ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ໄດ້ສໍາເລັດການ ເຂົ້າຮ່ວມກອງປະຊຸມສຸດຍອດຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫຼື ແອັກແມັກ (ACMECS) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຫຼື ຊີແອວແອັມວີ (CLMV) ຄັ້ງທີ 9, ໃນວັນທີ 15-16 ມິຖຸນາ 2018, ທີ່ ບາງກອກ, ປະເທດໄທ.
ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2018, ເວລາ 10:00 ໂມງ, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງ ທ່ານ ນາງ Donica Pottie, ເອກອັກຄະລັດຖະທູດ ແຫ່ງ ການາດາ ປະຈໍາ ສປປ ລາວ, ທີ່ມີສໍານັກງານຕັ້ງຢູ່ ບາງກອກ, ປະເທດໄທ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ນໍາພາ ທ່ານ ນາງ Lee-Anne Hermann, ອຸປະທູດການາດາ ປະຈໍາ ຫ້ອງການຕາງໜ້າການທູດ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ, ເພື່ອເຂົ້າຢ້ຽມອໍາລາ ໃນໂອກາດສໍາເລັດການປະຕິບັດໜ້າທີ່ ຢູ່ ສປປ ລາວ.
ທ່ານລັດຖະມົນຕີ ຕ້ອນຮັບ ທ່ານ ກຽດຕິຄຸນ ຊາດປຣະເສີດ, ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໄທ