ໃນວັນທີ 15 ພຶດສະພາ 2017, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມໂຕະມົນບັນດາຜູ້ນຳ ຂອງກອງປະຊຸມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວທາງ ໜຶ່ງເສັ້ນທາງ ເປັນມື້ທີ 2, ເຊິ່ງໄດ້ມີການຮັບຮອງເອົາ ຖະແຫລງການຮ່ວມຂອງບັນດາຜູ້ນຳກອງປະຊຸມໂຕະມົນ ເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”(Joint Communique of the Leaders Roundtable of the Belt and Road Forum for International Cooperation).
ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ປະກອບຄຳເຫັນວ່າ ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ທີ່ປະກາດໂດຍ ທ່ານປະທານ ສີ ຈິນຜິງ ໃນປີ 2013 ແມ່ນຖືກຕ້ອງກັບກາລະເວລາ ແລະ ກາລະໂອກາດ ແຫ່ງການສົ່ງເສີມການຮ່ວມມືຜ່ານການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການເຊື່ອມຈອດລະຫວ່າງປະຊາຊົນ ກັບປະຊາຊົນ ແລະ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດເບື້ອງຕົ້ນ ຂອງຂໍ້ລິເລີ່ມດັ່ງກ່າວ, ຊຶ່ງສະແດງອອກໃຫ້ເຫັນແຈ້ງວ່າ ມາເຖິງປັດຈຸບັນມີຫລາຍກວ່າ 60 ປະເທດ ຈາກທະວີບອາຊີ ແລະ ເອີຣົບ ເຂົ້າຮ່ວມສະໜັບສະໜູນຂໍ້ລິເລີ່ມດັ່ງກ່າວ. ພ້ອມນັ້ນ ກໍ່ໄດ້ຢືນຢັນເຖິງເຈດ ຕະນາລົມຂອງ ສປປ ລາວ ໃນການສະໜັບສະໜູນການເຂົ້າຮ່ວມຍຸດທະສາດ ໜຶ່ງແລວທາງ ໜຶ່ງເສັ້ນທາງ, ພ້ອມທັງການເຂົ້າຮ່ວມໃນຂໍ້ລິເລີ່ມ ແລະ ໂຄງການຕ່າງໆ ທີ່ເຫັນວ່າ ສາມາດນຳຜົນປະໂຫຍດມາສູ່ ສປປ ລາວ ແລະ ພາກພື້ນຢ່າງແທ້ຈິງ, ໂດຍແນໃສ່ເພື່ອສືບຕໍ່ຜັນຂະຫຍາຍນະໂຍບາຍການສ້າງ ສປປ ລາວ ໃຫ້ສາມາດເຊື່ອມໂຍງກັບພາກພື້ນ, ອານຸພາກພື້ນ ແລະ ສາກົນ ບົນພື້ນຖານການນຳໃຊ້ທ່າແຮງ ຈາກຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ ດັ່ງກ່າວ, ຊຶ່ງເຫັນໄດ້ຈາກຜົນສຳເລັດເບື້ອງຕົ້ນ ຂອງການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ແຕ່ ນະຄອນຫລວງວຽງຈັນ ຫາ ຄຸນມິງ ທີ່ຈະປະກອບສ່ວນຢ່າງແຂງແຮງ ເຮັດໃຫ້ ສປປ ລາວ ສາມາດເຊື່ອມຈອດພື້ນຖານໂຄງລ່າງ, ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ແລະ ເຊື່ອມຈອດລະຫວ່າງ ປະຊາຊົນ ກັບ ປະຊາຊົນ ກັບປະເທດໃກ້ຄຽງ ແລະ ພາກພື້ນ ໂດຍສອດຄ່ອງກັບຍຸດທະສາດການຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດ ຂອງ ສປປ ລາວ.
ໃນວັນດຽວກັນ, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ໄປຢ້ຽມຢາມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ແລະ ໄດ້ໃຫ້ກຽດພົບປະໂອ້ລົມ ກັບພະນັກງານສະຖານທູດລາວ ແລະ ຕົວແທນນັກສຶກສາລາວ ທີ່ກຳລັງສຶກສາຕໍ່ຢູ່ຈີນ, ໂດຍໄດ້ເນັ້ນໃຫ້ສືບຕໍ່ສົ່ງເສີມສາຍພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ຈີນ ໃຫ້ຈະເລີນງອກງາມຂຶ້ນໄປເລື້ອຍໆ.
ໃນໄລຍະເຄື່ອນໄຫວຢ້ຽມຢາມ ສປ ຈີນ, ພະນະທ່ານ ນາງ ຄຳເມິງ ວໍລະຈິດ, ພັນລະຍາຂອງພະນະທ່ານປະທານປະເທດ ໄດ້ຕິດຕາມເຄື່ອນໄຫວນຳລາຍການທີ່ສຳຄັນຂອງພະນະທ່ານປະທານປະເທດ, ແລະ ໄດ້ໄປຢ້ຽມຊົມ ພະລາດຊະວັງຕ້ອງຫ້າມ ພ້ອມທັງຢ້ຽມຢາມສະຖານທີ່ທຸລະກິດຂອງຈີນຈຳນວນໜຶ່ງ.
ນອກຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍ່ໄດ້ພົບປະສອງຝ່າຍກັບ ທ່ານ Peter Szijjarto, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ເພື່ອແລກປ່ຽນຄຳຄິດຄຳເຫັນ ແລະ ປຶກສາຫາລື ບັນດາວຽກງານ ກ່ຽວກັບ ການພົວພັນຮ່ວມມື ລາວ-ຮົງກາລີ ໃນອະນາຄົດ, ແລະ ໄດ້ໃຫ້ສຳພາດຂ່າວ ຕໍ່ສື່ມວນຊົນຈີນ ກ່ຽວກັບ ບົດບາດຂອງຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຕໍ່ພາກພື້ນ ແລະ ສາກົນ ໂດຍສະເພາະ ຕໍ່ສາຍພົວພັນ ແລະ ການຮ່ວມມືລະຫວ່າງ ລາວ-ຈີນ ໃນໄລຍະຜ່ານມາ ແລະ ອະນາຄົດ.