ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສໍາເລັດການເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືຂັ້ນສູງ ວ່າດ້ວຍ ການຮ່ວມມືສາກົນ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ທີ່ ສປ ຈີນ ຂອງປະທານປະເທດ ແຫ່ງ ສປປ ລາວ

 

SOnebeltOneRoad1

 

SOnebeltOneRoad2 SOnebeltOneRoad3

 

ໃນ​ລະຫວ່າງວັນ​ທີ 13-17 ພຶດສະພາ 2017, ພະນະ​ທ່ານ ບຸນຍັງ ວໍລະ​ຈິດ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລາວ ​ໄດ້ເດີນທາງ​ເຂົ້າ​ຮ່ວມກອງປະຊຸມ​ ​ເວທີ​ປຶກສາ​ຫາລື​ຂັ້ນສູງ ວ່າ​ດ້ວຍ​ການ​ຮ່ວມ​ມື​ສາກົນ “ໜຶ່ງ​ແລວ​ທາງ ໜຶ່ງ​​ເສັ້ນທາງ” ພາຍ​ໃຕ້​ຫົວ​ຂໍ້: “ການ​ຮ່ວມ​ມື​ເພື່ອ​ຄວາມ​ວັດທະນາ​ຖາວອນ​ຮ່ວມ​ກັນ” (Belt and Road: Cooperation for Common Prosperity) ທີ່ ນະຄອນຫລວງປັກກິງ, ສປ ຈີນ.

ກອງປະຊຸມ ເວທີປຶກສາຫາລືຂັ້ນສູງດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 2 ວັນ ເລີ່ມແຕ່ວັນທີ 14 ຫາ 15 ພຶດສະພາ 2017, ເຊິ່ງໃນມື້ທໍາອິດ ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ເຂົ້າຮ່ວມພິທີເປີດ ແລະ ກອງປະຊຸມຄົບຄະນະ ຂອງກອງປະຊຸມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”, ໂດຍ​ມີຄະນະຜູ້ແທນເຂົ້າຮ່ວມທັງໝົດຫຼາຍກວ່າ 1.500 ຄົນ ຈາກ 130 ກວ່າປະເທດ ໃນຂົງເຂດອາຊີ, ເອີຣົບ, ອາເມຣິກາ ແລະ ອາຟຣິກາ, ຊຶ່ງໃນນັ້ນລວມມີ 29 ປະມຸກລັດ ແລະ ຫົວໜ້າລັດຖະບານ, ແລະ ບັນດາຕົວແທນຈາກອົງການຈັດຕັ້ງສາກົນຕ່າງໆ, ເປັນຕົ້ນແມ່ນ ອົງການສະຫະປະຊາຊາດ, ອົງການກອງທຶນການເງິນສາກົນ, ທະນາຄານໂລກ, ອົງການການຄ້າໂລກ, ແລະ ສະພາເວທີເສດຖະກິດໂລກ (WEF). ໃນພິທີເປີດກອງປະຊຸມ, ພະນະທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ປະກາດວ່າ: ຈີນ ຈະໃຫ້ການຊ່ວຍເຫຼືອມູນຄ່າ 60 ຕື້ຢວນ ແກ່ບັນດາປະເທດກຳລັງພັດທະນາ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ເຂົ້າຮ່ວມຍຸດທະສາດ ໜຶ່ງແລວທາງ ໜຶ່ງເສັ້ນທາງ ເພື່ອໝູນໃຊ້ເຂົ້າໃນການດຳເນີນໂຄງການຕ່າງໆ ໃຫ້ຫຼາຍຂຶ້ນ ໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ, ຈະໃຫ້ເງິນຈຳນວນ 1 ຕື້ໂດລາສະຫະລັດ ແກ່ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງຕ່າງໆ ເພື່ອດຳເນີນໂຄງການຮ່ວມມື ທີ່ຈະເປັນປະໂຫຍດແກ່ ບັນດາປະເທດທີ່ນອນຢູ່ໃນຍຸດທະສາດ ໜຶ່ງແລວທາງ ໜຶ່ງເສັ້ນທາງ, ຈະຂະຫຍາຍຂອບການຊ່ວຍເຫຼືອທາງດ້ານການເງິນ ສຳລັບຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ ໂດຍຈະເພີ່ມເງິນສະໜັບສະໜູນຕື່ມຈຳນວນ 100 ຕື້ຢວນ ໃຫ້ແກ່ກອງທຶນເສັ້ນທາງສາຍໄໝ, ພ້ອມທັງຈະດຳເນີນ 100 ໂຄງການເຮືອນແຫ່ງຄວາມສຸກ, 100 ໂຄງການຫຼຸດຜ່ອນຄວາມທຸກຍາກ, ແລະ 100 ໂຄງການຟື້ນຟູ ແລະ ຮັກສາສຸຂະພາບ ຢູ່ໃນບັນດາປະເທດ ທີ່ນອນຢູ່ໃນ ໜຶ່ງແລວທາງ ໜຶ່ງເສັ້ນທາງ. ພ້ອມກັນນັ້ນ, ພະນະທ່ານປະທານ ສີ ຈິ້ນຜິງ ຍັງໄດ້ປະກາດໃນກອງປະຊຸມຖະແຫຼງຂ່າວວ່າ ສປ ຈີນ ຈະຈັດກອງປະຊຸມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຄັ້ງທີ 2 ໃນປີ 2019.

