ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ຫວຽດນາມ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ເລິກເຊິ່ງກວ່າເກົ່າ

 

vietnamvisitlaos1 vietnamvisitlaos2

vietnamvisitlaos3 vietnamvisitlaos4

vietnamvisitlaos5 vietnamvisitlaos6

 

ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​​ເຊີນ​ຂອງ ສະຫາຍ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ, ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ​ແຫ່ງ ສສ. ຫວຽດນາມ ​ພ້ອມ​ດ້ວຍຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລັດຖະບານ​ ​ແຫ່ງ ສສ. ຫວຽດນາມ ​ໄດ້​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ​ ຢ່າງ​ເປັນ​ທາງ​ການ, ​ແຕ່​ວັນ​ທີ 26-27 ເມສາ 2017, ​​ເຊິ່ງ​ເປັນ​ການ​ຢ້ຽມຢາມ​ທາງ​ການ​ຄັ້ງ​ທຳ​ອິດ ​ແລະ ​ເປັນ​ການເຄື່ອນ​ໄຫວ​ກິດຈະກຳ​ສະ​ເຫຼີ​ມສະຫຼອງ “ປີ​ສາມັກຄີ​ມິດຕະພາບ ລາວ-ຫວຽດນາມ 2017”.

​​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 26 ​ເມສາ 2017, ທີ່ ສຳນັກງານ​ນາຍົກລັດຖະມົນຕີ, ​ໄດ້​ມີ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ ທີ່​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ອັນ​ອົບ​ອຸ່ນ ​ແລະ ສົມ​ກຽດ. ພາຍ​ຫຼັງ​ສຳ​ເລັດ​ພິທີ​ຕ້ອນຮັບຢ່າງ​ເປັນ​ທາງ​ການ, ການ​ພົບ​ປະ​ສອງ​ຝ່າຍ ລະຫວ່າງ​ ສະຫາຍ ນາ​ຍົກ​ລັດຖະມົນຕີ ລາວ ​ແລະ ຫວຽດນາມ​ ພ້ອມ​ດ້ວຍ​ຄະນະ ກໍ​ໄດ້​ເລີ່​ມຂຶ້ນ, ​ໂດຍ​ສອງ​ຝ່າຍ ​ໄດ້​ປຶກສາ​ຫາລື​ກັນ ຢ່າງ​ກົງ​ໄປ​ກົງ​ມາ, ດ້ວຍ​ຄວາມ​ຈິງ​ໃຈ ກ່ຽວ​ກັບ ການ​ທົບ​ທວນຄືນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຂອງ​ຖະ​ແຫຼ​ງການ​ຮ່ວມ ​ແລະ ຂໍ້​ຕົກລົງ​ຂັ້ນ​ສູງ​ຕ່າງໆ, ​ໂດຍ​ສະ​ເພາະ ​ແມ່ນ​ຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 39 ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ທະວິ​ພາຄີ​ຂອງ​ສອງ​ລັດຖະບານ ​ແລະ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ ການຈັດ​ຕັ້ງ​ປະຕິ​ບັດ​ການ​ຮ່ວມ​ມື ​ໃນ​ຕໍ່ໜ້າ​ໃຫ້​ມີ​ປະສິດທິ​ຜົນ​ສູງ​ກວ່າ​ເກົ່າ. ພ້ອມ​ນັ້ນ, ສອງ​ຝ່າຍ ຍັງ​ໄດ້​ປຶກສາ​ຫາລື​ກັນ​ໃນ​ບັນຫາ​ສາກົນ ​ແລະ ພາກ​ພື້ນ ອັນ​ພົ້ນ​​ເດັ່ນ ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ, ພ້ອມທັງ​ຢືນ​ຢັນ​ສືບ​ຕໍ່​ການ​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​​​ແຟ້​ນ ຢູ່ ​ໃນ​ເວ​ທີພາກ​ພື້ນ ​ແລະ ສາກົນ, ​ໂດຍ​ສະ​ເພາະ ຢູ່ ສປຊ, ອາຊຽນ ​ແລ​ະ ບັນດາ​ກົນ​​ໄກ​ການ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ​ອື່ນໆ.

