ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ເຂົ້າວາງພວງມາລາ ແລະ ຢ້ຽມຢາມບັນດາອະດີດການນຳ ແຫ່ງ ສປປ ລາວ

 

Vietnamvisitlaodaytwo1 Vietnamvisitlaodaytwo2

 

Vietnamvisitlaodaytwo3 Vietnamvisitlaodaytwo4

Vietnamvisitlaodaytwo6 Vietnamvisitlaodaytwo5

 

ໃນ​ຕອນ​ເຊົ້າຂອງ​ວັນ​ທີ 27 ​ເມສາ 2017, ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ​ແຫ່ງ ສສ. ຫວຽດນາມ, ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະຜູ້​ແທນ​ຂັ້ນ​ສູງ​ ​ໄດ້​ເດີນທາງ​​​ໄປ​ວາງ​ພວງມາລາ ​ເພື່ອ​ລະນຶກ​​ ​ແລະ ສະ​​ແດງ​ຄວາມ​ຮູ້​ບຸນຄຸນ ຕໍ່​ນັກຮົບ​ປະຕິວັດ, ທີ່ ອານຸສາ​ວະລີນັກຮົບ​ນິລະນາມ. ຫຼັງ​ຈາກ​ນັ້ນ, ສະຫາຍ ນາຍົກລັດຖະມົນຕີ ​ແລະ ຄະນະ​ຜູ້​ແທນ ​ແຫ່ງ ສສ. ຫວຽດນາມ ກໍ​ໄດ້​​​ໄປຢ້ຽມຢາມ​ບັນດາ​ອະ​ດີດ​ການ​ນຳ​ຂອງ​ ສປປ ລາວ, ​ເຊັ່ນ: ຢ້ຽມຢາມ ສະຫາຍ ຄຳ​ໄຕ ສີ​ພັນ​ດອນ, ອະດີດ​ປະທານ​ປະ​ເທດ; ສະຫາຍ ສີສະ​ຫວາດ ​ແກ້ວ​ບຸນ​ພັນ, ອະດີດນາຍົກລັດຖະມົນຕີ; ​ແລະ ສະຫາຍ ທອງ​ສິງ​ ທໍາມະ​ວົງ, ອະດີດນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ.​ ​ໃນ​ໂອກາດ​ດັ່ງກ່າວ, ສະຫາຍ ຫງວຽນ ຊວັນ ຟຸກ ​ໄດ້​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ ຈາກ​ບັນດາ​ການ​ນຳ ​ແຫ່ງ ສສ. ຫວຽດນາມ ​ເຖິງ​ບັນດາ​ອະດີດ​ການ​ນຳ ​ແຫ່ງ ສປປ ລາວ, ​​ເຊິ່ງການ​ພົບ​ປະ​ຢ້ຽມຢາມ ​​ໄດ້​ດຳ​ເນີນ​ໄປ​ດ້ວຍບັນຍາ​ກາດ​ໄມຕີ​ຈິດ​ມິດຕະພາບ ​​ແລະ ​ຄວາມໃກ້ຊິດ​ສະ​ໜິດ​ແໜ້ນ ລະຫວ່າງ ສະຫາຍ ນາຍົກລັດຖະມົນຕີ ​ແຫ່ງ ສສ. ຫວຽ​ດນາມ ​ແລະ ບັນດາ​ອະດີດ​ການ​ນຳ​ ​ແຫ່ງ ສປປ ລາວ.

​ໃນ​ໂອກາດ​ຢ້ຽມຢາມ ສປປ ລາວ ຄັ້ງ​ນີ້, ສະຫາຍນາຍົກລັດຖະມົນຕີ ຫງວຽນ ຊວັນ ​ຟຸກ ຍັງ​ໄດ້​ເປັນ​ກຽດ​ເຂົ້າ​ຮ່ວມ​ພິທີ​ເປີດ​ໂຮງ​ແຮມ ຄຼາວ ພຼາຊາ (Crowne Plaza), ​ເຊິ່ງ​ເປັນ​ໂຮງ​ແຮມ ທີ່​ລົງທຶນ​ໂດ​ຍນັກ​ລົງທຶນຫວຽດນາມ ​ແລະ ​ໄດ້​ຖື​ໂອກາດດັ່ງກ່າວ ​ພົບ​ປະ​ໂອ້​ລົມ​ກັບ​ນັກ​ທຸລະ​ກິດ ຫວຽດນາມ ທີ່​ລົງທຶນ​ຢູ່ ສປປ ລາວ. ນອກ​ນັ້ນ, ສະຫາຍ ຫງວຽນ ຊວັນ ​ຟຸກ ​ແລະ ຄະນະ ຍັງ​ໄດ້​​ໄປ​ຢ້ຽມຢາມສະຖານ​ທີ່​ສຳຄັນ​ຂອງ​ ສປປ ລາວ ​ເຊັ່ນ: ຫໍພິພິດທະພັນ ​ໄກສອນ ພົມວິຫານ ​ແລະ ອານຸສອນ​ສະຖານ ສຸພາ​ນຸວົງ ເປັນ​ຕົ້ນ.

