ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຈັດງານລ້ຽງສະເຫຼີມສະຫຼອງປີໃໝ່ລາວ ພສ 2560

 

LNY1LNY2

LNY3

 

ໃນ​ວັນ​ທີ 12 ເມສາ 2017, ກະຊວງການຕ່າງປະເທດ ໄດ້​ຈັດ​ພິທີສະ​ເຫຼີມສະຫຼອງບຸນ​​ປີ​ໃຫມ່​ລາວ ເພື່ອ​ສົ່ງ​ທ້າຍ​ປີ​ເກົ່າ ພ.ສ 2559 ແລະ ຕ້ອນຮັບ​ປີ​ໃໝ່ ພ.ສ 2560 ຮ່ວມກັບ ບັນດາທູຕານຸທູດ, ຜູ້ຕາງໜ້າອົງການ​ຈັດຕັ້ງສາກົນ ປະຈຳ ສປປ ລາວ, ຢູ່ ສະຖານທີ່ທ່ອງທ່ຽວຕາດຊອນ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ, ໂດຍ​ການເປັນກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະພັກກະ ຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ, ມີ​ບັນດາ​ສະຫາຍ​ໃນຄະນະ​ພັກ, ຄະນະ​ນຳກະຊວງ ພ້ອມດ້ວຍຄູ່ສົມລົດ, ພະນັກງານ​ອາວຸ​ໂສ​ບຳນານ, ບັນດາຄະນະຫ້ອງການ, ຄະນະ​ກົມ ພ້ອມດ້ວຍຄູ່ສົມລົດ, ຄະນະ​ພະ​ແນກ, ພະນັກງານວິຊາການຈາກ​ກະຊວງ​ການ​ຕ່າງປະ​ເທດ, ແລະ ມີບັນດາທູຕານຸທູດ, ກົງສຸນກິດຕິມະສັກ, ຜູ້ຕາງໜ້າອົງການ​ຈັດຕັ້ງສາກົນ ປະຈຳ ສປປ ລາວ ພ້ອມດ້ວຍຄູ່ສົມລົດ ແລະ ແຂກທີ່ຖືກເຊີນ ເຂົ້າ​ຮ່ວມ.

ໃນໂອກາດສະຫຼອງບຸນປະເພນີອັນດີງາມຂອງຊາດລາວເຮົານີ້, ທ່ານ ສະເຫຼີມໄຊ ກົມມະສິດ ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງການຕ່າງປະເທດ ຂຶ້ນກ່າວຕ້ອນຮັບ ແລະ ອວຍພອນປີໃໝ່ລາວ ຕໍ່ບັນດາແຂກທີ່ມາຮ່ວມງານສະເຫຼີມສະຫຼອງປີໃໝ່ລາວໃນຄັ້ງນີ້ ແລະ ໄດ້ຖືໂອກາດອັນສຳຄັນນີ້ ທົບທວນຄືນຕໍ່ຜົນສຳເລັດ ແລະ ເຫດການສຳຄັນ ໃນປີ 2016 ທີ່ ສປປ ລາວ ຍາດມາໄດ້ ເຊັ່ນ: ການເລືອກຕັ້ງສະພາແຫ່ງຊາດ ແລະ ການແຕ່ງຕັ້ງຄະນະລັດຖະບານ ຊຸດທີ 8 ດ້ວຍຜົນສຳເລັດອັນຈົບງາມ; ອັນພົ້ນເດັ່ນກໍຄື ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ 2, ເປັນເຈົ້າພາບ ແລະ ປະທານກອງປະຊຸມໃນລະດັບຕ່າງໆຫລາຍກວ່າ 80 ກອງປະຊຸມ, ໃນນັ້ນລວມທັງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງ​ປະຊຸມ​ສຸດຍອດອື່ນໆທີ່​ກ່ຽວຂ້ອງ, ​ເຊິ່ງ​ໄດ້ດຳເນີນໄປດ້ວຍຜົນ​ສໍາ​ເລັດ​ອັນຈົບງາມ. ນອກນັ້ນ, ຍັງໄດ້ມີກອງປະຊຸມພົບປະສອງຝ່າຍ ແລະ ການຢ້ຽມຢາມທາງການ ຂອງປະເທດເພື່ອນມິດທີ່ສຳຄັນຈຳນວນໜຶ່ງ. ທ່ານລັດຖະມົນຕີ ຍັງໄດ້ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ ແລະ ຂອບໃຈ ຕໍ່​ມິດຕະພາບ​ອັນ​ແໜ້ນ​ແຟ້ນ, ການ​ສະໜັບສະໜູນອັນລໍ້າຄ່າ ​ແລະ ການ​ຮ່ວມ​ມືຢ່າງຕໍ່ເນື່ອງ ​ທີ່ມີຕໍ່ ສປປ ລາວ ຂອງບັນດາປະເທດເພື່ອມິດ ສໍາລັບການ​ເປັນ​ປະທານ​ອາຊຽນໃນປີຜ່ານມາ, ເຊິ່ງໄດ້ປະກອບສ່ວນຢ່າງໃຫຍ່ຫລວງ ຕໍ່​ຜົນ​ສໍາ​ເລັດ​ຂອງ​ການ​ເປັນ​ປະທານ​ອາຊຽນ ຂອງ ສປປ ລາວ. ປີນີ້, ສປປ ລາວ ກໍພ້ອມ​​ທີ່​ຈະ​ໃຫ້ການ​ສະໜັບສະໜູນຢ່າງ​ເຕັມ​ປ່ຽມ ​ແລະ ​ເຮັດ​ວຽກຢ່າງ​ໃກ້ຊິດ​ຮ່ວມກັບ ຟິລິບ​ປິນ ໃນ​ຖານະ​​ເປັນ​ປະທານ​ອາຊຽນ​ ປີ 2017 ແລະ ບັນດາ​ປະ​ເທດສະມາຊິກ​ອາຊຽນອື່ນໆ ​ເພື່ອຜົນ​ສໍາ​ເລັດ​ອັນ​ໃໝ່ທີ່​ຍິ່ງ​ໃຫຍ່​ກວ່າ​ເກົ່າ​ຂອງ​ອາຊຽນ ລວມທັງ​ການສະ​ເຫຼີມສະຫຼອງອັນມີຄວາມຫມາຍຂອງອາຊຽນໃນໂອກາດຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ​ເຂົ້າ​ເປັນສະມາຊິກ​ອາຊຽນ. ທ່ານລັດຖະມົນຕີຍັງຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນ ​ແລະ ຮ່ວມ​ມື​ຈາກບັນດາປະເທດເພື່ອນມິດ ເພື່ອບັນລຸຜົນສໍາເລັດອັນໃຫມ່ ໃນການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ ຂອງ ສປປ ລາວ, ພ້ອມທັງເປັນການສົ່ງເສີມສາຍພົວພັນມິດຕະພາບ ແລະ​ ການຮ່ວມ​ມື​ເພື່ອສັນຕິພາບ, ການພັດທະນາ ແລະ ຄວາມວັດທະນາຖາວອນ ​ແລະ ປະກອບສ່ວນສໍາຄັນເຂົ້າ​ໃນ​ການ​ພັດທະນາ​​ເສດຖະກິດ​-ສັງຄົ​ມ ຂອງ ສປປ ລາວ ໃຫ້ມີຜົນສຳເລັດທີ່ຍິ່ງໃຫ່ຍກວ່າເກົ່າ.

