ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍ ອາຊຽນ

 

PM26WEFonASEAN1 PM26WEFonASEAN3

 

ໃນລະຫວ່າງວັນທີ 10-12 ພຶດສະພາ 2017, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍ ອາຊຽນ ຄັ້ງທີ 26 (World Economic Forum on ASEAN), ຊຶ່ງໄດ້ຈັດຂຶ້ນທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ພາຍໃຕ້ການເປັນປະທານຮ່ວມຂອງ ພະນະທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍແລະ ຜູ້ບໍລິຫານລະດັບສູງຂອງອົງການຮ່ວມມືສາກົນ ແລະ ຫົວໜ່ວຍທຸລະກິດ, ກອງປະຊຸມໃນຄັ້ງນີ້ ໄດ້ມີບັນດາຜູ້ນຳອາຊຽນ ແລະ ປະເທດຕ່າງໆ, ຕົວແທນຈາກພາກລັດຖະບານ ແລະ ພາກທຸລະກິດໃນພາກພື້ນ ແລະ ໃນໂລກ ເຂົ້າຮ່ວມປະມານ 700 ກວ່າຄົນ ຈາກຫຼາຍກວ່າ 50 ປະເທດໃນໂລກ.

 

ກອງປະຊຸມຄັ້ງນີ້ ເປັນ​ກອງປະຊຸມປະຈຳປີ ໂດຍເຊື້ອເຊີນເອົາບັນດາຜູ້ນຳທັງພາກລັດ, ພາກທຸລະກິດໃນໂລກ ແລະ ບັນດາຜູ້ນຳອາວຸໂສຂັ້ນຕັດສິນບັນຫາ ຈາກຂະແໜງອຸດສາຫະກຳ ແລະ ບັນດາຜູ້ຊົງຄຸນວຸດທິ ແລະ ອົງການຈັດຕັ້ງສັງຄົມພົນລະເຮືອນ ທີ່ມີຊື່ສຽງແຖວໜ້າຂອງໂລກ ເຂົ້າຮ່ວມແລກປ່ຽນຄຳຄິດຄຳເຫັນ ແລະ ວິໃສທັດຮ່ວມກັນ ເພື່ອຊອກຫາຊ່ອງທາງແກ້ໄຂບັນຫາເສດຖະກິດໂລກ. ໃນປີ 2017 ນີ້, ກອງປະຊຸມ ໄດ້ດຳເນີນພາຍໃຕ້ຫົວຂໍ້: “ຊາວໜຸ່ມ, ເຕັກໂນໂລຊີ ແລະ ການເຕີບໂຕ: ເພື່ອຮັບປະກັນການຂະຫຍາຍຕົວຂອງກຳລັງແຮງງານ ແລະ ການປ່ຽນແປງຮູບແບບການພັດທະນາແບບດັ້ງເດີມໄປສູ່ລະບົບດິຈິຕອລ”, ເຊິ່ງຈຸດປະສົງ ເພື່ອເພີ່ມທະວີຄວາມພະຍາຍາມ ໃນການຮ່ວມມື ແລະ ການຕັດສິນໃຈ ທີ່ເລັ່ງເຂົ້າໃນການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ, ໃນນັ້ນ ຈະເນັ້ນໃສ່ເຮັດແນວໃດໃຫ້ກຳລັງແຮງງານທີ່ຂະຫຍາຍຕົວນີ້ ສາມາດສ້າງອານາຄົດທີ່ສົດໃສໃຫ້ແກ່ພາກພື້ນ. ສິ່ງສຳຄັນແລ້ວ ການປະຕິຮູບອຸດສາຫະກຳ 4.0 ຈະນຳເອົາການປ່ຽນແປງຢ່າງກະໂດດຂັ້ນມາສູ່ອາຊຽນ ແລະ ການປ່ຽນແປງ ຮູບແບບການພັດທະນາແບບດັ້ງເດີມ, ດັ່ງນັ້ນ ພາກພື້ນຈະອີງໃສ່ສະພາບແວດລ້ອມໃໝ່ນີ້ ນຳພາປະເທດຂອງຕົນໄປໃນທິດທາງໃດ. ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ການເພີ່ມທະວີຄວາມອາດສາມາດໃນການຮ່ວມມື ລະຫວ່າງ ພາກລັດຖະບານ ແລະ ບັນດາຫົວໜ່ວຍທຸລະກິດເອກະຊົນ ໃນຂະແໜງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ການສົ່ງເສີມຄວາມຮູ້ຄວາມສາມາດປະຊາກອນອາຊຽນ ໂດຍສະເພາະແມ່ນຊາວໜຸ່ມ ຈະເປັນປັດໄຈທີ່ສຳຄັນ ແລະ ເປັນກຳລັງແຮງໃນການຊຸກຍູ້ເສດຖະກິດໃນພາກພື້ນອາຊຽນ ໃຫ້ມີການຂະຫຍາຍຕົວຢ່າງວ່ອງໄວ.

 

ໃນໂອກາດນີ້, ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ປະກອບຄຳເຫັນໃນກອງ​ປະ​ຊຸມ​ດັ່ງກ່າວ ກ່ຽວກັບ ບັນດາກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ ທີ່ ອາຊຽນ ລວມທັງ ສປປ ລາວ ກຳລັງປະເຊີນຢູ່ ລວມໄປເຖິງການກະກຽມຄວາມພ້ອມ ເພື່ອສາມາດຮັບມືກັບສິ່ງທ້າທາຍນາໆປະການ ໃນຊຸມປີຕໍ່ໜ້າ, ພ້ອມດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມກອງປະຊຸມພາກຍ່ອຍຂອງ ກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍ ອາຊຽນ, ຊື່ງໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນ ຢ່າງກົງໄປກົງມາ ກ່ຽວກັບ ການເພີ່ມທະວີຮັດແໜ້ນການຮ່ວມມືດ້ານເສດຖະກິດ, ການພັດທະນາອຸດສາຫະກຳ, ການພັດທະນາປະຊາກອນອາຊຽນ, ການພັດທະນາແບບຍືນຍົງ, ທິດທາງ ແລະ ແຜນການໃນຕໍ່ໜ້າຂອງອາຊຽນ, ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ແລະ ອື່ນໆ.

 

ກອງ​ປະ​ຊຸມ​ດັ່ງກ່າວ ໄດ້ມີ​ການ​ຜັດ​ປ່ຽນຈັດ​ຂຶ້​ນ​ໃນ​ພາກ​ພື້ນ​​ມາ​ແລ້ວ 25 ຄັ້ງ, ຊື່ງໃນ​ແຕ່​ລະ​ຄັ້ງ ແມ່ນ​ຈະ​ມີ​ຫົວ​ຂໍ້​ທີ່​ແຕກ​ຕ່າງ​ກັນໂດຍ​ອີງ​ຕາມ​ສະ​ພາບ​​ຕົວ​ຈິງ​ທີ່​ເກີດ​ຂື້ນ​​ໃນ​​ພາກ​ພື້ນ ແລະ ໃນໂລກ, ທັງນີ້ ກໍເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ແລະ ການພັດທະນາທີ່ຍືນຍົງໃນທົ່ວໂລກ ກໍຄືໃນພາກພື້ນ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484691
ມື້ນີ້2
ມື້ວານ205
ອາທິດນີ້1129
ເດືອນນີ້3996