ໃນວັນທີ 15 ພຶດສະພາ 2017, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນບັນດາຜູ້ນຳ. ກອງ​ປະຊຸມ​​ຄັ້ງ​ນີ້ ​ໄດ້ປຶກສາ​ຫາລື ກ່ຽວກັບ ການ​ປະສານ​ສົມທົບ​ດ້ານ​ນະ​ໂຍບາຍ​ເພື່ອ​ການ​ເປັນ​ຄູ່​ຮ່ວມ​ທີ່​ໃກ້ຊິດ​ກັນ​ຂຶ້ນ​ຫຼາຍກວ່າ​ເກົ່າ, ວິທີການຮັດແໜ້ນ ລະຫວ່າງ ຄົນກັບຄົນ ແລະ ການ​ຮ່ວມ​ມື​ດ້ານ​ການ​ເຊື່ອມ​ຈອດ​ເພື່ອ​ການ​ພັດ​ທະນາ ທີ່ຕິດຈອດກັນ, ເພື່ອ​​ຊອກ​ຊ່ອງ​ທາງ​ແກ້​ໄຂສະພາບ​ເສດຖະກິດ​ຂອງ​ໂລກ​ໃນ​ປັດ​ຈຸ​ບັນ ​ແລະ ວາງ​​ແນວທາງ​ເສດຖະກິດ​ໃນ​ອະນາຄົດ, ​ເປັນ​ຕົ້ນ ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ນະ​ໂຍບາຍ​ການ​ເງິນ ​ແລະ ການ​ພັດທະນາ​ເສດຖະກິດ​ ຂອງ​ພາກ​ພື້ນ ​ແລະ ສາກົນ; ​ແລະ ເພື່ອ​ສົ່ງ​​ເສີມ​ການ​ເປັນ​ຄູ່​ຮ່ວມ​ເພື່ອ​ການ​ພັດທະນາ, ສ້າງ​ຂະ​ບວນ​ໂລກາ​ພິວັດ​ໃຫ້​ເປີດ​ກວ້າງ, ກວມ​ລວມ ​ແລະ ແລກປ່ຽນ​ບັນດາ​ຂະ​ບວນການ​ວິວັດ ທີ່​ເປັນ​ປະ​ໂຫຍ​ດ​ແກ່​ທຸກ​ຝ່າຍ.

