ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມທາງການ ສ. ສິງກະໂປ

PMSingapore

 

PMSingapore1

PMSingapore2

 

PMSingapore3

 

ຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ລີ ຊຽນ ລຸງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ໄດ້ເດີນທາງຢ້ຽມຢາມທາງການ ທີ່ ສາທາລະນະລັດ ສິງກະໂປ, ໃນວັນທີ 02 ພຶດສະພາ 2017, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ ແລະ ສິງກະໂປ.

 

ໃນວັນທີ 02 ພຶດສະພາ 2017, ພະນະທ່ານນາຍົກ ລີ ຊຽນ ລຸງ ໄດ້ຈັດພິທີຕ້ອນຮັບ ພະນະທ່ານນາຍົກ ທອງລຸນ ສີສຸລິດ ຢ່າງເປັນທາງການ ຢູ່ທີ່ ສຳນັກງານປະທານາທິບໍດີ. ພາຍຫລັງພິທີຕ້ອນຮັບຢ່າງເປັນທາງການແລ້ວ, ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ໂທນີ່ ຕັນ ເກັງ ຢຳ, ປະທານາທິບໍດີ ແຫ່ງ . ສິງກະໂປ. ໃນໂອກາດດັ່ງກ່າວ,ພະນະທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ຂອງ ພະນະທ່ານປະທານາທິບໍດີ ໃນເດືອນມັງກອນ 2017 ຜ່ານມາ, ເຊິ່ງໄດ້ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນແລະແຕກດອກອອກຜົນຍິ່ງໆຂຶ້ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານປະທານາທິບໍດີ ໂທນີ່ ຕັນ ເກັງ ຢຳ ອີກດ້ວຍ.

 

ຫລັງຈາກຢ້ຽມຂ່ຳນັບປະທານາທິບໍດີ, ພະນະທ່ານນາຍົກ ທອງລຸນ ສີສຸລິດ ແລະ ພະນະທ່ານນາຍົກ ລີ ຊຽນ ລຸງ ໄດ້ພົບປະສອງຝ່າຍ ຢູ່ທີ່ ສຳນັກງານປະທານາທິບໍດີ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມືຂອງສອງປະເທດ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ເຫັນໄດ້ຈາກການນຳຂອງສອງປະເທດ ທີ່ມີການແລກປ່ຽນການຢ້ຽມຢາມຮ່ວມກັນຢ່າງເປັນປົກກະຕິໃນໄລຍະຜ່ານມາ ທັງໃນຂອບສອງຝ່າຍ, ຂອບອາຊຽນ ກໍຄື ຂອບຫລາຍຝ່າຍອື່ນໆ, ພິເສດແມ່ນໄດ້ພ້ອມກັນຊຸກຍູ້ວຽກງານການສ້າງປະຊາຄົມອາຊຽນ ເພື່ອໃຫ້ມີຄວາມເຂັ້ມແຂງຮອບດ້ານຕາມວິໄສທັດຂອງອາຊຽນວາງໄວ້.

 

ໃນໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງລັດຖະບານສິງກະໂປ ຕໍ່ ສປປ ລາວ ໃນຂະແໜງການຕ່າງໆ, ລວມທັງການພັດທະນາຊັບພະຍາກອນມະນຸດ, ເຕັກນິກວິຊາການ ແລະ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຂອງ ສປປ ລາວ ໃນປີ 2016 ທີ່ຜ່ານມາ; ຝ່າຍສິງກະໂປ ກໍໄດ້ສະແດງຄວາມຂອບໃຈ ສປປ ລາວ ໃນການຕ້ອນຮັບອັນອົບອຸ່ນແກ່ການນຳຂັ້ນສູງຂອງສິງກະໂປ ທີ່ໄດ້ເດີນທາງໄປຢ້ຽມຢາມ ສປປ ລາວ ແລະ ໃຫ້ການສະໜັບສະໜູນສິງກະໂປ ໃນການສະໝັກເປັນສະມາຊິກຂອງອົງການຈັດຕັ້ງສາກົນຕ່າງໆໃນຂອບຂອງ ສປຊ. ນອກຈາກນັ້ນ, ສອງຝ່າຍ ກໍໄດ້ປຶກສາຫາລືກັນເຖິງແຜນການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ, ການພັດທະນາດ້ານການຂົນສົ່ງ, ການຮ່ວມມືທາງດ້ານເສດຖະກິດການຄ້ານຳກັນ, ພິເສດແມ່ນເພື່ອຊຸກຍູ້ນັກທຸລະກິດຂອງສິງກະໂປ ເຂົ້າໄປລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນໃນຕໍ່ໜ້າ; ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນນຳກັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