​ໃນ​ໂອກາດ​ນີ້, ສອງ​ຝ່າຍ ​ໄດ້​ບັນລຸ​ຂໍ້​ຕົກລົງ​ໃນ​ລະດັບ​ສູງ ​ແລະ ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານ ການ​ລົງ​ນາມ​ເອກະສານ​ຮ່ວມ​ມື​ນຳ​ກັນ ຈຳນວນ​ເຖິງ 9 ສະບັບ ຄື: 1) ຂໍ້​ຕົກລົງ ລະຫວ່າງ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ແລະ ກະຊວງ​ຄົມມະນາຄົມ ​ແລະ ຂົນ​ສົ່ງ ​ແຫ່ງ ສສ. ຫວຽດນາມ ວ່າ​ດ້ວຍ​ການ​ຮ່ວມ​ລົງທຶນ ​ເພື່ອ​ພັດທະນາ ທ່າ​ເຮືອ​ຫວຸ້ງອ່າງ (ທ່າ​ທຽບ​ເຮ​ືອ 1,2 ​ແລະ 3) ​ເປັນ​ທ່າ​ເຮືອ ລາວ-ຫວຽດນາມ; 2) ຂໍ້​ຕົກລົງ ລະຫວ່າງ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ແລະ ກະຊວງ​ຄົມມະນາຄົມ ​ແລະ ຂົນ​ສົ່ງ ​ແຫ່ງ ສສ. ຫວຽດນາມ ວ່າ​ດ້ວຍ​ການ​ລົງທຶນ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ວຽງ​ຈັນ-ທ່າ​ແຂກ-ມາ​ຢູ-​ເຕີນ​ເອີ​ບ-ຫວຸ້ງອ່າງ; 3) ຂໍ້​ຕົກລົງ ລະຫວ່າງ ກະຊວງ​​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ແລະ ກະຊວງ​ຄົມມະນາຄົມ ​ແລະ ຂົນ​ສົ່ງ ​ແຫ່ງ ສສ. ຫວຽດນາມ ວ່າ​ດ້ວຍ​ການ​ລົງທຶນ​ກໍ່ສ້າງ​ເສັ້ນທາງ​ພູ​ທິດ​ເຜິ້ງ, ​ແຂວງ​ຫຼວງພະ​ບາງ ຫາຊາຍ​ແດນ​ນາ​ຊອນ ຕິດ​ກັບ​ເມືອງ​ດຽນບຽນ​, ​ແຂວງ​ດຽນບຽນ, ສສ. ຫວຽດນາມ; 4) ຂໍ້​ຕົກລົງ ລະຫວ່າງ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ແລະ ກະຊວງ​ຄົມມະນາຄົມ ​ແລະ ຂົນ​ສົ່ງ ​ແຫ່ງ ສສ. ຫວຽດນາມ ວ່າ​ດ້ວຍ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ (FS) ບັນດາ​​ໂຄງການ: ​ໂຄງການ​ຍົກ​ລະດັບ​ເສັ້ນທາງ 18B, ​ແຂວງ​ອັດ​ຕະປື; ​ເສັ້ນທາງ​ມາ​ແຕ່​ບ້ານປຸ່ງ​ທ່າ-ລຽບ​ແມ່​ນຳ້​ທາ​ມາ-​ເພຍ​ລີ, ​ແຂ​ວງ​ໄຊ​ສົມບູນ; ​ເສັ້ນທາງ​ແຕ່​​ແຂວງ​ໄຊ​ສົມບູນ-​ເຕ​ເບ​ເລ​-ພູ​ກ່ອງ​ເຂົ້າ-ຊ​ຳ້ຫໍ້​ປາ​ດົງ, ​ແຂວງ​ໄຊ​ສົມບູນ ສປປ ລາວ; 5) ອະນຸ​ສັນຍາ​ເພື່ອປັບ​ປຸງສັນຍາ ວ່າ​ດ້ວຍ​ສິນຄ້າ​ຜ່າ​ນ​ແດນ ​ລະຫວ່າງ ລັດຖະບານ ​ແຫ່ງ ສປປ ລາວ ​ແລະ ລັດຖະບານ ​ແຫ່ງ ສສ. ຫວຽດນາມ ​ໃນ ປີ 2009; 6) ອະນຸ​ສັນຍາ ວ່າ​ດ້ວຍ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກສາ ລະ​ຫວ່າງ ລັດຖະບານສອງ​ປະ​ເທດ ວ່າ​ດ້ວຍ​ກາ​ນສ້າງ​ບຸກຄະລາ​ກອນ; 7) ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ລະຫວ່າງ ກະຊວງ​ອຸດ​ສາ​ຫະກຳ ​ແລະ ການ​ຄ້າ ​ແຫ່ງ ສປປ ລາວ ​ແລະ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແຫ່ງ ສສ. ຫວຽດນາມ ກ່ຽວ​ກັບ ​ໂຄງການ​ກໍ່ສ້າງ​ສາງ​ພັກ​ນຳ້ມັນ ທ່າ​ເຮືອ​ຮ່ອນ​ລາ ​ແລະ ລະບົບ​ທໍ່​ສົ່ງ​ນຳ້ມັນ ຮ່ອນ​ລາ-ຄຳ​ມ່ວນ; 8) ຂໍ້​ຕົກລົງ​ການ​ຮ່ວມ​ມື ລະຫວ່າງ ກະຊວງ​ການ​ເງິນ ​ແຫ່ງ ສປປ ລາວ ​ແລະ ກະຊວງ​ການ​ເງິນ ​ແຫ່ງ ສສ. ຫວຽດນາມ; ​ແລະ 9) ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ວ່າ​ດ້ວຍ​ການ​ຊື້​ຂາຍ​ໄຟຟ້າ​ຢູ່​ໂຮງງານ​ໄຟຟ້າ​ພະລັງ​ຄວາມ​ຮ້ອນ​ເຊ​ກອງ ລະຫວ່າງ ກຸ່ມ​ບໍ​ລິສັດ​ພະ​ລັງ​ງານ​ໄຟຟ້າ​ຫວຽດນາມ ​ແລະ ກຸ່ມ​ບໍລິສັດ​ພອນ​ສັກ​ລາວ. ນາຍົກ​ຫວຽດນາມ ​ແລະ ກະຊວງ​ສຶກສາຫວຽດນາມ ​ໄດ້​ມອບ​ປຶ້ມ​ວັດຈະນານຸກົມ ລາວ-ຫວຽດ, ຫວຽດ-ລາວ ​ໃຫ້​ຝ່າຍ​ລາວ ຈຳນວນ​ໜຶ່ງ, ​ເຊິ່ງ​ປຶ້ມ​ດັ່ງກ່າວ​ເປັນ​ຜົນງານກໍ່ສ້າງຮ່ວມ​ກັນ ລະຫວ່າງ ສອງ​ກະຊວງ​ສຶກສາ ຫວຽດນາມ ​ແລະ ລາວ.

