ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວ ກ່າວຄຳປາໄສໃນກອງປະຊຸມໂຕະມົນບັນດາຜູ້ນຳເວທີປຶກສາຫາລືຂັ້ນສູງ ວ່າດ້ວຍ ການຮ່ວມມືສາກົນ " ໜຶ່ງແລວທາງ ໜຶ່ງເສັ້ນທາງ "

 

OnebeltRoundtable1

 

ຄໍາປາໄສ

ຂອງພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວ ໃນໂອກາດ

ເຂົ້່າຮ່ວມກອງປະຊຸມ ໂຕະມົນບັນດາຜູ້ນໍາເວທີປຶກສາຫາລືຂັ້ນສູງ

ວ່າດ້ວຍການຮ່ວມມືສາກົນ " ໜຶ່ງແລວທາງ ໜຶ່ງເສັ້ນທາງ "

ໃນວັນທີ 15 ພຶດສະພາ 2017 ທີ່ ນະຄອນຫລວງປັກກິ່ງ, ສປ ຈີນ.

ຫົວຂໍ້

" ການຮ່ວມມືດ້ານການເຊື່ອມຈອດ ເພື່ອການພັດທະນາທີ່ຕິດຈອດກັນ "

-       ພະນະທ່ານ ປະທານ ສີ ຈິນຜີງ;

-       ພະນະທ່ານ ປະມຸກລັດ, ຫົວໜ້າລັດຖະບານ;

-       ບັນດາແຂກທີ່ມີກຽດ;

-       ທ່ານຍິງ ແລະ ທ່ານ ຊາຍ ທັງຫລາຍ;

ໃນຍຸກສະໃໝການເຊື່ອມໂຍງພາກພື້ນ ແລະ ສາກົນ ໃນປັດຈຸບັນ ນີ້, ການຮ່ວມມືດ້ານການພັດທະນາເປັນສິ່ງຈຳເປັນ ເພາະທຸກປະເທດ ບໍ່ວ່າໃນລະດັບພາກພື້ນ ຫລື ໃນລະດັບສາກົນ ກໍລ້ວນແລ້ວແຕ່ໄດ້ມີການເພີ່ງພາອາໃສເຊີ່ງກັນ ແລະ ກັນ. ດ້ວຍເຫດນີ້ ການເຊື່ອມຈອດຈຶ່ງມີບົດບາດສຳຄັນ ໃນການສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການພັດທະນາທີ່ຕິດຈອດກັນ, ການພັດທະນາທີ່ມີຄວາມຍືນຍົງ ແລະ ຮັບປະກັນຜົນປະໂຫຍດ ດ້ານເສດຖະກິດ-ສັງຄົມ.

ການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ ທີ່ລວມທັງການສົ່ງເສີມການພັດທະນາ, ສັນຕິພາບ ແລະ ການເຊື່ອມຈອດດ້ານພື້ນຖານໂຄງລ່າງ ແລະ ການໄປມາຫາສູ່ກັນຂອງ ປະຊາຊົນ ມີຄວາມສຳຄັນຍິ່ງ ແລະ ຈະເປັນການປະກອບສ່ວນສຳຄັນ ເຂົ້າໃນຄວາມພະຍາຍາມ ຂອງບັນດາປະເທດ, ພາກພື້ນ ແລະ ສາກົນ ໃນການພັດທະນາການເຊື່ອມຈອດໂຄງລ່າງ ເຊັ່ນ: ການຄົມມະນາຄົມ ໃນຮູບແບບຕ່າງໆ ເປັນຕົ້ນ ທາງບົກ, ທາງອາກາດ ແລະ ທາງນໍ້າ, ການເຊື່ອມຈອດທາງດ້ານສະຖາບັນການເງິນ ແລະ ລະບົບກົນໄກ ການເຊື່ອມຈອດຕ່າງໆ ລວມທັງການສົ່ງເສີມການແລກປ່ຽນ ການ ໄປມາຫາສູ່ເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ອັນຈະເປັນການ ສ້າງເງື່ອນໄຂອັນສະດວກ ໃຫ້ແກ່ການ ພັດທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ ກໍຄືການຍົກລະດັບຊິວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂື້ນ.

ເພື່ອບັນລຸເປົ້າໝາຍດັ່ງກ່າວ, ໃນກອບອາຊຽນ ພວກເຮົາໄດ້ ຮັບຮອງເອົາ ຍຸດທະສາດ ແລະ ມາດຕະການຫລາຍຢ່າງ ຄື: ແຜນແມ່ບົດການເຊື່ອມຈອດອາຊຽນ 2025, ແຜນປະຕິບັດງານ ການເຊື່ອມໂຍງອາຊຽນ ສະບັບທີ 3, ແລະ ອື່ນໆ.

