ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30 ແລະ ກອງປະຊຸມພົບປະອື່ນໆ

 

Thonglounjoinasean30

 

ໃນຕອນເຊົ້າ ຂອງວັນທີ 29 ເມສາ 2017 ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນຄັ້ງທີ 30 ພາຍໃຕ້ຄໍາຂວັນ: ຮ່ວມມືເພື່ອການປ່ຽນແປງ, ຜູກຜັນກັບສາກົນໂດຍການເປັນເຈົ້າພາບ ແລະ ປະທານ ຂອງຟີລິບປິນ ຊຶ່ງມີບັນດາປະມຸກລັດ/ຫົວໜ້າລັດຖະບານປະເທດອາຊຽນ, ລັດຖະມົນຕີຕ່າງປະເທດອາຊຽນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ພາຍຫຼັງຈາກພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30, ພະນະທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນຄັ້ງທີ 30 ແບບຄົບຄະນະ. ໃນນີ້ ​ຜູ້ນຳ​ອາ​ຊຽນໄດ້ປຶກສາຫາລື ແລະ ທົບທວນຄືນກ່ຽວກັບການຈັດ​ຕັ້ງ​ປະຕິບັດວິໄສທັດປະຊາຄົມອາຊຽນ 2025 ກໍຄື ບັນດາ​​ແຜນ​ແມ່​ບົດ​ສໍາລັບ​ສາມ​ເສົາ​ຄ້ຳ​ປະຊາ​ຄົມ​ອາ​ຊຽນ, ແຜນວຽກຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3 ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ຊຶ່ງເຫັນວ່າມີຄວາມຄືບຫນ້າ ແລະ ປຶກສາຫາລື ກ່ຽວກັບທິດທາງໃນຕໍ່ໜ້າ ເພື່ອຮັດແໜ້ນປະຊາຄົມອາຊຽນ ໂດຍໄດ້ຊຸກຍູ້ໃຫ້ທຸກຂະແໜງການອາຊຽນ ສືບຕໍ່ຈັດຕັ້ງປະຕິບັດບັນດາແຜນແມ່ບົດ ແລະ ແຜນວຽກຂອງຕົນ ໃຫ້ສໍາເລັດ ແລະ ມີປະສິດທິພາບ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025. ໃນໂອກາດກອງປະຊຸມ ຄັ້ງນີ້, ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາຜູ້ນໍາອາຊຽນ ທີ່ໄດ້ໃຫ້ການສະໜັບສະໜູນ ແກ່ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016 ຜ່ານມາ ຊຶ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ຢໍ້າເຖິງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ໂດຍສະເພາະການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະ ການເຊື່ອມຈອດອາຊຽນ ໂດຍຜ່ານການຈັດຕັ້ງປະຕິບັດ ແຜນວຽກຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3 ແລະ ຈັດຕັ້ງແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025. ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ແຈ້ງຕື່ມວ່າ ເພື່ອປະກອບສ່ວນເຂົ້າໃນການຮ່ວມມືແກ້ໄຂບັນຫາການຄ້າມະນຸດ, ສປປ ລາວ ໄດ້ໃຫ້ສັດຕະຍາບັນ ສົນທິສັນຍາອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ.

ໃນຕອນບ່າຍຂອງວັນດຽວກັນ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແບບວົງແຄບ ຊຶ່ງບັນດາຜູ້ນໍາອາຊຽນ ໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຮ່ວມມືອາຊຽນ ກັບພາຍນອກ ແລະ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ຢູ່ຕາເວັນອອກກາງ, ແຫຼມເກົາຫຼີ, ການກໍ່ການຮ້າຍ, ວິກິດການຊາວອົບພະຍົບ, ທະເລຈີນໃຕ້ ແລະ ອື່ນໆ.

ພາຍຫຼັງການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນອາຊຽນ ແບບວົງແຄບ, ພະນະທ່ານ ນາຍົກ ທອງລຸນ ສີສຸລິດ ກໍສືບຕໍ່ເຂົ້າຮ່ວມ ກອງປະຊຸມພົບປະ ລະຫວ່າງ ຜູ້ນໍາອາຊຽນ ກັບ ຕາງໜ້າສະມັດຊາລະຫວ່າງລັດຖະສະພາອາຊຽນ ແລະ ກອງປະຊຸມພົບປະ ລະຫວ່າງ ຜູ້ນໍາອາຊຽນ ກັບ ຕາງໜ້າຊາວໜຸ່ມອາຊຽນ.

ພ້ອມນີ້, ພະນະທ່ານ ທອງລຸນ ສີສຸລິດ ຮ່ວມກັບບັນດາຜູ້ນໍາອາຊຽນ ລົງນາມໃນຖະແຫລງການຂອງຜູ້ນໍາອາຊຽນ ວ່າດ້ວຍບົດບາດຂອງລັດຖະກອນ ໃນການສົ່ງເສີມການບັນລຸວິໄສທັດປະຊາຄົມອາຊຽນ 2025.

ໃນວັນດຽວກັນນັ້ນ, ທ່ານນາຍົກ ທອງລຸນສີສຸລິດກໍໄດ້ພົບປະສອງຝ່າຍກັບພະນະທ່ານໂຣດຣິໂກດູເຕີເຕເພື່ອປຶກສາຫາລືກ່ຽວກັບການສົ່ງເສີມການຮ່ວມມືສອງຝ່າຍລາວ-ຟີລິບປິນໃນຊຸມປີຕໍ່ໜ້າແລະການຮ່ວມມືໃນຂອບອາຊຽນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490294
ມື້ນີ້60
ມື້ວານ261
ອາທິດນີ້1493
ເດືອນນີ້3687