ກອງປະຊຸມ ໄດ້ຮັບຮອງເອົາ ຖະແຫລງການຮ່ວມກອງປະຊຸມໂຕະມົນ ຂອງບັນດາຜູ້ນຳ ເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວທາງ ໜຶ່ງເສັ້ນທາງ, ໂດຍໄດ້ກໍານົດບັນດາຈຸດປະສົງເປົ້າໝາຍ, ຫລັກການ ແລະ ມາດຕະການການຮ່ວມມື, ພ້ອມທັງກໍານົດວິໄສທັດຂອງບັນດາຜູ້ນໍາ ກ່ຽວກັບການຮ່ວມມືໃນອະນາຄົດ. ຖະແຫລງການຮ່ວມດັ່ງກ່າວ ຈະເປັນແນວທາງໃຫ້ແກ່ການສົ່ງເສີມການຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ພາກພື້ນ ແລະ ສາກົນ ໃນການເຊື່ອມຈອດດ້ານການຄ້າ, ການລົງທຶນ, ການພັດທະນາພື້ນຖານໂຄງລ່າງ ແລະ ການພົວພັນລະຫວ່າງຄົນກັບຄົນ; ໂດຍສະເພາະ ບັນດາປະເທດດ້ອຍພັດທະນາ, ກໍາລັງພັດທະນາທີ່ບໍ່ມີທາງອອກສູ່ທະເລ, ປະເທດໝູ່ເກາະນ້ອຍກຳລັງພັດທະນາ ແລະ ປະເທດທີ່ມີລາຍຮັບປານກາງ ຈະໄດ້ຮັບສິດທີພິເສດ ເພື່ອແກ້ໄຂບັນດາສິ່ງກີດຂວາງການພັດທະນາ ແລະ ເຮັດໃຫ້ການເຊື່ອມຈອດດຳເນີນໄປດ້ວຍປະສິດທິຜົນສູງ.

ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ປະກອບຄຳເຫັນວ່າ ການເຊື່ອມຈອດມີບົດບາດສຳຄັນ ໃນການສ້າງເງື່ອນໄຂທີ່ເອື້ອຍອຳນວຍໃຫ້ແກ່ການພັດທະນາທີ່ຕິດຈອດກັນ, ການພັດທະນາແບບຍືນຍົງ ແລະ ຮັບປະກັນຜົນປະໂຫຍດ ດ້ານເສດຖະກິດ-ສັງຄົມ, ພ້ອມທັງ ໄດ້ຕີລາຄາສູງ ຕໍ່ຄວາມສຳຄັນ ແລະ ສະໜັບສະໜູນຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ, ຊຶ່ງ ສປປ ລາວ ກຽມພ້ອມເຂົ້າຮ່ວມການຈັດຕັ້ງປະຕິບັດ ບັນດາກິດຈະກຳ ແລະ ໂຄງການຕ່າງໆ ຕາມຄວາມສາມາດຂອງຕົນ ເພື່ອນຳຜົນປະໂຫຍດມາສູ່ພາກພື້ນ ແລະ ສົ່ງເສີມການເຊື່ອມຈອດການ ຂອງບັນດາປະເທດຕາມແລວທາງ. ຂໍ້ລິເລີ່ມດັ່ງກ່າວນີ້ ຈະປະກອບສ່ວນອັນສຳຄັນ ເຮັດໃຫ້ນະໂຍບາຍຫັນຈາກປະເທດບໍ່ມີຊາຍແດນຕິດກັບທະເລ ໄປເປັນປະເທດເຊື່ອມຈອດກັບພາກພື້ນຂອງ ສປປ ລາວ ປະກົດຜົນເປັນຈິງ. ໃນໂອກາດນີ້, ພະນະທ່ານປະທານປະເທດ ໄດ້ສະແດງຄວາມຫວັງວ່າ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວນີ້ ບັນດາປະເທດດ້ອຍພັດທະນາ ກໍ່ຄືປະເທດບໍ່ມີຊາຍແດນຕິດກັບທະເລ ຈະໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຈາກບັນດາປະເທດ ທີ່ມີທ່າແຮງ ກໍ່ຄືບັນດາອົງການຈັດຕັ້ງສາກົນຕ່າງໆ ຫຼາຍຂຶ້ນຕື່ມໃນການພັດທະນາລະບົບການເຊື່ອມຈອດດ້ານຕ່າງໆ. ກອງປະຊຸມ ໜຶ່ງແລວທາງ ໜຶ່ງເສັ້ນທາງ ແມ່ນສະແດງອອກເຖິງຈຸດປະສົງຂອງຈິດໃຈແຫ່ງການມີໄຊຮ່ວມກັນ ແລະ ມີຜົນປະໂຫຍດຮ່ວມກັນ.

