ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ນາຍົກລັດຖະມົນຕີ ລາວ - ກໍາປູເຈຍ ສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

 

Thonglouncambodia1 Thonglouncambodia2

 

ໃນວັນທີ 10 ພຶດສະພາ 2017, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ພົບປະສອງຝ່າຍກັບ ພະນະທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໃນໂອກາດທີ່ເດີນທາງເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍ ອາຊຽນ, ທີ່ ນະຄອນຫຼວງ ພະນົມເປັນ, ຣາຊະອານາຈັກ ກຳປູເຈຍ, ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 10-12 ພຶດສະພາ 2017.

ອ່ານເພີ່ມເຕີມ... 

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມທາງການ ທີ່ ມາເລເຊຍ

 

PMMalaysia1 PMMalaysia2 PMMalaysia3

 

ໂດຍຕອບສະໜອງຕາມຄໍາເຊີນຂອງ ພະນະທ່ານ ດາໂຕະ ສຣິ ນາຈິບ ຕຸນ ອັບດູນ ຣາຊັກ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມມາເລເຊຍຢ່າງເປັນທາງການ ໃນວັນທີ 09-10 ພຶດສະພາ 2017, ເຊິ່ງເປັນການຢ້ຽມຢາມທາງການຄັ້ງທໍາອິດນັບແຕ່ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດທີ່ມີມາແຕ່ດົນນານ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.

ອ່ານເພີ່ມເຕີມ... 

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ສະຫະລັດ ອາເມລິກາ ສະໄໝພິເສດ

SLXASEANUSFMM

 

ໃນ​ວັນ​ທີ 4 ພຶດສະພາ 2017, ​ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ສະຫະລັດ ອາເມລິກາ ສະໄໝພິເສດ, ເຊິ່ງໄດ້ຈັດຂຶ້ນ ທີ່ ນະຄອນຫຼວງວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ, ພາຍໃຕການເປັນປະທານຮ່ວມຂອງ ທ່ານ Anifa Hj Aman, ລັດຖະມົນຕີການຕ່າງປະເທດຂອງ ມາເລເຊຍ ແລະ ທ່ານ Rex W. Tillerson, ລັດຖະມົນຕີການຕ່າງປະເທດຂອງ ສະຫະລັດ ອາເມລິກາ ແລະ ມີບັນດາລັດຖະມົນຕີການຕ່າງປະເທດຈາກ ປະເທດສະມາຊິກອາຊຽນ, ຄະນະຜູ້ແທນ ແລະ ພະນັກງານກອງເລຂາອາຊຽນເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487391
ມື້ນີ້59
ມື້ວານ167
ອາທິດນີ້1053
ເດືອນນີ້784