ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະຫລຸບ ແລະ ຍ້ອງຍໍຊົມເຊີຍຜົນສໍາເລັດ ການເປັນປະທານອາຊຽນຂອງ ສປປ ລາວ ປີ 2016

 

Saleumxaymedal Saleumxaymedal3

Saleumxaymedal4 Saleumxaymedal2

 

ໃນວັນທີ 5 ເມສາ 2017, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ໂດຍຮ່ວມກັບກະຊວງພາຍໃນ ໄດ້ຈັດພິທີສະຫລຸບ ແລະ ຍ້ອງຍໍຊົມເຊີຍຜົນສໍາເລັດການເປັນປະທານອາຊຽນ ແລະ ເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນປີ 2016 ໂດຍໃຫ້ກຽດເປັນປະທານຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ. ເຂົ້າຮ່ວມໃນພິທີຄັ້ງນີ້ມີ ບັນດາ​ລັດ​ຖະມົນຕີີ, ຮອງລັດຖະມົນຕີ ທີ່ຊີ້ນໍາ 13 ຄະນະອານຸກໍາມະການ, ບັນດາພະນັກງງານ, ທະຫານ, ຕໍຫລວດ ແລະ ພາກທຸລະກິດ ລວມທັງຫມົດ 300 ກ່ວາທ່ານ.

ໃນພິທີອັນສຳຄັນຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນສະຫລຸບລາຍງານການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ກໍຄື ການເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງ ທ່ານໄດ້ຕີລາຄາວ່າ ມີຜົນສຳ​ເລັດ​ຢ່າງ​ຈົບງາມ​ ​ແລະ ຮອບດ້ານ ​ທັງທາງດ້ານເນື້ອໃນ, ການຈັດຕັ້ງ-ພິທີການ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານການເມືອງ, ດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ທ່ານລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຊີ້ໃຫ້ເຫັນວ່າ ບັນດາຜົນສຳເລັດທີ່ຍາດມາໄດ້ທັງໝົດນີ້ ສ່ວນໜຶ່ງແມ່ນຍ້ອນພວກເຮົາ ໄດ້ຮັບການຮ່ວມມື, ການສະຫນັບສະຫນູນ ແລະ ການຊ່ວຍເຫລືອຈາກບັນດາປະເທດສະມາຊິກອາຊຽນ, ​ຄູ່ເຈລະຈາ ກໍຄື ຄູ່ຮ່ວມມືພາຍນອກ, ປະເທດເພື່ອນມິດ ແລະ ອົງການ​ຈັດຕັ້ງພາກພື້ນ ແລະ ສາກົນ, ແຕ່​ອັນ​ສຳຄັນທີ່​ສຸດ ​ແມ່ນ​ຍ້ອນການຊີ້ນຳ-ນຳພາ ຢ່າງໃກ້ຊິດ ແລະ ທັນການ ຂອງພັກ ແລະ ລັດ ໂດຍສະເພາະແມ່ນ ກົມການເມືອງສູນກາງພັກ ​ແລະ ຄວາມປຸ້ມລຸມສາມັກຄີ, ຄວາມເສຍສະຫລະ, ນໍ້າໃຈຮັບຜິດຊອບສູງຂອງບັນດາຄະນະອານຸກໍາມະການ ກໍຄື ພະນັກງານ, ທະຫານ, ຕໍາຫລວດ ລວມໄປເຖິງ ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພໍ່ແມ່ພີ່ນ້ອງປວງຊົນລາວ ຊາວນະຄອນຫລວງວຽງຈັນ ແລະ ທົ່ວປະເທດ ທີ່ໄດ້ຕັ້ງຫນ້າປະກອບສ່ວນຢ່າງຫ້າວຫັນ ຕາມພາລະຫນ້າທີ່ຂອງ​ຕົນ ແລະ ຮ່ວມ​ແຮງ​ຮ່ວມ​ໃຈກັນເປັນເຈົ້າພາບທີ່ດີ ອັນໄດ້ເຮັດໃຫ້ປະສົບຜົນສໍາເລັດອັນຈົບງາມໃນທຸກດ້ານຄືດັ່ງກ່າວ. ​ພັກ ແລະ ລັດຖະບານ ສະແດງຂອບໃຈຢ່າງຈິງໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ການປະກອບສ່ວນທີ່ສໍາຄັນຂອງທຸກພາກສ່ວນດັ່ງກ່າວ.

