ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ ປະຈຳປີ 2024 ທີ່ ປາຣີ່, ປະເທດຝຣັ່ງ

 

OECD 2024 4

 

ໃນວັນທີ 2 ພຶດສະພາ 2024 ທີ່ ປາຣີ່, ປະເທດຝຣັ່ງ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ ປະຈຳປີ 2024 ຂອງອົງການຮ່ວມມືດ້ານເສດຖະກິດເພື່ອການພັດທະນາ (Organization for Economic Cooperation and Development- OECD), ພາຍໃຕ້ຫົວຂໍ້: “ການນຳພາປຶກສາຫາລືລະດັບໂລກ ດ້ວຍແນວທາງທີ່ເປັນກາງ ແລະ ເຊື່ອຖືໄດ້ ເພື່ອການເຕີບໂຕແບບຍືນຍົງ ແລະ ຮອບດ້ານ” (Leading Global Discussion with Objectives and Reliable Approach toward Sustainable and Inclusive Growth) ໂດຍການເປັນປະທານຂອງ ປະເທດຍີ່ປຸ່ນ.

 

OECD 2024 2OECD 2024 3

 

ຈຸດປະສົງ ຂອງກອງປະຊຸມແມ່ນເພື່ອປຶກສາຫາລື ກ່ຽວກັບ ບັນຫາສຳຄັນຂອງໂລກໃນລະດັບລັດຖະມົນຕີ ຂອງປະເທດສະມາຊິກ OECD, ຊຶ່ງໄດ້ຈັດຂຶ້ນເປັນປະຈໍາທຸກປີ ໂດຍການໝູນວຽນເປັນປະທານຂອງປະເທດສະມາຊິກ. ສຳລັບ ການສະເໜີເປັນປະທານກອງປະຊຸມ OECD Ministerial Council Meeting ຂອງຍີ່ປຸ່ນ ໃນປີນີ້ ແມ່ນ ຄົບຮອບ 60 ປີ ຂອງການເຂົ້າເປັນສະມາຊິກຂອງອົງການ OECD ແລະ ສະເຫຼີມສະຫຼອງ ຄົບຮອບ 10 ປີ ຂອງການສ້າງຕັ້ງໂຄງການອາຊີຕາເວັນ ອອກສ່ຽງໃຕ້ຂອງອົງການ OECD ຫຼື the OECD Southeast Asia Regional Programme (SEARP).

 

 

 OECD 2024 45 

 

          ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມປະທານໝູນວຽນຂອງປະເທດອາຊຽນ ໃນປີ 2024 ໄດ້ເຂົ້າຮ່ວມໃນພາກພິທີເປີດກອງປະຊຸມ ແລະ ກ່າວມີຄຳເຫັນໃນພາກພິທີສະເຫຼີມສະຫຼອງ ຄົບຮອບ 10 ປີ ການສ້າງຕັ້ງໂຄງການ SEARP ຮ່ວມກັບບັນດາລັດຖະມົນຕີຈາກ 5 ປະເທດສະມາຊິກອາຊຽນ ຄື: ຫວຽດນາມ, ສິງກະໂປ, ໄທ, ອິນໂດເນເຊຍ ແລະ ກອງເລຂາອາຊຽນ.ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການຮ່ວມມືກັນ ແລະ ບັນດາສິ່ງທ້າທາຍ ທີ່ໂລກຂອງພວກເຮົາກຳລັງປະເຊີນຢູ່ ທັງໃນດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ທີ່ກົດໜ່ວງຖ່ວງດຶງຕໍ່ການພັດທະນາຂອງບັນດາປະເທດໃນໂລກ, ຊຶ່ງ ສປປ ລາວ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ, ໂດຍສະເພາະ ອົງການ OECD ແລະ ຄູ່ຮ່ວມມື ຈົ່ງເພິ່ມທະວີການຮ່ວມມືກັນໃຫ້ຫຼາຍຂຶ້ນ ໃນແກ້ໄຂບັນຫາສິ່ງທ້າທາຍດັ່ງກ່າວ ເພື່ອກ້າວໄປສູ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ ແລະ ຮອບດ້ານໃນພາກພື້ນ ກໍຄື ທົ່ວໂລກ. ພ້ອມດຽວກັນ, ໃນໂອກາດ ຄົບຮອບ 10 ປີ ການສ້າງຕັ້ງໂຄງການ SEARP, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຊົມເຊີຍຕໍ່ຜົນສໍາເລັດ ແລະ ຄວາມພະຍາຍາມຂອງອາຊຽນ ແລະ ອົງການ OECD ໃນການສົ່ງເສີມການຮ່ວມມືກັນຕະຫຼອດໜຶ່ງທົດສະວັດຜ່ານມາ. ສປປ ລາວ ເຫັນໄດ້ ຄວາມສຳຄັນ ຂອງການການຮ່ວມມື ລະຫວ່າງ ອາຊຽນ ແລະ OECD ທີ່ນັບມື້ນັບມີບາດກ້າວຂະຫຍາຍຕົວ ແລະ ເປັນຮູບປະທໍາຂຶ້ນເລື້ອຍໆ, ຊຶ່ງໃນນາມປະເທດສະມາຊິກອາຊຽນ ສປປ ລາວ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີສ່ວນຮ່ວມໃນກອງປະຊຸມລະດັບລັດຖະມົນຕີເປັນປະຈຳທຸກປີ ເພື່ອແລກປ່ຽນວິໃສທັດ ຮ່ວມກັບບັນດາປະເທດສະມາຊິກ OECD ແລະ ອາຊຽນ ລວມທັງ ສປປ ລາວ ກໍມີຄວາມຍິິນດີໃຫ້ການຮ່ວມມືກັບ OECD ໃນຕໍ່ໜ້າ ເພື່ອສ່ົ່ງເສີມການມີສ່ວນຮ່ວມຂອງ ສປປ ລາວ ໃນອົງການ OECD.

