ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານຮອງນາຍົກລັດຖະມົນຕີ ລາວ-ໄທ ພົບປະສອງຝ່າຍ ທີ່ ນະຄອນຫລວງວຽງຈັນ

DPMLaoNThai1

 

ໂດຍຕອບສະໜອງຕາມຄໍາເຊີນຂອງ ພະນະທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ, ພະນະທ່ານ ສົມຄິດ ຈາຕຸສີພິທັກ, ຮອງນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ຄະນະ, ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ,ໃນລະຫວ່າງວັນທີ 23-25 ພຶດສະພາ 2017.

ໃນຕອນເຊົ້າຂອງວັນທີ24 ພຶດສະພາ 2017, ກອງ​ປະຊຸມ​ພົບ​ປະ​ສອງ​ຝ່າຍ​ທາງ​ການ​ ທີ່ນໍາພາ​ໂດຍ ພະນະ​ທ່ານ​ຮອງ​ນາຍົກ ສົມ​ດີ ດວງ​ດີ ​ແລະ ພະນະ​ທ່ານ ສົມ​ຄິດ ຈາຕຸ​ສີ​ພິທັກ ​ໄດ້​ຈັດ​ຂື້ນ​ ທີ່ ​ໂຮງ​ແຮມ​ແລນ​ມາກ ​ແມ່​ຂອງ ຣີ​ເວີ​ຊາຍ, ໂດຍສອງຝ່າຍ​ ໄດ້ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ ​ແລະ ປຶກສາຫາລື ກ່ຽວ​ກັບ ການສົ່ງ​ເສີມ​ການ​ເປັນ​ຄູ່​ຮ່ວມມື ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ (Partnership for Sustainable Development), ການ​ສົ່ງ​ເສີມ​ການ​ເຊື່ອມ​​ໂຍງ, ການ​ຄ້າ-ການ​ລົງທຶນ, ​ແລະ ການທ່ອງ​ທ່ຽວ. ​ໃນ​ນີ້, ສອງ​ຝ່າຍ​ ໄດ້​ເຫັນ​ດີ​ຈະ​ຂະຫຍາຍ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ລະຫວ່າງ​ສອງ​ປະ​ເທດ ເພື່ອ​ຄວາມ​ຈະ​ເລີ​ນ​ເຕີບ​ໂຕ​ແບບ​ຍືນ​ຍົງ​ຂອງ ລາວ-​ໄທ ​ແລະ ພາກ​ພື້ນ​ລຸ່ມ​ແມ່​ນໍ້າຂອງ​ ໃນ​ຖານະ​ເປັນ​ຄູ່​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ ລາວ-​ໄທ​, ​ໂດຍ​ຝ່າຍໄທ ​ພ້ອມຈະ​ສະໜັບສະໜູນ​ນະ​ໂຍບາຍ​ພັດທະນາ​​ເສດຖະກິດ-ສັງຄົມ ຂອງ ສປປ ລາວ ​​ເພື່ອ​ນໍາພາ​ປະ​ເທດ​ຊາດໃຫ້​ລຸດພົ້ນອອກ​ຈາກ​ສະຖານະ​ພາບ​ປະ​ເທດ​ດ້ອຍ​ພັດທະນາ ​ໃນ​ປີ 2020; ຈະ​ຮ່ວມກັນ​ດໍາ​ເນີນ​ໂຄງການ​ເພື່ອ​ການ​ພັດທະນາ​ດ້ານ​ຊັບພະຍາກອນ​ມະນຸດ, ກະສິກໍາ, ການ​ທ່ອງ​ທ່ຽວ, ການ​ສຶກສາ ​ແລະ ສາທາລະນະ​ສຸກ ຕາມ​ແຜນການ​ຮ່ວມ​ມື​ວິຊາ​ການ ລາວ-​ໄທ; ຈະ​ຮ່ວມ​ກັນ​ສ້າງ​ແຜນ​ແມ່​ບົດ​ການ​ເຊື່ອມ​ໂຍງ​ ລະຫວ່າງ​ສອງ​ປະ​ເທດ ​ແລະ ລະຫວ່າງ​ອະນຸ​ພາກ​ພື້ນ​ລຸ່ມ​ແມ່​ນໍ້າຂອງ ​ເພື່ອ​ເຊື່​ອມ​ໂຍງ​ພຶ້ນຖານ​ໂຄງ​ລ່າງ​ຄົມມະນາຄົມ-​ຂົນ​ສົ່ງ ທັງ​ຖະໜົນ​ຫົນທາງ, ຂົວ, ລົດ​ໄຟ, ທ່າ​ເຮືອ ​ແລະ ການ​ອໍາ​ນວຍຄວາມ​ສະດວກ​ໃຫ້​ແກ່​ການ​ຂົນ​ສົ່ງ​ຂ້າມ​ຊາຍ​ແດນ ​ເພື່ອ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ຕາມ​ເຂດ​ຊາຍ​ແດນ ​ແລະ ການ​ທ່ອງ​ທ່ຽວ​ສອງ​ຝ່າຍ, ຊຶ່ງ​ຈະກໍານົດ​ເອົາ​ຈຸດ​ຜ່ານ​ຊາຍ​ແດນ ສະຫວັນ​ນະ​ເຂດ-ມຸກດາ​ຫານ ​ເປັນ​​ເຂດ​​ແຈ້ງ​ກວດ​ສິນຄ້າຮ່ວມ​ກັນ (Common control area) ​ເພື່ອ​ໃຫ້​ສາມາດ​ຈັດຕັ້ງປະຕິບັດ​ພາຍ​ໃນ​ປີ 2017 ນີ້; ​ເຫັນ​ດີ​ຈະ​ເລັ່ງການ​ສ້າງ​ຂົວ​ມິດຕະພາບ ລາວ-​ໄທ ​ແຫ່ງ​ທີ 5 ລະ​ຫວ່າງ ​ແຂວງ ບໍລິ​ຄໍາ​ໄຊ ​ແລະ ຈັ່ງ​ຫວັດ ບຶງ​ການ; ​ແລະ ຈະ​ສົ່ງ​ເສີມ​ການ​ເຊື່ອມ​​ໂຍງ​ພາກ​ພື້ນລະຫວ່າງ ກໍາປູ​​ເຈຍ, ລາວ, ມຽນມາ, ຫວຽດນາມ ​ແລະ ​ໄທ (CLMVT), ​ແລະ ສະໜັບ​ສະ​ໜູນ​ໃຫ້​ມີ​ການ​ສ້າງ​ແຜນ​ຍຸດ​ທະ​ສາດ​ການ​ເຊື່​ອມ​ໂຍງຂົງ​ເຂດ​ດັ່ງກ່າວ​ໃນ​ດ້ານ​ຕ່າງໆ ພາຍ​ໃຕ້ຂອບ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດຖະກິດ ​ແມ່​ນໍ້າອີຣະວະ​ດີ-​​ແມ່​ນໍ້າເຈົ້າພຣະຍາ-​ແມ່​ນໍ້າຂອງ ຫລື ACMECS.

