ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜູ້ນຳລາວ ຕ້ອນຮັບການເຂົ້າອວຍພອນ ຂອງບັນດາທູຕານຸທູດ ໃນໂອກາດ ວັນຊາດທີ 2 ທັນວາ

em congrate 1

em congrate 2

ໃນ​ຕອນ​ເຊົ້າ​​ວັນ​ທີ 2 ​ທັນວາ 2016, ທີ່​ທຳນຽບປະທານ​ປະ​ເທດ, ການ​ນຳ​ພັກ-ລັດ ປະກອບ​ມີ​ ​ທ່ານ ​ບຸນ​ຍັງ ວໍລະ​ຈິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ, ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມພັນລະຍາ, ທ່ານ​ນາງ ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ ພ້ອມ​ສາມີ ​ແລະ ບັນດາ​ທ່ານລັດຖະມົນຕີ, ຮອງ​ລັດຖະມົນຕີ, ພ້ອມພັນລະຍາ ໄດ້ເປັນກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບອວຍພອນ ຂອງບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈຳລາວ ນຳໂດຍ ທ່ານ ດາ​ໂຕະ ທັນໄຕ​ຮິງ, ເອກອັກຄະລັດຖະທູດອາວຸໂສ ແຫ່ງ ປະ​ເທດ​ມາ​ເລ​ເຊຍ ປະຈຳລາວ. ໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 41 ປີ (2/12/1975​-2/12/2016) ແລະ ປີໃໝ່ສາກົນ 2017.

ທ່ານທູດອາວຸໂສ ໄດ້ກ່າວຊົມເຊີຍ ຕໍ່ຜົນງານຂອງການ​ເລືອກ​ຕັ້ງ​ ສະມາຊິກ​ສະພາ​ ທີ່​ໄດ້​ນໍາ​ໄປ​ສູ່​ ການ​ເລືອກ​ຕັ້ງ​ການນໍາ​ຂອງ​ປະ​ເທດ​ ຢ່າງ​ຈົບງາມ​ໃນ​ຕົ້ນ​ປີ​ນີ້. ພ້ອມ​ກັນ​ນັ້ນ, ​ກໍ​ຊົມ​ເຊີຍ​ຕໍ່​ຜົນ​ສໍາ​ເລັດ ​ອັນ​ໂດດ​ເດັ່ນ​ຂອງ ສປປ ລາວ​ ຕະຫລອດ​ໄລຍະ 41 ປີຜ່ານມາ​ ​ໃນ​ການພັດທະນາ ເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກ ທີ່ສາມາດບັນລຸໝາກຜົນ ໃນປີ 2016 ຂອງ​ການຈັດຕັ້ງປະຕິບັ​ດ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງທີ VIII ທີ່​ຊີ້​ໃຫ້​ເຫັນ​ວ່າ ສປປ ລາວ ສາມາດ​ບັນລຸຜົນສຳ​ເລັດ​ ອັນໂດດ​ເດັ່ນ​ຫລາຍ​ດ້ານ ໂດຍ​ສະ​ເພາະ​ ການ​ຮັກສາ​ຈັງຫວະ​ ການ​ຂະຫຍາຍຕົວ ດ້ານ​ເສດຖະກິດ​ຢ່າງ​ຕໍ່​ເນື່ອງ, ມີສະຖຽນລະພາບ ທາງການເມືອງ ​ແລະ ສັງຄົມ, ​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ເຊິ່ງຮັບປະກັນ​ໃຫ້​ປະຊາຊົນ​ລາວ ​ທຸກ​ເຜົ່າ​ສາມາດ ​ມີ​ສິດ​ອັນ​ຊອບ​ທຳ ​ແລະ ​ເສລີພາບ ​ໃນ​ການ​ເຂົ້າ​ຮ່ວມ ​ພັດທະນາ​ປະ​ເທດ​ຊາດ ​ໄດ້​ຢ່າງ​ຫ້າວຫັນ. ພ້ອມ​ນີ້​ ປີ 2016 ຍັງ​ຖື​ເປັນ​ປີ​ໜຶ່ງ ​ແຫ່ງ​ຄວາມ​ສໍາ​ເລັດ ​ຂອງ​ການ​ທູດ​ລາວ​ ໄດ້​ຕ້ອນຮັບ​ການ​ມາ​ຢ້ຽມຢາມ ​ທີ່​ສໍາຄັນ​ຂອງ​ບັນດາ​ຜູ້​ນໍາ​ໂລກ ​ທີ່​ໄດ້​ມາ​ເຂົ້າ​ຮ່ວມ ​ກອງ​ປະຊຸມ​ ສຸດ​ຍອດ​ອາ​ຊຽນ ​ແລະ ກອງ​ປະຊຸມ​ສຸດ​ຍອດ ​ທີ່​ກ່ຽວ​ຂ້ອງອື່ນໆ. ສິ່ງ​ທີ່​ເຫັນ​ໄດ້​ກໍ​ແມ່ນ ​ການ​ເປັນ​ປະທານ​ອາ​ຊຽນຂອງ ສປປ ລາວ. ສໍາ​ເລັດການ​ຮ່າງ ​ແ​ລະ ຮັບ​ຮອງ​ເອົາ​ເອກະສານ​ ທີ່​ສໍາຄັນ​ສອງ​ສະບັບ ​ຄື: ​ແຜນ​ແມ່​ບົດ​ ການ​ເຊື່ອມ​ຈອດ​ອາ​ຊຽນ 2025 ​ແລະ ​ແຜນ​ງານ​ຂໍ້​ລິເລີ່​ມ​ ເພື່ອ​ການ​ເຊື່ອມ​ໂຍງ​ອາ​ຊຽນ ສະບັບ​ທີ III. ​ເຊິ່ງສຸມ​ໃສ່​ການ​ເພີ່ມ​ທະວີ ​ການ​ເຊື່ອມ​ຈອດ​ພາກ​ພື້ນ ​ແລະ ການ​ຫລຸດຜ່ອນ​ຄວາມ​ຫລຸດ​ໂຕນ ​ດ້ານ​ການ​ພັດທະນາ​ ຢູ່​ໃນ​ພາກ​ພື້ນ. 