 

OECD 2024 5 

 

          ສຳລັບ ການເປັນປະທານ ອາຊຽນ 2024 ຂອງ ສປປ ລາວ ພາຍໃຕ້ຄຳຂວັນ: “ເພິ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ”, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນ ຄວາມພະຍາຍາມ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການສ້າງປະຊາຄົມອາຊຽນ. ສະນັ້ນ, ເພື່ອໃຫ້ບັນລຸຕາມເປົ້າໝາຍການເປັນປະທານອາຊຽນ 2024 ກໍ່ຄື ການນຳພາປະເທດສະມາຊິກ ອາຊຽນ ບັນລຸເປົ້າໝາຍອັນດຽວກັນ, ສປປ ລາວ ໄດ້ແນໃສ່ການຈັດຕັ້ງປະຕິບັດ 9 ແຜນງານບູລິມະສິດ ທີ່ຕິດພັນກັບວຽກງານການເຊື່ອມຈອດ ແລະ ການສ້າງຄວາມເຂັ້ມແຂງໃຫ້ເປັນຮູບປະທຳ. ຄຽງຄູ່ກັນນີ້, ອາຊຽນ ກໍຈະສືບຕໍ່ຮັດແໜ້ນການຮ່ວມມືກັບຄູ່ຮ່ວມມືທັງພາຍໃນ ແລະ ພາຍນອກ ແລະ ຄູ່ຮ່ວມພັດທະນາອື່ນໆ ເພື່ອເຮັດໃຫ້ອາຊຽນ ເປັນພາກພື້ນແຫ່ງສັນຕິພາບ, ສະຫງົບສຸກ ແລະ ນຳເອົາຜົນປະໂຫຍດລວມ ມາສູ່ພາກພື້ນ.

 

 OECD 2024 6

 

          ໃນໂອກາດດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວຍັງໄດ້ພົບປະສອງຝ່າຍ ກັບຄູ່ຮ່ວມຕໍາແໜ່ງ ເຊັ່ນ: ລັດຖະມົນຕີຕ່າງປະເທດ ສສ ຫວຽດນາມ, ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ, ລັດຖະມົນຕີຕ່າງປະເທດສາທາລະນະລັດ ເປຣູ, ລັດຖະມົນຕີກະຊວງດີຈິຕອນ ຍີ່ປຸ່ນ, ແລະ ຮອງລັດຖະມົນຕີຕ່າງປະເທດ ສ.ອາເມລິກາ ເພື່ອພົບປະແລກປ່ຽນການພົວພັນຮ່ວມມືສອງຝ່າຍ ແລະ ວຽກງານໃນຂອບອາຊຽນ.

 

OECD 2024 BM Vietnam 1OECD 2024 BM vietnam 2

OECD 2024 BM Japan 1

OECD 2024 BM Japan 2

OECD 2024 BM Peru 1OECD 2024 BM Peru 2OECD 2024 BM Japan D1OECD 2024 BM Japan D2

OECD 2024 BM USA 1OECD 2024 BM USA 2

 

          ກອງປະຊຸມສະພາລັດຖະມົນຕີ ຂອງອົງການ OECD ແມ່ນຈັດຂຶ້ນເປັນປະຈໍາທຸກປີ ເພື່ອຮ່ວມກັນປຶກສາຫາລື ກ່ຽວກັບ ບັນຫາ ແລະ ສິ່ງທ້າທາຍຂອງໂລກໃນປະຈຸບັນ ທັງນີ້, ກໍ່ເພື່ອຊອກຫາຊ່ອງທາງໃນການຮ່ວມມື, ແກ້ໄຂ ແລະ ຜ່ານຜ່າສິ່ງທ້າທາຍເຫຼົ່ານັ້ນໄປດ້ວຍກັນ, ຊຶ່ງຈະມີບັນດາລັດຖະມົນຕີຈາກ 38 ປະເທດສະມາຊິກ ອົງການ OECD, ຄູ່ຮ່ວມມື ແລະ ບັນດາແຂກຖືກເຊື້ອເຊີນພິເສດເຂົ້າຮ່ວມ. ສຳລັບ ການຮ່ວມມື ລະຫວ່າງ ອາຊຽນ - OECD ທີ່ພົ້ນເດັ່ນ ແມ່ນການສ້າງຕັ້ງ ໂຄງການ SEARP ໃນປີ 2014 ໂດຍແມ່ນຂໍ້ລິເລີ່ມຂອງທ່ານ ຊິນໂຊະ ອາເບະ, ອະດີດນາຍົກລັດຖະມົນຕີຍີ່ປຸ່ນ ມີຈຸດປະສົງເພື່ອສະໜັບສະໜູນການເຊື່ອມໂຍງອາຊຽນ ກັບອົງການ OECD ແລະ ການປະກອບສ່ວນປະຕິຮູບນະໂຍບາຍເສດຖະກິດ ຂອງປະເທດໃນພາກພື້ນອາຊຽນ ເພື່ອການເຕີບໂຕແບບຍືນຍົງ ແລະ ຮອບດ້ານ.

 

 

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508940
ມື້ນີ້72
ມື້ວານ263
ອາທິດນີ້1593
ເດືອນນີ້7330