ໃນຕອນເຊົ້າວັນທີ 16 ພຶດສະພາ 2017, ພະນະທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະກັບ ພະນະທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ພັກປະຊາຊົນຈີນ, ປະທານປະເທດ ແຫ່ງ ສປ ຈີນ, ທີ່ ນະຄອນຫຼວງປັກກິງ. ສອງຝ່າຍ ໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການຮ່ວມມືຂອງສອງພັກ ແລະ ສອງລັດ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຫມາກຜົນຂອງການຮ່ວມມື ທີ່ໄດ້ຮັບການເສີມຂະຫຍາຍອອກ ທັງທາງກວ້າງ ແລະ ທາງເລິກ ຕາມທິດ 4 ດີ (ເປັນເພື່ອນບ້ານທີ່ດີ, ເປັນມິດທີ່ດີ,​ ເປັນສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ) ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທັງສອງຜູ້ນຳ ໄດ້ເຫັນດີໃຫ້ເຈົ້າໜ້າທີ່ທັງສອງຝ່າຍ ສືບຕໍ່ເພີ່ມທະວີ ແລະ ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລາວ-ຈີນ ໃຫ້ເສີມຂະຫຍາຍຍິ່ງຂຶ້ນ. ໃນໂອກາດນີ້, ພະນະທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ການເປັນເຈົ້າພາບກອງປະຊຸມ ເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ທີ່ໄດ້ຮັບຜົນສຳເລັດຢ່າງຈົບງາມ, ພ້ອມທັງໄດ້ເຊື້ອເຊີນ ພະນະທ່ານ ສີ ຈິ້ນຜິງ ມາຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ. ໃນຂະນະດຽວກັນ, ພະນະທ່ານປະທານ ສີ ຈິ້ນຜິງ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈຕໍ່ພະນະທ່ານ ປະທານປະເທດລາວ ທີ່ໄດ້ນຳພາຄະນະມາຢ້ຽມຢາມ ສປ ຈີນ ແລະ ໄດ້ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືຂັ້ນສູງ ທີ່ ສປ ຈີນ ເປັນເຈົ້າພາບຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຕໍ່ ສປປ ລາວ ທີ່ໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມຍຸດທະສາດ ໜຶ່ງແລວທາງ ໜຶ່ງເສັ້ນທາງ. ນອກຈາກການຮ່ວມມືສອງຝ່າຍແລ້ວ, ຜູ້ນຳທັງສອງ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ສະພາບການສາກົນ ແລະ ພາກພື້ນ.

ພາຍຫຼັງການພົບປະ, ຜູ້ນຳຂອງສອງປະເທດ ໄດ້ເປັນສັກຂີພິຍານ ໃນການແລກປ່ຽນສັນຍາ 09 ສະບັບ ກ່ຽວກັບ ແຜນແມ່ບົດຮ່ວມກັນຊຸກຍູ້ ເພື່ອສ້າງ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”, ເສດຖະກິດ-ເຕັກນິກ, ການສຶກສາ, ສາທາລະນະສຸກ, ພະລັງງານໄຟຟ້າ ແລະ ການເງິນ.

ນອກຈາກນັ້ນ, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ພົບປະຫາລື ກ່ຽວກັບ ການເສີມຂະຫຍາຍສາຍພົວພັນ ລາວ-ຈີນ ກັບການນຳຈີນບາງທ່ານ ເຊັ່ນ: ທ່ານ ລີ ເຄີ ສຽງ, ຄະນະປະຈຳກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ແລະ ທ່ານ ຫວັງ ສີ ຊານ, ຄະນະປະຈຳກົມການເມືອງສູນກາງພັກ, ປະທານຄະນະກວດກາລະບຽບວິໄນສູນກາງພັກກອມມູນິດຈີນ, ພ້ອມທັງໄດ້ໄປຢ້ຽມຢາມພົບປະໂອ້ລົມກັບພະນັກງານ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ລວມທັງ ນັກສຶກສາລາວທີ່ຮຽນຢູ່ນະຄອນຫຼວງປັກກິງ ຈຳນວນໜຶ່ງ. ໃນວັນທີ 16-17 ພຶດສະພາ 2017, ພະນະທ່ານ ປະທານປະເທດ ຍັງໄດ້ເດີນທາງໄປຢ້ຽມຢາມ ແລະ ພົບປະການນໍາແຂວງຢຸນນານ ຕື່ມອີກ, ເຊິ່ງສອງຝ່າຍໄດ້ປຶກສາຫາລື ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືທີ່ດີຮອບດ້ານກັບແຂວງຢຸນນານ ໃຫ້ສືບຕໍ່ຂະຫຍາຍຕົວເລິກເຊິ່ງຕື່ມອີກ. ການນຳແຂວງຢຸນນານ ໄດ້ໃຫ້ການຕ້ອນຮັບ ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະ ຢ່າງອົບອຸ່ນ ແລະ ດ້ວຍໄມຕີຈິດມິດຕະພາບອັນດູດດື່ມ.

