ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ລາວ - ກໍາປູເຈຍ ສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

 

Thonglouncambodia1 Thonglouncambodia2

 

ໃນວັນທີ 10 ພຶດສະພາ 2017, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ພົບປະສອງຝ່າຍກັບ ພະນະທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໃນໂອກາດທີ່ເດີນທາງເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍ ອາຊຽນ, ທີ່ ນະຄອນຫຼວງ ພະນົມເປັນ, ຣາຊະອານາຈັກ ກຳປູເຈຍ, ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 10-12 ພຶດສະພາ 2017.

 

 

ໃນການປະຊຸມພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ, ໂດຍການນໍາຂັ້ນສູງຂອງສອງປະເທດ ໄດ້ມີການພົບປະ ແລະ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ໃນໄລຍະຜ່ານມາ,ໄດ້ເພີ່ມທະວີການຮ່ວມມືທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດກອງປະຊຸມສຸດຍອດ ຄັ້ງທີ 10 ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນກຳປູເຈຍ ໃນເດືອນກຸມພາ 2017 ທີ່ຜ່ານມາ ແລະ ຜົນສຳເລັດການເປີດການນຳໃຊ້ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ ຢ່າງເປັນທາງການ ໃນເດືອນມັງກອນ 2017 ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ, ການຄ້າຂາຍ, ການຂົນສົ່ງ ຢູ່ບໍລິເວນຊາຍແດນ ແລະ ການນຳໃຊ້ໜັງສືຜ່ານຮ່ວມກັນຢ່າງເປັນເອກະພາບ ຢູ່ ບັນດາດ່ານສາກົນ, ຊຶ່ງແມ່ນເຫດການໜຶ່ງທີ່ສຳຄັນ ໃນທ່າມກາງບັນຍາກາດ ທີ່ ສອງປະເທດ ກຳລັງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ຄົບຮອບ 60 ປີ (15/6/1956-15/6/2017).

 

ພ້ອມກັນນີ້, ສອງຝ່າຍ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າຂອງວຽກງານປັກຫຼັກໝາຍຊາຍແດນ ທີ່ໄດ້ຮ່ວມກັນສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ ໄດ້ສຳເລັດເປັນສ່ວນໃຫຍ່ ແລະ ໄດ້ສະເໜີໃຫ້ໜ່ວຍງານທີ່ກ່ຽວຂ້ອງຂອງສອງປະເທດ ສືບຕໍ່ປັກຫຼັກໝາຍຊາຍແດນໃນສ່ວນທີ່ຍັງຄົງຄ້າງ ເພື່ອໃຫ້ສຳເລັດບົນຈິດໃຈທີ່ເປັນຍາດພີ່ນ້ອງບ້ານໃກ້ເຮືອນຄຽງ, ຊຸກຍູ້ໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືກັນ ໃນການຮັກສາຄວາມສະຫງົບຕາມບໍລິເວນຊາຍແດນ ເພື່ອພ້ອມກັນສະກັດກັ້ນທຸກຮູບແບບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ການລັກລອບຂົນສົ່ງຢາເສບຕິດ, ການຄ້າມະນຸດ, ການຄ້າຂາຍໄມ້ເຖື່ອນ ແລະ ບັນດາປະກົດການຫຍໍ້ທໍ້ອື່ນໆ. ນອກຈາກນີ້, ສອງຝ່າຍ ຍິນດີສືບຕໍ່ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອດ້ານຕ່າງໆຈາກສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ໃຫ້ນັບມື້ໄດ້ຮັບໝາກຜົນຫຼາຍທີ່ຈະຫຼາຍໄດ້.

 

ໃນໂອກາດນີ້, ພະນະທ່ານນາຍົກ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຕໍ່ໝາກຜົນໃນການພັດທະນາປະເທດຊາດຂອງກຳປູເຈຍ ທີ່ນັບມື້ນັບຈະເລີນຮຸ່ງເຮືອງຂຶ້ນດ້ວຍບາດກ້າວອັນໄວ ແລະ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການເປັນເຈົ້າພາບ ຈັດກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍ ອາຊຽນ ໃນຄັ້ງນີ້ຂອງກຳປູເຈຍ ພາຍໃຕ້ການນຳພາຂອງ ພະນະທ່ານນາຍົກ ຮຸນແຊນ ໂດຍກົງ. ໃນຂະນະດຽວກັນ, ພະນະທ່ານນາຍົກລັດຖະມົນຕີ ກຳປູເຈຍ ກໍໄດ້ສະແດງຄວາມຂອບໃຈຕໍ່ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ນຳພາຄະນະຜູ້ແທນລາວ ມາເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍ ອາຊຽນ ທີ່ກຳປູເຈຍ ເປັນເຈົ້າພາບຈັດໃນຄັ້ງນີ້.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480385
ມື້ນີ້43
ມື້ວານ172
ອາທິດນີ້783
ເດືອນນີ້6616