​ໃນ​ໂອກາດ​ຢ້ຽມຢາມ​ຄັ້ງ​ນີ້, ນາຍົກລັດຖະມົນຕີ ຫງວຽນ ຊວັນ​​ ຟຸກ ​ແລະ ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ຕາງໜ້າ​ໃຫ້ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ ຮ່ວມ​ກັນ​ເປີດ​ປີ​ສາມັກຄີ​ມິດຕະພາບ ລາວ-ຫວຽດນາມ ຢ່າງ​ເຄັ່ງ​ຂຶມ ​ເພື່ອ​ສະ​ເຫຼີ​ມສະຫຼອງ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລາວ-ຫວຽດນາມ ຄົບຮອບ 40 ປີ ​ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ສອງ​ປະ​ເທດ ຄົບຮອບ 55 ປີ ຂຶ້ນ​ຢ່າງ​ເປັນ​ທາງ​ການ, ​ແນ​ໃສ່​ສ້າງ​ຄວາມ​ເຂົ້າ​ໃຈ ​ແລະ ປູກ​ຈິດ​ສຳນຶກ​ທົ່ວ​ສັງຄົມ ລາວ-ຫວຽດນາມ ​ເຂົ້າ​ໃຈ​ຕໍ່​ສາຍ​ພົວພັນ​ມິດຕະພາບ​ອັນ​​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ສອງ​ປະ​ເທດ ລາວ-ຫວຽດນາມ ​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ, ທັງ​ສະ​​ແດງ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ການ​ນຳ​ຂອງ​ສອງ​ປະ​ເທດ ​ໃນ​ການ​ຮ່ວມ​ມື​ກັນ​ຈັດ​ຕັ້ງ​ບັນດາ​ກິດຈະກຳ ​ເພື່ອ​​​ເຮັດ​ໃຫ້ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ ນັບ​ມື້​ນັບ​ຂະຫຍາຍຕົວ​ຍິ່ງ​ຂຶ້ນ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ເກົ່າ.

​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກ​ລັດຖະມົນຕີ ​ແຫ່ງ ສສ. ຫວຽດນາມ ​ຍັງ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ ສະຫາຍ ບຸນ​ຍັງ​ ວໍລະ​ຈິດ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ທີ່ ທຳນຽບປະທານ​ປະ​ເທດ; ພົບ​ປະຢ້ຽມຢາມ ສະຫາຍ ນາງ ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ, ທີ່ ສະພາ​ແຫ່ງ​ຊາດ; ​ແລະ ພົບ​ປະ​ຢ້ຽມຢາມ ສະ​ຫາຍ ພັນ​ຄຳ ວິພາ​ວັນ, ຮອງ​ປະທານ​ປະ​ເທດ, ທີ່ ຫ້ອງ​ວ່າການ​ສູນ​ກາງ​ພັກ (ຫຼັກ 6).

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490286
ມື້ນີ້52
ມື້ວານ261
ອາທິດນີ້1485
ເດືອນນີ້3679