 

ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ພະນະ​ທ່ານນາຍົກ ທອງ​ລຸນ ສີ​ສຸ​ລິດ ພ້ອມ​ດ້ວຍ​ຄະນະ ຍັງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ນັກທຸລະກິດ​ລາວ-ສິງກະ​ໂປ ທີ່​ມີ​ຈຸດປະສົງ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ຮ່ວມ​ກັນ ​ໃນ​ການ​ສົ່ງ​ເສີມ​ການ​ຄ້າ​ນຳ​ກັນ ​ແລະ ລະດົມ​ການ​ລົງທຶນ​ຂອງ​ສິງກະ​ໂປ​ຢູ່ລາວ ​ໃຫ້​ຫລາຍ​ຂຶ້ນ. ​ໂອກາດ​ດັ່ງກ່າວ, ພະນະ​ທ່ານ ທອງ​ລຸນ​ ສີ​ສຸ​ລິດ ​ໄດ້​ຂຶ້ນ​ກ່າວຄຳ​ເຫັນ ຊັກ​ຊວນນັກທຸລະກິດ ສິງກະ​ໂປ​ມາ​ລົງທຶນ​ຢູ່​ລາວ. ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ເປັນ​ການ​ປ​ະກອບ​ສ່ວນ​ໜຶ່ງ​ທີ່​ສຳຄັນ ໃນ​ການ​ເພີ່ມ​ທະວີ​ຊຸກຍູ້​ກາ​ນຮ່ວມ​ມື ທາງ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ຮ່ວມ​ກັນ ​ໃຫ້​ມີ​ຜົນສຳ​ເລັດ ​ແລະ ຂະຫຍາຍ​ຕົວ​ຍິ່ງໆ​ຂຶ້ນ ​ໃນ​ອະນາ​ຄົດ, ສ່ວນຄະນະ​ນັກທຸລະກິດ​ສຳຄັນ​ຂອງ​ສິງກະ​ໂປ ກໍ​ມີ​​ແຜນ​ຈັດ​ຕັ້ງ​ຄະນະ​ ​ເດີນທາງ​ມາສຶກສາ ​ແລະ ຊອກ​ເບິ່ງ​ສະພາບ​ຕົວ​ຈິງ ​ໃຫ້​ມີ​ການ​ລົງທຶນ​ຢູ່ ສປປ ລາວ ​ໃນ​ທ້າຍ​ເດືອນ​ພຶດສະພາ​ນີ້. ​ໃນກອງ​ປະຊຸມ​ຄັ້ງ​ນີ້, ຍັງ​ໄດ້​ມີ​ການ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ລະຫວ່າງ ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ຂອງ​ສອງ​ປະ​ເທດ.

 