ໂອກາດດັ່ງກ່າວນີ້, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຂຶ້ນປະດັບຫລຽນໄຊແຮງງານຊັ້ນ II ແລະ ຫລຽນໄຊແຮງງານຊັ້ນ III, ສ່ວນ ທ່ານລັດຖະມົນຕີ ສະເຫລີມໄຊ ກົມມະສິດ ກໍໄດ້ໃຫ້ກຽດປະດັບຫລຽນກາແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ແກ່ບັນດາຜູ້ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ຮອບດ້ານ.

ພ້ອມດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ມີຄໍາເຫັນ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງ ສປປ ລາວ ໃນການເປັນເຈົ້າພາບ ແລະ ປະທານອາຊຽນ ໃນປີ 2016 ຊຶ່ງເປັນການຍົກສູງຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໃຫ້ສູງເດັ່ນຂຶ້ນ. ນອກຈາກນີ້, ພະນະທ່ານ ນາຍົກລັດຖະມົນຕີ ຍັງໄດ້ຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງ ພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນສຳເລັດ ຂອງກອງປະຊຸມສຸດຍອດອາຊຽນ   ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລວມທັງຜົນຂອງການຕົກລົງສອງຝ່າຍໃຫ້ເປັນຮູບປະທຳ ເພື່ອນຳຜົນປະໂຫຍດອັນສູງສຸດຕົວຈິງມາສູ່ປະເທດເຮົາ. ໂອກາດດັ່ງກ່າວ, ​ພະນະທ່ານ ນາຍົກລັດຖະມົນຕີໂດຍຕາງໜ້າພັກ ແລະ ລັດຖະບານ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຍ້ອງຍໍຊົມເຊີຍ ມາ​ຍັງພະນັກງານ, ທະຫານ, ຕຳຫລວດ, ນັກທຸລະກິດ ແລະ ພໍ່ຄ້າຊາວຂາຍ ແລະ ປວງຊົນລາວບັນດາ​ເຜົ່າທຸກຖ້ວນຫນ້າທີ່ໄດ້ຕັ້ງຫນ້າປະກອບສ່ວນຢ່າງຫ້າວຫັນຕາມພາລະຫນ້າທີ່ຂອງຕົນ ກໍຄື ການຮ່ວມແຮງຮ່ວມໃຈກັນເປັນເຈົ້າພາບທີ່ດີ ແລະ ຂອບໃຈບັນດາປະເທດອາຊຽນ, ຄູ່ເຈລະຈາອາຊຽນ ແລະ ບັນດາປະເທດເພື່ອນມິດອື່ນໆ ທີ່ໄດ້ໃຫ້ການຊ່ວຍເຫລືອ, ສະຫນັບສະຫນູນ ແລະ ການຮ່ວມມື ອັນເຮັດໃຫ້ການເປັນເຈົ້າພາບ ແລະ ປະທານອາຊຽນຂອງ ສປປ ລາວ ໃນປີ 2016 ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ບັນດາບົດຮຽນໃນການເປັນປະທານອາຊຽນ ໃນປີ 2016 ເປັນພື້ນຖານອັນສໍາຄັນ ສໍາລັບ ສປປ ລາວ ເພື່ອກະກຽມໃຫ້ແກ່ການເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024 ກໍຄື ການເປັນປະທານກອງປະຊຸມພາກພື້ນ ແລະ ສາກົນອື່ນໆ ໄດ້ຮັບຜົນສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າ.

 

 

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480325
ມື້ນີ້155
ມື້ວານ157
ອາທິດນີ້723
ເດືອນນີ້6556