​ໃນໂອກາດນີ້, ທ່ານ ບຸນ​ຍັງ ວໍລະ​ຈິດ ກໍໄດ້ກ່າວຄໍາ​ປາ​ໃສ ສະແດງຄວາມຂອບໃຈ ຕໍ່ທ່ານທູດອາວຸໂສ ທີ່ໄດ້ຊົມເຊີຍຕໍ່ຜົນສຳເລັດ ທີ່ລັດຖະບານລາວ ໄດ້ນຳພາປວງຊົນລາວທັງຊາດ ຍາດໄດ້ຜົນງານການພັດ ທະນາ ເສດຖະກິດ-ສັງຄົມ ຕະຫລອດ 1 ປີ ຜ່ານມາ. ໃນປີ 2016​ ເປັນ​ປີທີ່​ມີ​ ຄວາມ​ໝາຍ​ສໍາຄັນ​ພິ​ເສດ ສໍາລັບ ສປປ ລາວ ​ເພາະ​ເປັນ​ປີ​ທີ່​ມີ​ຫລາຍ​ເຫດການ ​ປະຫວັດສາດ​ສໍາຄັນ​ເກີດ​ຂຶ້ນ​ ເຊັ່ນ: ສໍາ​ເລັດ​ການ​ດໍາ​ເນີນ ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ X ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ, ​ໄດ້​ສໍາ​ເລັດ​ການ​ເລືອກ​ຕັ້ງ ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ 8 ​ແລະ ສະພາ​ຂັ້ນ​ແຂວງ, ນະຄອນຫລວງ​ວຽງ​ຈັນ; ສປປ ລາວ ຍັງ​ໄດ້​ຮັບ​ກຽດ ​ເປັນ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ. ພ້ອມ​ນັ້ນ, ພັກ​-ລັດຖະບານ ​ໄດ້​ເອົາ​ໃຈ​ໃສ່​ນໍາພາ ​ປວງ​ຊົນ​ລາວ​ທັງ​ຊາດ ປຸກລະດົມ​ກໍາລັງ​ແຮງ​ ຂອງ​ທຸກ​ພາກສ່ວນ​​ເສດຖະກິດ​ ເຂົ້າ​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ ມະຕິ​ກອງ​ປະຊຸມ​ຄັ້ງ​ທີ X ຂອງ​ພັກ ​ແລະ ​ແຜນ​ພັດທະນາ ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 8 ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ ​ກໍ​ຄື​ ການ​ສູ້​ຊົນ​ບັນລຸ​ເປົ້າ​ໝາຍ ການ​ພັດທະນາ​ແບບ​ຍືນ​ຍົງຂອງ ສປຊ. ນອກ​ນັ້ນ, ​ຍັງ​ໄດ້​ກໍານົດ​ຍຸດ​ທະ​ສາດ ​ການ​ພັດທະນາ​ເສດຖະກິດ-ສັງ​ຄົມ ​ແຕ່​ນີ້​ຮອດ​ປີ 2025 ​ແລະ ວິ​ໄສ​ທັດ​ຮອດ​ປີ 2030 ​ແນ​ໃສ່​ເຮັດ​ໃຫ້​ປະ​ເທດ​ລາວ ກາຍ​ເປັນ​ປະ​ເທດ​ ກໍາລັງ​ພັດທະນາ ທີ່​ມີ​ລາຍ​ຮັບ​ປານ​ກາງສູງ ຕາມ​ທິດ​ພັດທະນາ​ເສດຖະກິດ ​ພູມ​ປັນຍາ, ສີຂຽວ ​ແລະ ຍືນ​ຍົງ​.