ໃນ​​ໂອກາດ​ຢ້ຽມຢາມ​ດັ່ງກ່າວ, ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ ພ້ອມ​ດ້ວຍ​ຄະນະ ໄດ້​ຢ້ຽມຢາມສວນ​ທຳ​ມະ​ຊາດ ​ແຫ່ງ​ຊາດສິງກະ​ໂປ, ​​ເຊິ່ງ​ໄດ້​ມີ​ການ​ຕັ້ງ​ຊື່​​​ດອກ​ກ້ວຍ​​ໄມ້​ເປັນ​ຊື່​ຂອງ​ນາຍົກ ​ທີ່​ມີ​ຊື່ວ່າ: “ດອກ​ກ້ວຍ​ໄມ້​ ຣານັນທະ​ລາ ທອງ​ລຸນ ສີ​ສຸ​ລິດ (Rananthara Thongloun Sisoulith Orchid flower)”; ​ໄດ້​ຢ້ຽມຢາມ ວິທະຍາ​ໄລ​ເຕັກນິກ​ນັນ​ຢາງ, ​ເຊິ່ງ​ເປັນ​​ໂຮງຮຽນທີ່ມີ​ການ​ນຳ​ຂອງ​ລາວ​ຫຼາຍ​ທ່ານ ​ໄປ​ຮຽນ​ບຳລຸງ​ພາສາ​ອັງກິດຢູ່​ບ່ອນ​ນັ້ນ, ​ໃນ​ນັ້ນ​ລວມມີ ພະນະ​ທ່ານ​ນາຍົກ ທອງ​ລຸນ ສີ​ສຸ​ລິດ ກໍ​ເຄີຍ​​ໄດ້​ມາ​ຮຽນ ​​ເມື່ອເວລາ 18 ປີກ່ອນ; ແລະ ​ໄດ້​ໄປ​ຢ້ຽມ​ຊົມ ບໍລິສັດ​ຂົນ​ສົ່ງ​ທ່າ​ເຮືອ​ສິງ​ກະ​ໂປ, ​ເຊິ​່ງ​ເປັນ​ທ່າ​ເຮືອ​ທີ່​ໃຫຍ່ ​ໂດຍ​ມີ​ການ​ຂົນ​ສົ່ງ​ເຂົ້າ-ອອກ ຂອງ​ຕູ້​ຄອນ​ເທ​ນ​​ເນີ ປະມານ 30 ລ້ານ​ຕູ້​ຕໍ່​ປີ ທີ່​ມີ​ລະບົບ​ຄວບ​ຄຸມ​ແບບ​ອັດຕະ​ໂນ​ມັດ​ທັນ​ສະ​​ໄໝຄົບ​ວົງ​ຈອນ.

 

ໃນໄລຍະຊຸມປີມໍ່ໆມານີ້, ສປປ ລາວ ແລະ ສິງກະໂປ ໄດ້ມີຜົນສຳເລັດຫຼາຍດ້ານທີ່ເປັນຮູບປະທຳ ໃນການພົວພັນສອງຝ່າຍ ໃນດ້ານຕ່າງໆເຊັ່ນ: ການລົງນາມໃນສັນຍາຮ່ວມເສັ້ນທາງບິນນຳກັນ ລະຫວ່າງ ບໍລິສັດ ຊິວແອ ແລະ ບໍລິສັດ ການບິນລາວ; ຜົນສຳເລັດໃນການບັງຄັບໃຊ້ສັນຍາ ວ່າດ້ວຍການຍົກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກການເສຍອາກອນລາຍໄດ້ ລະຫວ່າງ ສອງລັດຖະບານ; ການໃຫ້ທຶນການສຶກສາໄລຍະຍາວ ແລະ ທຶນຝຶກອົບຮົບໄລຍະສັ້ນ ໃຫ້ແກ່ພະນັກງານ ແລະ ນັກສຶກສາຂອງລາວ; ການສົ່ງອາສາສະໝັກຊາວໜຸ່ມຈາກສິງກະໂປ ຈຳນວນພັນກວ່າຄົນ ເຂົ້າມາຊ່ວຍເຫຼືອບັນດາໂຮງຮຽນ ແລະ ຊຸມຊົນຕ່າງໆ ໃນ ສປປ ລາວ; ແລະ ການຮ່ວມກັນສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ໄດ້ມີການຂະຫຍາຍຕົວໃນລະດັບດີພໍສົມຄວນ, ເຫັນໄດ້ຈາກມູນຄ່າການລົງທຶນຂອງສິງກະໂປ ຢູ່ ລາວ ມາ​ເຖິງ​ປັດຈຸບັນ ມີປະມານ 187 ລ້ານໂດລາສະຫະລັດ, ຊຶ່ງມີ 79 ໂຄງການ, ເຮັດໃຫ້ ສິງກະໂປຢູ່ໃນອັນດັບທີ 11 ໃນບັນດານັກລົງທຶນຕ່າງປະເທດລາຍໃຫຍ່ທີ່ມາລົງທຶນ ຢູ່ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480390
ມື້ນີ້48
ມື້ວານ172
ອາທິດນີ້788
ເດືອນນີ້6621