ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນຂັ້ນສູງ ສປປ ລາວ ນໍາໂດຍ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສະຫະພັນ ຣັດເຊຍ

   

  

  

20240509 Lao PSD visit RS 1

20240509 Lao PSD visit RS 2

  

  

ໃນລະຫວ່າງວັນທີ 8-10 ພຶດສະພາ 2024, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມເຮັດວຽກ ຢູ່ ສະຫະພັນ ຣັດເຊຍ ຕາມການເຊື້ອເຊີນ ຂອງ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ.

  

ການເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສ.ຣັດເຊຍ ຂອງ ພະນະທ່ານ ປະທານປະເທດແຫ່ງ ສປປ ລາວ ແລະ ຄະນະ ຄັ້ງນີ້ ເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີຢ່າງຍາວນານ ລະຫວ່າງ ລາວ ແລະ ຣັດເຊຍ ແລະ ເປັນການສະຫຼອງຄົບຮອບ 30 ປີ ແຫ່ງການລົງນາມສົນທິສັນຍາ ວ່າດ້ວຍພື້ນຖານການພົວພັນມິດຕະພາບ ລະຫວ່າງ ລາວ-ຣັດເຊຍ (9 ມີນາ 1994 - 9 ມີນາ 2024).

  

ໃນການຢ້ຽມຢາມເຮັດວຽກ ຢູ່ ສ.ຣັດເຊຍ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ  ໄດ້ພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງ ພະນະທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ແຫ່ງ ສ. ຣັດເຊຍ, ໂອກາດດັ່ງກ່າວ ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ  ພະນະທ່ານ ປູຕິນ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານາທິບໍດີ ແຫ່ງ ສ. ຣັດເຊຍ ອີກໜຶ່ງສະໄໝ ແລະ ຜົນສໍາເລັດຮອບດ້ານທີ່ລັດຖະບານກໍ່ຄືປະຊາຊົນຣັດເຊຍ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ.  ພ້ອມນັ້ນ ຍັງໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ພົບປະກັບ ພະນະທ່ານ ປູຕິນ ອີກຄັ້ງ, ພາຍຫຼັງທີ່ໄດ້ພົບປະກັນ ຢູ່ ສປ ຈີນ ໃນປີ 2023. ໃນຂະນະດຽວກັນ, ພະນະທ່ານ ວາລາດີເມຍ ປູຕິນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ທີ່ໄດ້ຕອບຮັບການເຊື້ອເຊີນ ແລະ ເດີນທາງໄປຢ້ຽມຢາມເຮັດວຽກ ຢູ່ ສ. ຣັດເຊຍ ໃນຄັ້ງນີ້. ໃນການພົບກັນຄັ້ງນີ້, ການນໍາທັງສອງ ໄດ້ພ້ອມກັນສະແດງຄວາມຊົມເຊີຍເນື່ອງໃນໂອກາດຄົບຮອບ 30 ປີ ແຫ່ງການລົງນາມໃນສົນທິສັນຍາ ວ່າດ້ວຍພື້ນຖານການພົວພັນມິດຕະພາບ ລະຫວ່າງ ສປປ ລາວ ກັບ ສ. ຣັດເຊຍ ຊຶ່ງໄດ້ເປັນພື້ນຖານໃຫ້ແກ່ການພົວພັນຮ່ວມມື ລາວ-ຣັດເຊຍຈົນເຖິງປັດຈຸບັນ.

ໃນການພົບປະ, ການນໍາທັງສອງ ຍັງໄດ້ຕີລາຄາສູງ ຕໍ່ໝາກຜົນຂອງການພົວພັນແບບຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ-ຣັດເຊຍ ໃນໄລະຍະຜ່ານມາ ເຊິ່ງໄດ້ຮັບການເສີມຂະຫຍາຍຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ມີ   ໝາກຜົນເປັນຮູບປະທໍາຍິ່ງໆຂຶ້ນ ໂດຍສະເພາະ ດ້ານການເມືອງ, ຄວາມໝັ້ນຄົງ, ການສຶກສາ  ແລະ ອື່ນໆ. ສອງຝ່າຍ ໄດ້ເປັນເອກະພາບກັນ ທີ່ຈະສືບຕໍ່ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາ ສາດ-ເຕັກນິກ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ການຮ່ວມມືດ້ານພະລັງງານ, ການຄົ້ນ     ຄວ້າວິທະຍາສາດ ແລະ ອື່ນໆ.  ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່​ຕ່າງ​ຝ່າຍ​ມີ​ຄວາມ​ສົນ​ໃຈ. 