ທາງ​ດ້ານ​ການ​ຄ້າ​ ​ແລະ ການ​ລົງທຶນ, ສອງ​ຝ່າຍ​ ໄດ້​ເຫັນ​ດີ​ຈະ​ສົ່ງ​ເສີມ​ເພີ່ມ​ປະລິມານ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ສູງ​ກວ່າ 10 ຕື້​ ໂດ​ລາ​ ສະຫະລັດ ​ໃນ​ປີ 2024 ​ໂດຍ​ນໍາ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ທຸກ​ກົນ​ໄກຂອງ​ລັດ ​ແລະ ພາກ​ເອກະ​ຊົນ, ຊຶ່ງປະ​ເທດ​ໄທ​ໄດ້​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າສໍາຄັນ​ຂອງ ສປປ ລາວ ມາ​ຫລາຍ​ກວ່າ 40 ປີ ​ແລະ ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ໃນ​ແຕ່​ລະ​ໄລຍະ​ ມີ​ທ່າ​ອ່ຽງເພີ່ມ​ຂື້ນ​ຢ່າງ​ຕໍ່​ເນື່ອງ ຈາກ ​ 2,2 ຕື້ ​​ໂດ​ລາ ​ສະຫະລັດ ໃນ​ສົກ​ປີ 2010-2011 ​​ເພີ່ມ​ເປັນ 5,8 ຕື້​ ໂດ​ລາ​ ສະຫະລັດ​ ໃນ​ສົກ​ປີ 2015-2016.​ ພ້ອມ​ນັ້ນ, ສອງ​ຝ່າຍ​ ກໍ່​ເຫັນ​ດີຈະ​ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ການ​ສ້າງຕັ້ງກອງ​ທຶນ ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ (Infrastructure Fund) ​​ເພື່ອ​ສົ່ງ​ເສີມ​ໂຄງການ​ພັດທະ​ນາ​ພື້ນຖານ​ໂຄງ​ລ່າງ ​ຢູ່ ສປປ ລາວ ​ແລະ ສະໜັບສະໜູນ​ນະ​ໂຍບາຍ​ການ​ພັດທະນາ​ພະລັງງານ​ຂອງ​ລາວ.