ໃນຕອນທ້າຍ ທ່ານລັດຖະມົນຕີ ກໍໄດ້ອວຍພອນໄຊອັນປະເສີດ ໃນໂອກາດສະເຫຼີມສະຫຼອງປີໃໝ່ລາວ ໃນຄັ້ງນີ້ ໃຫ້ແກ່ ຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍຄູ່ສົມລົດ, ພະນັກງານອາວຸໂສບຳນານ, ບັນດາ​ຄະນະ​ກົມ ພ້ອມດ້ວຍຄູ່ສົມລົດ, ຄະນະພະ​ແນ​ກ, ພະນັກງານວິຊາການຈາກກະຊວງການຕ່າງປະເທດ, ບັນດາ​ທູຕານຸ​ທູດ, ກົງສຸນກິດຕິມະສັກ ກໍຄື ​ຜູ້ຕາງ​ໜ້າອົງການ​ຈັດຕັ້ງສາກົນ ປະຈຳ ສປປ ລາວ ພ້ອມດ້ວຍຄູ່ສົມລົດ ລວມທັງ​ບັນດາ​ແຂກທີ່ຖືກເຊີນ ຈົ່ງມີ​ສຸຂະພາບ​ເຂັ້ມ​ແຂງ, ພະລະນາໄມສົມບູນ, ມີຜົນສໍາເລັດໃນໜ້າທີ່ວຽກງານ ແລະ ຄວາມສຸກໃນຊີວິດຂອງຕົນ ແລະ ຄອບຄົວ ທຸກປະການຕະຫຼອດປີ ພ.ສ 2560 ນີ້.

ຈາກ​ນັ້ນ, ກໍໄດ້ມີພິທີບາສີສູ່ຂວັນ ອວຍພອນປີໃໝ່ເຊິ່ງກັນ ແລະ ກັນ, ຮ່ວມ​ຮັບ​ປະທານ​ອາຫານ​ທ່ຽງ, ຊົມ​ການສະ​ແດງ​ສິນລະປະ​ ແລະ ປະກອບສ່ວນມ່ວນຊື່ນນຳກັນ ຢ່າງຄຶກຄື້ນ, ມີມິດຕະພາບອັນດີ ແລະ ມີຄວາມໝາຍສຳຄັນ ເຊິ່ງເຮັດໃຫ້ພິທີສະຫລອງປີໃຫມ່ ພ.ສ 2560 ຄັ້ງນີ້ ມີບັນຍາກາດຟົດຟື້ນມ່ວນ​ຊື່ນ​ ເຕັມໄປ​ດ້ວຍໄມຕີຈິດມິດຕະພາບ ລະຫວ່າງ ພະນັກງານກະຊວງການຕ່າງປະເທດ, ບັນດາທູຕານຸທູດ ​ແລະ ຜູ້ຕາງໜ້າອົງການ​ຈັດຕັ້ງສາກົນ ປະຈຳ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484509
ມື້ນີ້25
ມື້ວານ188
ອາທິດນີ້947
ເດືອນນີ້3814