ການ​​ເດີນທາງ​ຢ້ຽມຢາມ​ ສປປ ລາວ ຢ່າງ​ເປັນ​ທາງ​ການ ຂອງ ສະຫາຍນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ, ແລະ ຄະນະ ​ໃນ​ຄັ້ງ​ນີ້ ​ໄດ້​ມີ​ຜົນສຳ​ເລັດ ​ແລະ ມີ​ຄວາມ​ໝາຍ​ອັນ​ສຳຄັນ​ໃນ​ຫຼາຍ​ດ້ານ​ເຊັ່ນ: ​ສອງ​ຝ່າຍ​ ​ໄດ້​ບັນລຸຂໍ້​ຕົກລົງ​ໃນ​ລະດັບ​ສູງ ​ແລະ ​ໄດ້​ມີ​ການ​ລົງ​ນາມ​ເອກະສານ​ຮ່ວມ​ກັນ ຈຳນວນ​ 8 ສະບັບ, ພິ​ເສດແມ່ນ​ສາມາດ​ບັນລຸ​ໄດ້ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ຮ່ວມລົງທຶນ ​ເພື່ອ​ພັດທະນາ ທ່າ​ເຮືອ​ຫວຸ້ງອ່າງ (ທ່າ​ທຽບ​ເຮືອ 1, 2 ​ແລະ 3), ​ເປັນ​ທ່າ​ເຮືອ ລາວ-ຫວຽດນາມ ​ເພື່ອ ສປປ ລາວ ມີ​ທາງ​ອອກ​ສູ່​ທະ​ເລ. ພິ​ເສດ​ທີ່​ສຸດ ​ແມ່ນ​ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ເປີດ​ປີ​ສາມັກຄີ​ມິດຕະພາບ ລາວ-ຫວຽດນາມ ຫວຽດນາມ-ລາວ 2017 ຂຶ້ນ​ຢ່າງ​ເປັນ​ທາງ​ການ, ​ໂດຍ​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ ​ໃນ​ການຈັດ​ຕັ້ງ​ບັນດາ​ກິດຈະກຳ​ເຄື່ອນ​ໄຫວ​ ສະ​ເຫຼີ​ມສະຫຼອງ​ສອງ​ວັນ​ປະຫວັດສາດ ຄື: ວັນ​ຄົບຮອບ 40 ປີ ​ແຫ່ງ​ການ​ເຊັນ​ສົນທິສັນຍາ ມິດຕະພາບ ​ແລະ ການ​ຮ່ວມ​ມື ລາວ-ຫວຽດນາມ ​ແລະ 55 ປີ ​ແຫ່ງ ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ສອງ​ປະ​ເທດ ​ໃຫ້​ມີ​ຄວາມ​ເຄັ່ງ​ຂຶມ, ຄຶກຄື້ນ ​ແລະ ມີ​ຄວາມ​ໝາຍ​ສຳຄັນ ​ໃນ​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ທັງ​ສອງ​ຊາດ.

ໃນ​ຕອນ​ຄ່ຳຂອງ​ວັນ​ທີ 26 ​ເມສາ 2017, ສະຫາຍ ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ໄດ້​ຈັດ​ງານ​ລ້ຽງ​ຕ້ອນຮັບ ​ເປັນ​ກຽດ​ໃຫ້​ແກ່ ສະຫາຍ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ພ້ອມດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ ຢ່າງ​ສົມ​ກຽດ​ ​ແລະ ມີ​ບັນຍາກາດ​ແຫ່ງ​ມິດ​ໄມຕີ​ທີ່​ອົບ​ອຸ່ນ.

ໃນ​ຕອນ​ແລງ​ຂອງ​ວັນ​ທີ 27 ​ເມສາ 2017, ສະຫາຍ ​ນາ​ຍົກລັດ​ຖະມົນຕີ ຫງວຽນ ຊວັນ ຟຸກ ພ້​ອມດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ ​ໄດ້​ເດີນທາງ​ກັບ​ຄືນ ສສ. ຫວຽດນາມ ດ້ວຍ​ຄວາມ​ສະຫວັດດີ​ພາບ.

 

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490257
ມື້ນີ້23
ມື້ວານ261
ອາທິດນີ້1456
ເດືອນນີ້3650