທີ່ເດີນທາງມາເຂົ້າຮ່ວມພິທີເປີດດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ລະຫວ່າງສອງປະເທດ ລາວ ແລະ ກຳປູເຈຍ ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຈາກການນຳຂັ້ນແຂວງ ແລະ ເມືອງທີ່ກ່ຽວຂ້ອງ.
ປັດຈຸບັນ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ, ຢູ່ເມືອງໂຂງ, ແຂວງຈໍາປາສັກ, ມີຄວາມຄືບໜ້າ 18% ພາຍລັງດຳເນີນການກໍ່ສ້າງມາແຕ່ເດືອນຕຸລາ 2015 ແລະ ຄາດວ່າຈະໃຫ້ສຳເລັດ 100% ໃນ ທ້າຍປີ 2019.
ເຂື່ອນໄຟຟ້າດອນສະໂຮງ ເປັນຝາຍນໍ້າລົ້ນທີ່ບໍ່ມີການເກັບກັກນ້ຳ ໂດຍແມ່ນບໍລິສັດເມັກກະເຟີສ ຈາກປະເທດມາເລເຊຍ ເປັນຜູ້ຮັບເໝົາກໍ່ສ້າງ, ລວມມູນຄ່າການລົງທຶນທັງໝົດຫລາຍກວ່າ 500 ລ້ານໂດລາ ສະຫະລັດ, ໃນນັ້ນ ບໍລິສັດດັ່ງກ່າວຖືຮຸ້ນ 80% ແລະ ລັດວິສາຫະກິດໄຟຟ້າລາວຖືຮຸ້ນ 20%, ມີອາຍຸສຳປະທານ 25 ປີ ເຊິ່ງເຂື່ອນດັ່ງກ່າວປະກອບມີ 04 ເຄື່ອງຈັກ, ມີກຳລັງການຕິດຕັ້ງ 260 ເມກາວັດ, ສາມມາດຜະລິດກະແສໄຟຟ້າໄດ້ສະເລ່ຍ 2.000 ກວ່າກິກກາວັດໂມງ ຕໍ່ປີພາຍຫລັງສ້າງສຳເລັດ ແລະ ເປີດໃຊ້ຢ່າງເປັນທາງການ ຈະສົ່ງກະແສໄຟຟ້າໃຫ້ລັດວິສາຫະກິດໄຟຟ້າລາວ 100%.