ຜ່ານ​ການ​ປະຕິບັດ​ຕົວ​ຈິງ ​ໃນ​ໜຶ່ງ​ປີຜ່ານມາ​ເຫັນ​ວ່າ ສປປ ລາວ ຍັງ​ສືບ​ຕໍ່​ມີ​ສະຖຽນ​ລະ​ພາບ​ ທາງ​ການ​ເມືອງ​ ຢ່າງ​ໜັກ​ແໜ້ນ, ສັງຄົມ​ມີ​ຄວາມ​ສະຫງົບ ​ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ໂດຍ​ພື້ນ​ຖານ. ເສດຖະກິດ​ແຫ່ງ​ຊາດ ​ມີ​ການ​ພັດ​ທະ​ນາ ​ດ້ວຍ​ຈັງ​ຫວະ​ຕໍ່​ເນື່ອງ​ ເຖິງ​ແມ່ນ​ວ່າ​ໃນ​ປີນີ້ ​ອັດຕາ​ການຈະ​ເລີ​ນ​ເຕີບ​ໂຕ ​ທາງ​ເສດຖະກິດສາມາດ​ບັນລຸ​ໄດ້​ ພຽງ​ແຕ່ 6,9% ກໍ​ຕາມ. ​ແຕ່​ຍອດ​ຜະລິດ​ຕະພັນ​ພາຍ​ໃນ ​ເຊິ່ງ​ເປັນລາຍ​ຮັບ​ແຫ່ງ​ຊາດ ​ຍັງ​ສື​ບຕໍ່​ເພີ່ມ​ຂຶ້ນ ​ເຊິ່ງສະ​ເລ່ຍ​ 2.027 ​ໂດ​ລາ​ສະຫະລັດຕໍ່​ຫົວ​ຄົນ, ອັນ​ໄດ້​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ ​ເທື່ອ​ລະ​ກ້າວ ​ເຊິ່ງ​ເປັນ​ເງື່ອນ​ໄຂສະດວກ​ພື້ນຖານ ​ເພື່ອ​ເຮັດ​ໃຫ້ ສປປ ລາວ ຫລຸດ​ພົ້ນ​ອອກ​ຈາກ ​ສະຖານະ​ພາບ​ດ້ອຍ​ພັດທະນາ​ ໃນ​ປີ 2020 ຕາມ​ຄາດໝາຍ​ທີ່​ວາງ​ໄວ້.

​ໃນ​ປີ 2016 ສປປ ລາວ ​ໄດ້​ເປັນ​ເຈົ້າ​ການ​ເຄື່ອນ​ໄຫວ​ ຢ່າງ​ຕັ້ງໜ້າ​ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ ​ໂດຍ​ຢຶດໝັ້ນ​ ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ ການ​ຕ່າງປະ​ເທດ​ສັນ​ຕິ​ພາບ, ​ເອກະລາດ, ມິດຕະພາບ ​ແລະ ການຮ່ວມ​ມືກັບ​ທຸກ​ປະ​ເທດ ​ໃນ​ໂລກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ​ຍ້ອນ​ມີການ​ປະສານ​ງານ ​ແລະ ການ​ຮ່ວມ​ມື​ທີ່​​ແໜ້ນ​ແຟ້ນ ພາຍ​ໃນ​ອາ​ຊຽນ ກໍ​ຄື​ ລະຫວ່າງ​ ອາ​ຊຽນກັບ​ບັນດາ​ ປະ​ເທດ​ຄູ່​ເຈລະຈາ ຈຶ່ງ​ຊ່ວຍ​ໃຫ້​ ສປປ ລາວ ປະສົບ​ຜົນ​ສໍາ​ເລັດ ໃນ​ການ​ເປັນ​ເຈົ້າພາບ​ ຈັດ​ກອງ​ປະຊຸມ​ສຸດ​ຍອດ​ສໍາຄັນ​ອື່ນໆ.

ພ້ອມກັນນີ້, ທ່ານປະທານປະເທດ ຍັງໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ ແລະ ຄວາມຂອບໃຈຢ່າງຈິງໃຈ ມາຍັງທ່ານທູດ ແລະ ຜູ້ຕາງໜ້າ ອົງການຈັດຕັ້ງສາກົນ ແລະ ຜ່ານບັນດາທ່ານ ໄປຍັງບັນດາປະເທດ ແລະ ອົງການ ຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫລືອພາລະກິດພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫລອດໄລຍະທີ່ຜ່ານມາ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486438
ມື້ນີ້134
ມື້ວານ220
ອາທິດນີ້100
ເດືອນນີ້5743