​ໃນ​ດ້ານ​ການ​ສົ່ງ​ເສີມ​ການ​​ໄປມາຫາສູ່​ ລະ​ຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ສອງ​ຝ່າຍ ​ໄດ້​ເຫັນ​ດີ​ຈະ​ສ້າງ​ແຜນ​ແມ່​ບົດ​ດ້ານ​ການ​ທ່ອງ​ທ່ຽວ​ຂ້າມ​ຊາຍ​ແດນ​ຮ່ວມ​ກັນ ​ພາຍ​ໃຕ້​ຄວາມ​ຄິດ ສອງ​ປະ​ເທດ ໜຶ່ງ​ຈຸດໝາຍ​ປາຍທາງ (Two Countries, One Destination), ​ໂດຍ​ມອບ​ໃຫ້​ຂະ​ແໜງ​ກາ​ນທ່ອງ​ທ່ຽວ​ຂອງສອງປະ​ເທດ ​ນໍາໄປ​ປຶກສາ​ຫາລືລາຍ​ລະອຽດ​​ໃນ​ຂັ້ນຕໍ່​ໄປ. ນອກຈາກ​ນັ້ນ ກໍ່​ໄດ້​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ພະລັງງານ ​ແລະ ຕະຫລາດ​ຫລັກ​ຊັບ.

ການ​ພົບ​ປະ​ຫາລື​ຄັ້ງນີ້​ ໄດ້​ດໍາ​ເນີນ​ໄປ​ດ້ວຍ​ບັນຍາກາດ​ແຫ່ງ​ໄມຕີ​ຈິດ​ມິດຕະພາບ ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ກັນ ​ແລະ ມີ​ຜົນ​ສໍາ​ເລັດ​ດ້ວຍ​ຄວາມ​ຈົບງາມ, ຊຶ່ງ​ຈະ​ເປັນ​ການ​ສືບ​ຕໍ່​ຊຸກຍູ້​ສົ່ງ​ເສີມ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ດີ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ລະຫວ່າງ ສປປ ລາວ ​ແລະ ຣາຊະ​ອານາຈັກ​ໄທ ​ໃຫ້​ເຕີບໃຫຍ່​ຂະຫຍາຍຕົວ ​ແລະ ​ເຂັ້ມ​ແຂງ​ຍິ່ງໆ​ຂື້ນ, ອັນ​ເປັນການ​ປະກອບສ່ວນ​ໃຫ້​ແກ່ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນສອງ​ປະ​ເທ​ດ ລາວ-​ໄທ, ​ໃຫ້​ເພີ່ມຂື້ນ​ທັງ​ບໍລິ​ມາດ ​ແລະ ປະສິດທິພາບ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ ກໍ່ຄື​ພາກ​ພື້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485865
ມື້ນີ້164
ມື້ວານ206
ອາທິດນີ້901
ເດືອນນີ້5170