ທ່ານປະທານ

ບັນດາທ່ານທັງຫລາຍ

ສຳລັບ ສປປ ລາວ, ເຊີ່ງເປັນປະເທດ ບໍ່ມີຊາຍແດນຕິດທະເລ ແລະ ອ້ອມຮອບດ້ວຍ 5 ປະເທດໃກ້ຄຽງນັ້ນ ໄດ້ຖືເອົາການ ເຊື່ອມຈອດ ເປັນບຸລິມະສິດໜຶ່ງ ໃນການພັດທະນາປະເທດຂອງຕົນ ໂດຍໄດ້ດຳເນີນນະໂຍບາຍຫັນຈາກປະເທດທີ່ບໍ່ມີຊາຍແດນຕິດທະເລ ໄປເປັນປະເທດເຊື່ອມຈອດ ໂດຍສຸມໃສ່ພັດທະນາ ລະບົບພື້ນຖານໂຄງລ່າງ ເພື່ອເຊື່ອມຈອດພາຍໃນປະເທດໃຫ້ທົ່ວເຖິງ ແລະ ລະຫວ່າງ ສປປ ລາວ ກັບປະເທດເພື່ອນບ້ານ ເຊັ່ນ: ສ້າງ ແລະ ປັບປຸງຖະໜົນຫົນທາງ, ຂະຫຍາຍຕາໜ່າງການບິນ, ພັດທະນາການເດີນເຮືອຕາມລຳແມ່ນໍ້າຂອງ, ກໍ່ສ້າງເສັ້ນທາງລົດໄຟ ຈາກຊາຍແດນ ສປ ຈີນ ຫານະຄອນຫລວງວຽງຈັນ ເພື່ອເຊື່ອມຈອດກັບ ເສັ້ນທາງລົດໄຟປະເທດເພື່ອນບ້ານ, ພ້ອມທັງມີການສຶກສາການຂະຫຍາຍຕາໜ່າງ ເສັ້ນທາງລົດໄຟໃຫ້ກວ້າງຂວາງຂື້ນ ກວ່າເກົ່າ.

ນອກຈາກນັ້ນ, ສປປ ລາວ ກໍໄດ້ມີການຮ່ວມກັບປະເທດເພື່ອນບ້ານ ໃນການສ້າງແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ແລວເສດຖະກິດ ເໜືອ-ໃຕ້ ເພື່ອຕິດຈອດກັບປະເທດໃກ້ຄຽງ ແນໃສ່ພັດທະນາລະບົບຄົມມະນາຄົມໃຫ້ສະດວກດີ, ທັງມີການຂະຫຍາຍ ລະບົບຕະຂ່າຍໄຟຟ້າ ເພື່ອສະໜອງພະລັງງານໄຟຟ້າ ໃຫ້ແກ່ປະເທດໃນອະນຸພາກພື້ນ.

ໂດຍລວມແລ້ວ, ການຮ່ວມມືການເຊື່ອມຈອດ ຈະພາໄປສູ່ການ ພັດທະນາທີ່ຕິດພັນກັນ ແລະ ຈະກາຍເປັນລະບົບທີ່ກົມກຽວກັນ ອັນຈະເປັນການຮັບປະກັນໃຫ້ແກ່ການພັດທະນາແບບຍືນຍົງ. ບົນຈິດໃຈດັ່ງກ່າວ, ສປປ ລາວ ຕີລາຄາສູງຕໍ່ຄວາມສຳຄັນ ແລະ ສະໜັບສະໜູນຍຸດທະສາດ   ໜຶ່ງແລວທາງ ໜຶ່ງເສັ້ນທາງ, ພ້ອມທັງ ກຽມພ້ອມເຂົ້າຮ່ວມການຈັດຕັ້ງປະຕິບັດ ບັນດາກິດຈະກຳ ແລະ ໂຄງການຕ່າງໆ ຕາມຄວາມສາມາດຂອງຕົນ ເພື່ອນໍາຜົນປະໂຫຍດມາສູ່ພາກພື້ນ ແລະ ສົ່ງເສີມການເຊື່ອມຈອດກັນ ຂອງບັນດາປະເທດ ຕາມແລວທາງ. ອັນນີ້ຈະເປັນການປະກອບສ່ວນສຳຄັນ ເຂົ້າໃນການ ເຮັດໃຫ້ນະໂຍບາຍ ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປເປັນປະເທດເຊື່ອມຈອດກັບພາກພື້ນຂອງ ສປປ ລາວ ຂອງພວກຂ້າພະເຈົ້າ ໃຫ້ປະກົດຜົນເປັນຈິງ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມນີ້ ບັນດາປະເທດດ້ອຍພັດທະນາ ກໍຄືປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ຈະໄດ້ຮັບການສະໜັນສະໜູນ ແລະ ການຮ່ວມມືຈາກບັນປະເທດທີ່ມີທ່າແຮງ ກໍຄືອົງການຈັດຕັ້ງສາກົນຕ່າງໆ ຫລາຍຂື້ນຕື່ມໃນການພັດທະນາລະບົບເຊື່ອມຈອດ ຕ່າງໆ.

ໂອກາດນີ້, ຂ້າພະເຈົ້າຂໍສະໜັນສະໜູນ ບັນດາຂໍ້ລິເລີ່ມ ທີ່ທ່ານປະທານ ສີ ຈິນຜິງ ໄດ້ນໍາສະເໜີຕໍ່ກອງປະຊຸມໂຕະມົນຂັ້ນສູງຂອງພວກເຮົາໃນຄັ້ງນີ້.

ຂອບໃຈ

 

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480228
ມື້ນີ້58
ມື້ວານ157
ອາທິດນີ້626
ເດືອນນີ້6459