ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມທາງການ ສ. ສິງກະໂປ

PMSingapore

 

PMSingapore1

ອ່ານເພີ່ມເຕີມ... 

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30 ແລະ ກອງປະຊຸມພົບປະອື່ນໆ

 

Thonglounjoinasean30

 

ໃນຕອນເຊົ້າ ຂອງວັນທີ 29 ເມສາ 2017 ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນຄັ້ງທີ 30 ພາຍໃຕ້ຄໍາຂວັນ: ຮ່ວມມືເພື່ອການປ່ຽນແປງ, ຜູກຜັນກັບສາກົນໂດຍການເປັນເຈົ້າພາບ ແລະ ປະທານ ຂອງຟີລິບປິນ ຊຶ່ງມີບັນດາປະມຸກລັດ/ຫົວໜ້າລັດຖະບານປະເທດອາຊຽນ, ລັດຖະມົນຕີຕ່າງປະເທດອາຊຽນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ

 

SaleumxayAsean30

 

ໃນ​ວັນ​ທີ 28 ເມສາ 2017 ທີ່ ນະຄອນຫຼວງມະນີລາ, ຟີລິບປິນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ​ໄດ້​ນຳພາ​ຄະນະ​ຜູ້​ແທນລາວ ​ເຂົ້າຮ່ວມກອງ​ປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 15 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 19 ໂດຍການເປັນເຈົ້າພາບ ແລະ ປະທານຂອງຟີລິບປິນ ພາຍໃຕ້ຄໍາຂັວນ: ‘ຮ່ວມມືເພື່ອການປ່ຽນແປງ, ຜູກຜັນກັບສາກົນ’.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ທົບທວນ ແລະ ປຶກສາຫາລື ກ່ຽວກັບການສືບຕໍ່ສ້າງປະຊາຄົມອາຊຽນ ໂດຍສະເພາະ ການຈັດຕັ້ປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ການພົວພັນຮ່ວມມືກັບພາຍນອກ, ພ້ອມທັງ ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ພວມສືບຕໍ່ຜັນແປ ເປັນຕົ້ນແມ່ນບັນຫາທີ່ອາຊຽນ ມີຄວາມສົນໃຈຮ່ວມກັນ ແລະ ສະພາບການຢູ່ພາກພື້ນຕ່າງໆ, ລວມທັງຕາເວັນອອກກາງ ແລະ ແຫຼມເກົາຫຼີ.

ກອງ​ປະ​ຊຸມ​​ສະພາ​ປະຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງ​ອາ​ຊຽນ ຄັ້ງ​ທີ 15 ໄດ້ທົບທວນຄືນການຈັດຕັ້ງປະຕິບັດ ບັນດາໜ້າວຽກຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້້ນຄົງອາຊຽນ ກໍຄື ການຈັດ​ຕັ້ງ​ປະຕິບັດບັນດາ​ກິດຈະກຳ​ພາຍ​​ໃຕ້​ແຜນ​ແມ່​ບົດ​ປະຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງ​ອາ​ຊຽນ 2025 ຊຶ່ງ​ເຫັນ​ວ່າ​ມີ​ຄວາມ​ຄືບ​ໜ້າ​ດີ ແລະ ໄດ້ຊຸກຍູ້ບັນດາຂະແໜງການຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານພາຍໃຕ້ຂອບວຽກຂອງຕົນ ແລະ ເນັ້ນຢໍ້າການປະສານງານ ລະຫວ່າງ ຂະແໜງການໃນການຈັດຕັ້ງປະຕິບັດກິດຈະກໍາທີ່ກວມລວມ ຫຼາຍຂະແໜງການ ແລະ ຫຼາຍເສົາຄໍ້າ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໃນນີ້ ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ແຈ້ງຕໍ່ກອງປະຊຸມຊາບວ່າ ສປປ ລາວ ໄດ້ໃຫ້ສັດຕະຍາບັນ ແກ່ສົນທິສັນຍາອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ແລະ ຈະຍື່ນສານສັດຕະຍາບັນ ໃຫ້ແກ່ເລຂາທິການໃຫຍ່ອາຊຽນ ໃນໄວໆນີ້.

ກອງ​ປະຊຸມ​ຂອງ​ສະພາ​ປະສານ​ງານ​ອາ​ຊຽນ ຄັ້ງ​ທີ 19 ​ໄດ້ສຸມໃສ່ການປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດຄໍາຕົກລົງຂອງຜູ້ນໍາອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ຈັດຂຶ້ນຢູ່ ສປປ ລາວ ໃນປີ 2016, ພິຈາລະນາ ວາລະ ແລະ ຮັບຮອງເອົາເອກະສານຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30 ແລະ ຮັບຮອງເອົາບັນດາບົດລາຍງານຂອງຂະແໜງການເພື່ອນໍາສະເໜີຜູ້ນໍາອາຊຽນ ພິຈາລະນາຮັບຊາບ ແລະ ຮັບຮອງເອົາ ເຊັ່ນ: ບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບ ການປະຕິບັດໜ້າທີ່ຂອງກອງເລຂາອາຊຽນ ແລະ ວຽກງານອາຊຽນ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ ຮັບຮອງເອົາບົດລາຍງານຂອງຜູ້ບໍລິຫານມູນລະນິທິອາຊຽນ, ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບົດລາຍງານຂອງໜ່ວຍງານສະເພາະກິດວ່າດ້ວຍຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ແລະ ບົດລາຍງານຂອງຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ ແລະ ອື່ນໆ.

ໃນກອງປະຊຸມດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຊຸກຍູູ້ບັນດາຂະແຫນງການຂອງອາຊຽນ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນຂະບວນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ກໍຄື ບັນດາແຜນແມ່ບົດສໍາລັບ 3 ເສົາຄໍ້າປະຊາຄົມອາຊຽນ, ແຜນວຽກຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3 ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ໃຫ້ມີປະສິດທິພາບ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງຈະສືບຕໍ່ຕິດຕາມ ພະນະທ່ານ ນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30 ແລະ ກອງປະຊຸມພົບປະກັບໜ່ວຍງານຕ່າງໆ ທີ່ຈະຈັດຂຶ້ນໃນວັນທີ 29 ເມສາ 2017 ທີ່ ນະຄອນຫຼວງມະນີລາ, ຟີລິບປິນ ເຊັ່ນດຽວກັນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487391
ມື້ນີ້59
ມື້ວານ167
ອາທິດນີ້1053
ເດືອນນີ້784