  

  

  

20240509 Lao PSD visit RS 3

20240509 Lao PSD visit RS 4

  

  

ໃນໂອກາດເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສ. ຣັດເຊຍ ຄັ້ງນີ້, ພະນະທ່ານ ປະທານປະເທດ ຍັງໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງໃນສາຍພັກ ພະນະທ່ານ ເດີມິຕຣີ ເມັດເວເດັບ, ປະທານພັກ ຣັດເຊຍເອກະພາບ, ຊຶ່ງທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນ ລະຫວ່າງ ພັກປະຊາ ຊົນປະຕິວັດລາວ ແລະ ພັກຣັດເຊຍເອກະພາບ ທີ່ນັບມື້ໄດ້ຮັບການຮັດເເໜ້ນ ເເລະ ເສີມສ້າງຢ່າງເປັນຮູບປະທໍາມີໝາກມີຜົນໃນຫຼາຍຂົງເຂດການຮ່ວມມື, ບົນພື້ນຖານແຫ່ງຄວາມເອົາໃຈໃສ່ ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ. ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດບັນດາສັນຍາ, ເອກະສານຕ່າງໆທີ່ໄດ້ລົງນາມຮ່ວມກັນ ແລະ ຜົນການພົບປະສອງຝ່າຍ ແລະ ຫຼາຍຝ່າຍຢ່າງມີປະສິດທິຜົນ. ພ້ອມນັ້ນ, ກໍໄດ້ພ້ອມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງພັກໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທໍາ, ສືບຕໍ່ແລກປ່ຽນການຢ້ຽມຢາມ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ.

  

  

  

20240509 Lao PSD visit RS 5

20240509 Lao PSD visit RS 6

   

  

ນອກຈາກການພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງທັງສາຍພັກ ແລະ ສາຍລັດ, ພະນະທ່ານ ທອງລຸນ    ສີສຸລິດ ຍັງໄດ້ຮັບກຽດເປັນແຂກກິຕິມະສັກ ເຂົ້າຮ່ວມພິທີສວນສະໜາມ ສະເຫຼີມສະຫຼອງວັນໄຊຊະນະມະຫາສົງຄາມປົກປ້ອງປິຕຸພູມເໜືອຟາດຊິດ ຄົບຮອບ 79 ປີ ຂອງປະຊາຊົນຣັດເຊຍ ແລະ ເດີນທາງໄປຢ້ຽມຢາມມະຫາວິທະຍາໄລສ້າງຄູ ເກຣເຊັນ ທີ່ເກົ່າແກ່ ທີ່ ນະຄອນຊານປີເຕີສະເບີກ.  ໃນໂອກາດນີ້, ພະນະທ່ານ ປະທານປະເທດ ໄດ້ຮັບການເຂົົ້າຢ້ຽມຂໍ່ານັບຂອງທ່ານ ອາເລັກຊານເດີ ເບກລົບ, ເຈົ້າຄອງນະຄອນຊານປີເຕີສະເບີກ ແລະ ມະຫາວິທະຍາໄລສ້າງຄູ ເກຣເຊັນ ແຫ່ງ ສ. ຣັດເຊຍ ກໍໄດ້ຈັດພິທີປະດັບຫຼຽນນາມມະຍົດສາດສະດາຈານກິດຕິມະສັກໃຫ້ແກ່ ພະນະທ່ານ ປະທານປະເທດ ໃນນາມເປັນອະດີດນັກສຶກສາມາຫາວິທະຍາໄລດັ່ງກ່າວໃນຊຸມປີ 1970.

  

  

  

20240509 Lao PSD visit RS 7

20240509 Lao PSD visit RS 8

  

  

ການຢ້ຽມຢາມເຮັດວຽກ ຢູ່ ສ. ຣັດເຊຍ ຂອງ ພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ດໍາເນີນໄປຢ່າງມີຜົນສໍາເລັດອັນຈົບງາມແຕ່ຕົ້ນຈົນຈົບ, ທັງໄດ້ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ໃຫ້ກ້າວສູ່ລວງເລິກໃນຫຼາຍຂົງເຂດການຮ່ວມມື. ໃນໂອກາດການຢ້ຽມຢາມນີ້, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນ ປະທານາທິບໍດີ           ວະລາດີເມຍ ປູຕິນ ແຫ່ງ ສະຫະພັນ ຣັດເຊຍ ມາຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ.

  

-----------------------------------------

 

ບົດຂ່າວອື່ນໆ

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508840
ມື້ນີ້235
ມື້ວານ381
ອາທິດນີ້1493
ເດືອນນີ້7230