ໃນໄລຍະເຄື່ອນໄຫວຢ້ຽມຢາມ ສປ ຈີນ, ພະນະທ່ານ ນາງ ຄຳເມິງ ວໍລະຈິດ, ພັນລະຍາຂອງພະນະທ່ານປະທານປະເທດ ໄດ້ຕິດຕາມເຄື່ອນໄຫວນຳລາຍການທີ່ສຳຄັນຂອງພະນະທ່ານປະທານປະເທດ, ແລະ ໄດ້ໄປຢ້ຽມຊົມ ພະລາດຊະວັງຕ້ອງຫ້າມ ພ້ອມທັງຢ້ຽມຢາມສະຖານທີ່ທຸລະກິດຂອງຈີນຈຳນວນໜຶ່ງ.

ຕິດຕາມພະນະທ່ານ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ໄປ ສປ ຈີນ ຄັ້ງນີ້ ຍັງມີ ທ່ານ ບຸນທອງ ຈິດມະນີ, ກົມການເມືອງສູນກາງພັກ, ປະທານກວດກາສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ, ຫົວໜ້າຄະນະກຳມະການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ທີ່ສຳຄັນຈຳນວນໜຶ່ງ.

ນອກຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ບັນດາລັດຖະມົນຕີທີ່ກ່ຽວຂ້ອງຂອງ ສປປ ລາວ ກໍ່ໄດ້ເຂົ້າຮ່ວມກອງ​ປະຊຸມເປັນແຕ່ລະຫົວຂໍ້, ໂດຍກອງປະຊຸມ​ໄດ້ປຶກສາຫາລື ກ່ຽວກັບ ການເຊື່ອມຕໍ່ດ້ານຍຸດທະສາດ ແລະ ນະໂຍບາຍຕ່າງໆ, ດ້ານໂຄງລ່າງພື້ນຖານ, ການຄ້າເສລີ, ແລະ ການເຊື່ອມຕໍ່ດ້ານການພົວພັນລະຫວ່າງ ປະຊາຊົນກັບປະຊາຊົນ. ພ້ອມກັນນັ້ນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ພົບປະສອງຝ່າຍກັບ ທ່ານ Peter Szijjarto, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ເພື່ອແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລື ບັນດາວຽກງານ ກ່ຽວກັບ ການພົວພັນຮ່ວມມື ລາວ-ຮົງກາລີ ໃນອະນາຄົດ, ແລະ ໄດ້ໃຫ້ສຳພາດຂ່າວ ຕໍ່ສື່ມວນຊົນຈີນ ກ່ຽວກັບ ບົດບາດຂອງຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຕໍ່ພາກພື້ນ ແລະ ສາກົນ ໂດຍສະເພາະ ຕໍ່ສາຍພົວພັນ ແລະ ການຮ່ວມມືລະຫວ່າງ ລາວ-ຈີນ ໃນໄລຍະຜ່ານມາ ແລະ ອະນາຄົດ.

ໃນວັນທີ 17 ພຶດສະພາ 2017, ພະນະທ່ານ ປະທານປະເທດ ແລະ ຄະນະຜູ້ແທນທັງໝົດ ໄດ້ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ມີຜົນສຳເລັດອັນຈົບງາມ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480417
ມື້ນີ້75
ມື້ວານ172
ອາທິດນີ້815
ເດືອນນີ້6648