ໂດຍຕອບສະໜອງຕາມຄໍາເຊີນຂອງ ພະນະທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ, ພະນະທ່ານ ສົມຄິດ ຈາຕຸສີພິທັກ, ຮອງນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ຄະນະ, ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ,ໃນລະຫວ່າງວັນທີ 23-25 ພຶດສະພາ 2017.
ໃນວັນທີ 24 ພຶດສະພາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ Donica Pottie ໃນໂອກາດມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ການາດາ ປະຈຳ ສປປ ລາວ ຄົນໃຫມ່, ໂດຍມີສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ບາງກອກ, ປະເທດໄທ.
>
>>>
ໃນວັນທີ 24 ພຶດສະພາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອູ ໂກ ໂກ ນາຍ (U Ko Ko Naing) ໃນໂອກາດມາດຳລົງຕຳແໜ່ງເປັນເອກອັກຄະລັະຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ. ມຽນມາ ປະຈໍາ ສປປ ລາວ ຄົນໃຫມ່, ໂດຍມີສະຖານອັກຄະລັດຖະທູດ ຕັ້ງຢູ່ທີ່ ນະຄອນຫຼວງວຽງຈັນ.